ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານປະເທດ ເນັ້ນໜັກໃຫ້ກອງທັບ ປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ
ເວລາອອກຂ່າວ: 2021-08-05 08:54:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 276 | ຄວາມນິຍົມ:



ວັນທີ 4 ສິງຫາ 2021 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີປິດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ຜ່ານທິດທາງແຜນການ ທ້າຍປີ 2021 ເຊິ່ງດຳເນີນມາແຕ່ ວັນທີ 3-4 ສິງຫາ ທີ່ກະຊວງປ້ອງ ກັນປະເທດ, ໂດຍການເປັນປະທານ ຂອງ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ ຮອງ ນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນ ດາຄະນະນໍາກະຊວງ, ບັນດາກົມ ໃຫຍ່, ຫ້ອງວ່າການກະຊວງ ແລະ ຄະນະພັກ-ຄະນະບັນຊາກົມກອງ ທົ່ວກອງທັບເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ຊີ້ນໍາ-ນໍາພາຂອງຄະນະນໍາກະ ຊວງປ້ອງກັນປະເທດ ກໍຄືຜົນ ງານໄຊຊະນະທີ່ກອງທັບ ຍາດ ມາໄດ້ໃນຕະຫຼອດໄລຍະຜ່ານມາ ກໍຄືປະກອບສ່ວນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາເດັດຂາດໂດຍ ກົງຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ, ກອງທັບຍາມ ໃດກໍເອົາໃຈໃສ່ປັບປຸງກໍ່ສ້າງກໍາ ລັງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງໃນທຸກດ້ານ, ເປັນກໍາລັງທີ່ ຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ ແລະ ຕໍ່ຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນ ມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ສະຫາຍເລຂາທິການໃຫຍ່ ໄດ້ເນັ້ນໜັກໃຫ້ອົງຄະນະພັກກະ ຊວງປ້ອງກັນປະເທດ ກໍຄືຄະນະ ພັກ-ຄະນະບັນຊາກົມກອງ ເພີ່ມ ທະວີຄວາມຮັບຜິດຊອບນໍາພາ-ຊີ້ນໍາບັນດາກົມກອງເຫຼົ່າຮົບສືບຕໍ່ປະຕິບັດໜ້າທີ່ການເມືອງຂອງ ຕົນ ໂດຍສະເພາະແມ່ນການປະ ຕິບັດແນວທາງປ້ອງກັນຊາດ ທົ່ວປວງຊົນຮອບດ້ານຂອງພັກ, ປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ ເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບຮັບປະກັນໃຫ້ແກ່ການ ປົກປັກຮັກສາໝາກຜົນຂອງການ ປະຕິວັດ ກໍຄືການຮັບປະກັນໃຫ້ ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບຢ່າງໜັກແໜ້ນ, ພ້ອມກັນເຊີດຊູມານະຈິດປະຕິວັດ ແລະ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງ ໜັກແໜ້ນ, ເສີມຂະຫຍາຍທາດ ແທ້ມູນເຊື້ອ, ຫົວຄິດປະດິດສ້າງ ບົນພື້ນຖານອີງໃສ່ທ່າແຮງບົ່ມ ຊ້ອນທີ່ມີ, ຍົກລະດັບທິດສະດີວິ ທະຍາສາດ, ເຕັກນິກ, ສິລະ ປະຍຸດ-ຍຸດທະວິທີໃຫ້ຄ່ອງແຄ້ວ, ສືບຕໍ່ຫັນກໍາລັງລົງເຮັດໜ້າທີ່ກໍ່ ສ້າງຮາກຖານການເມືອງ-ພັດ ທະນາຊົນນະບົດຮອບດ້ານ ກຽມ ພ້ອມຊ່ວຍເຫຼືອປະຊາຊົນພັດ ທະນາຊີິວິດການເປັນຢູ່, ສະກັດ ກັ້ນ ແລະ ຕ້ານການລະບາດຂອງ ພະຍາດ ໂຄວິດ-19, ໄພພິບັດທາງ ທໍາມະຊາດ ແລະ ອື່ນໆ. ຍົກສູງ ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ໃນການສ້າງພະລາທິ ການກັບທີ່ ເພື່ອຍົກລະດັບຄຸນະ ພາບຊີວິດຂອງພະນັກງານ-ນັກ ຮົບໃຫ້ດີຂຶ້ນເປັນກ້າວໆ, ປຸກລະ ດົມກໍາລັງແຮງສັ ງລວມປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ ແລະ ວຽກຈຸດສຸມໃຫ້ ປະກົດຜົນເປັນຈິງ ສ້າງເງື່ອນໄຂອັນດີໃຫ້ປະເທດຊາດມີສະຖຽນລະ ພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ເສດຖະກິດຂອງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະ ຊາຊົນລາວບັນດາເຜົ່າກໍຄືຂອງ ພະນັກງານ-ນັກຮົບໃນກອງທັບໄດ້ຮັບການຍົກສູງດີຂຶ້ນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ