ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-08-04 09:00:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ວັນທີ 28 ກໍລະກົດ 2021, ກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ປະກາດການ ແຕ່ງຕັ້ງຮອງຫົວໜ້າຫ້ອງເສນາ ທິການ ແລະ ຂັ້ນບັນຊາກົມກອງ ໃນກອງບັນຊາການທະຫານ ແຂວງຫຼວງພະບາງ ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງ, ມີ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງຫຼວງພະ ບາງ, ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະນັກງານຫຼັກແຫຼ່ງຈາກກົມກອງທົ່ວທະ ຫານແຂວງເຂົ້າຮ່ວມ. ສະຫາຍ ພັນໂທ ຫານຊະນະ ຂັດຕິຍະວົງສາ ຫົວໜ້າພະແນກ ພະນັກງານ ຫ້ອງການເມືອງ ທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຫ້ອງເສນາທິການທະຫານ ແຂວງ, ພະນັກງານຂັ້ນບັນຊາ ກອງບັນຊາການທະຫານເມືອງ. ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາຮອນ ທອງແຊວກໍວິວັນ ແລະ ສະຫາຍ ພັນໂທ ຊຽງຕີ ສາວະບຸດ ເປັນຮອງຫົວໜ້າຫ້ອງເສນາທິການທະຫານແຂວງ, ສະຫາຍ ພັນໂທ ສອນທອງ ເພັດບຸນທໍາ ເປັນຫົວໜ້າການເມືອງ ກອງບັນ ຊາການທະຫານເມືອງພູຄູນ, ສະ ຫາຍ ພັນຕີ ສອນເພັດ ຄຸດມີໄຊ ເປັນຫົວໜ້າການທະຫານ ກອງ ບັນຊາການທະຫານນະຄອນ ຫຼວງພະບາງ, ສະຫາຍ ພັນໂທ ຈັນຖາວອນ ສົມພາວັດ ເປັນຫົວ ໜ້າການເມືອງ ກອງບັນຊາການ ທະຫານເມືອງນານ, ສະຫາຍ ພັນໂທ ຫຸມໄພ ໄຊຍະຈິດ ເປັນ ຮອງຫົວໜ້າການທະຫານ ທັງ ເປັນຫົວໜ້າພະແນກເສນາທິການ ທະຫານເມືອງນານ, ສະຫາຍ ພັນໂທ ສົມຍົດ ບົວພອນໄຊ ເປັນ ຫົວໜ້າການທະຫານກອງບັນ ຊາການທະຫານເມືອງວຽງຄໍາ, ສະຫາຍ ພັນໂທ ຊາຍພອນ ສຽນທະລີ ເປັນຮອງຫົວໜ້າ ການເມືອງ ທັງເປັນຫົວໜ້າພະ ແນກການເມືອງ ກອງບັນຊາການ ທະຫານເມືອງພູຄູນ, ສະຫາຍ ພັນໂທ ຄໍາເພົ້າ ສຸລິພອນ ເປັນ ຮອງຫົວໜ້າການທະຫານ ທັງ ເປັນຫົວໜ້າພະແນກ ເສນາທິການ ກອງບັນຊາການທະຫານເມືອງ ພູຄູນ, ສະຫາຍ ພັນໂທ ສົມພັນ ໄຊອຸທອນ ເປັນຮອງຫົວໜ້າ ການທະຫານ ທັງເປັນຫົວໜ້າ ພະແນກເສນາທິການ ກອງບັນ ຊາການທະຫານເມືອງງອຍ, ສະ ຫາຍ ພັນໂທ ທອງສຸກ ທໍາມະວົງ ເປັນຫົວໜ້າພະແນກສູ້ຮົບ, ສະຫາຍ ພັນໂທ ທອງຈັນ ທິລາ ກອນ ເປັນຮອງຫົວໜ້າພະແນກ ຈັດຕັ້ງພັກ, ສະຫາຍ ພັນຕີ ພົງສະ ຫວັນ ແກ້ວຫານາມ ເປັນຮອງ ຫົວໜ້າພະແນກແຜນທີ່, ສະຫາຍ ພັນໂທ ຄໍາພາ ແພງມະນີ ເປັນ ຫົວໜ້າພະແນກບໍລິຫານກອງ ບັນຊາການທະຫານແຂວງ, ສະຫາຍ ພັນໂທ ເກດແກ້ວ ຈຸນລະມະນີ ເປັນຫົວໜ້າພະ ແນກວິທະຍາສາດ-ປະຫວັດ ສາດການທະຫານ, ສະຫາຍ ພັນໂທ ຄໍາແດງ ໄຊຍະຫານ ເປັນຫົວໜ້າພະແນກກໍ່ສ້າງຮາກ ຖານ, ສະຫາຍ ພັນຕີ ພອນວັນ ມີປະເສີດ ເປັນຫົວໜ້າພະແນກ ໂຮງຮຽນ, ສະຫາຍ ພັນຕີ ບຸນເພັງ ພັນພວງເພັດ ເປັນຫົວໜ້າພະ ແນກນະໂຍບາຍ, ສະຫາຍ ຮ້ອຍ ເອກ ສົມນຶກ ວິໄຊ ເປັນຫົວໜ້າ ພະແນກຊາວໜຸ່ມ, ສະຫາຍ ພັນຕີ ສົມສະນິດ ປັນຍາສິດ ເປັນຮອງ ຫົວໜ້າພະແນກກໍ່ສ້າງຮາກຖານ, ສະຫາຍ ພັນຕີ ກິ່ງຈັນ ສີປະເສີດ ເປັນຮອງຫົວໜ້າພະແນກວິທະ ຍາສາດ-ປະຫວັດສາດການ ທະຫານ, ສະຫາຍ ພັນຕີ ພົງສະ ຫວັນ ກິດຕະນະ ເປັນຮອງຫົວ ໜ້າພະແນກບໍລິຫານກອງບັນ ຊາການ, ສະຫາຍ ພັນຕີ ຫຸມເພັງ ຈັນທະໄຊ ເປັນຮອງຫົວໜ້າ ພະແນກນະໂຍບາຍ, ສະຫາຍ ພັນໂທ ພົມມາ ໄຊຍະວົງ ເປັນ ຮອງຫົວໜ້າການທະຫານ ກອງ ພັນ 415, ສະຫາຍ ພັນຕີ ບຸນປັນ ສາວະບຸດ ເປັນຫົວໜ້າການ ເມືອງກອງພັນ 413, ສະຫາຍ ພັນໂທ ໄພວັນ ກໍວິວັນ ເປັນ ຮອງຫົວໜ້າການເມືອງກອງ ພັນ 413. ສໍາລັບຄະນະກອງພັນ 414 ປະກອບມີ ສະຫາຍ ພັນໂທ ຄໍາມັງ ໄຊຍະເລີດ ເປັນຫົວໜ້າ ການເມືອງ, ສະຫາຍ ພັນໂທ ບຸນລຽນ ພຸດສະດີ ເປັນຫົວໜ້າ ການທະຫານ, ສະຫາຍ ພັນຕີ ສຸດຕາ ເພົ່າພາສຸກ ເປັນຮອງ ຫົວໜ້າການເມືອງ ແລະ ສະຫາຍ ພັນຕີ ສີແພງ ແສງສຸລີ ເປັນຮອງ ຫົວໜ້າການທະຫານ, ຄະນະບັນ ຊາໂຮງຮຽນການທະຫານທ້ອງ ຖິ່ນ ແຕ່ງຕັ້ງ ສະຫາຍ ພັນໂທ ຖາວອນ ວິລະສັກ ເປັນຫົວໜ້າ ການເມືອງ, ສະຫາຍ ພັນໂທ ໄຊຍະລັດ ພັດທະນາ ເປັນຫົວ ໜ້າການທະຫານ. ແຕ່ງຕັ້ງ ສະ ຫາຍ ພັນໂທ ເນັງລໍ ວາຕົງເກຍ ເປັນຮອງຫົວໜ້າພະແນກການ ເມືອງ ກອງບັນຊາການທະຫານ ເມືອງນານ, ສະຫາຍ ພັນຕີ ຈັນທີ ໄຊຍະຈິດ ເປັນຮອງຫົວໜ້າພະ ແນກເສນາທິການ ກອງບັນຊາ ການທະຫານນະຄອນຫຼວງພະ ບາງ. ແຕ່ງຕັ້ງ ສະຫາຍ ພັນຕີ ບຸນວອນ ໄຊອຸດົມ ຮັກສາການ ຫົວໜ້າກອງປະຕິບັດງານ 214, ສະຫາຍ ພັນຕີ ບຸນລິດ ໄຊວົງສານ ຊ່ວຍວຽກພະແນກນະໂຍບາຍ. ໃນ ພິທີຍັງໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການປະດັບທຽບຊັ້ນ ຮ້ອຍໂທໃຫ້ນາຍທະຫານທີ່ຮຽນ ຈົບວິຊາສະເພາະຈາກສາຍ ລັດຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ ຈໍານວນ 8 ສະຫາຍ ຕື່ມອີກ. ໂດຍ: ສົມພອນ ສຸວັນທອນ ພາບ: ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ