ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19
ເວລາອອກຂ່າວ: 2021-08-04 08:58:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ວັນທີ 31 ກໍລະກົດ 2021, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຕັ້ງສັກຢາວັກ ຊິນປ້ອງກັນ ພະຍາດໂຄວິດ-19 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນເອກ ພູເວີນ ວົງຄໍາຊາວ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນ, ທ່ານ ວັດທະນາ ຈັນທະລາສິນ ຮອງຫົວໜ້າຫ້ອງການສາທາ ລະນະສຸກ ເມືອງບາຈຽງ ແຂວງ ຈໍາປາສັກ, ມີຄະນະພັກ-ຄະນະ ບັນຊາ, ພະນັກງານແພດໝໍ ຈາກໂຮງໝໍ 20 ຕຽງ ແລະ ພະ ນັກງານ-ນັກຮົບໃນທົ່ວໂຮງ ຮຽນເຂົ້າຮ່ວມ. ຢາວັກຊິນທີ່ນຳມາໃຊ້ສັກຄັ້ງ ນີ້, ແມ່ນ Johnson & Johnson ເປັນຢາວັກຊິນທີ່ໄດ້ຮັບຈາກ ການຊ່ວຍເຫຼືອຂອງລັດຖະບານ ສະຫະລັດອາເມຣິກາ ໂດຍຜ່ານ ໂຄງການ COVAX Facility ເປົ້າໝາຍໃນການສັກຢາວັກຊິນ ແມ່ນພະນັກງານ-ນັກຮົບ ໃນ ທົ່ວໂຮງຮຽນ ເຊິ່ງມີຜູ້ເຂົ້າ ຮ່ວມສັກຢາວັກຊິນທັງໝົດ 945 ສະຫາຍ. ໂດຍ: ຄໍາແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ