ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຕາມຮອຍປະຫວັດສາດ ແລະ ຊົມຄວາມງົດງາມຂອງເມືອງເຟືອງ
ເວລາອອກຂ່າວ: 2021-08-02 08:49:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 21 | ຄວາມນິຍົມ:



ເມືອງເຟືອງແຂວງວຽງຈັນ ເປັນອີກເມືອງໜຶ່ງທີ່ມີທັດສະ ນີຍະພາບອັນສວຍສົດງົດງາມ ເຕັມໄປດ້ວຍມົນສະເໜ່ທາງ ດ້ານທໍາມະຊາດ ແລະ ຖືເປັນສະ ຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມ ນິຍົມເປັນຢ່າງດີ, ເມືອງເຟືອງ ຕັ້ງຢູ່ບໍ່ໄກຈາກນະຄອນຫຼວງ ວຽງຈັນ, ການເດີນທາງສະດວກ ສະບາຍ, ເປັນເມືອງທີ່ອ້ອມຮອບ ດ້ວຍພູຫີນປູນທີ່ໃຫ້ຄວາມຮູ້ ສຶກແປກຕາພ້ອມກັບທິວທັດທີ່ ງົດງາມປະຈັກຕາ. ຈາກປະຫວັດ ຂອງຄາໍເວົ້າທີ່ວ່າ ສາມໝື່ນຕູບ ເຟືອງ ໃນສະໄໝກ່ອນໆນັ້ນ ແລະ ໄດ້ປ່ຽນມາເປັນສາມໝື່ນເມືອງ ເຟືອງ ຈົນເຖິງທຸກວັນນີ້. ສາມໝື່ນ ເມືອງເຟືອງເປັນ ເມືອງໜຶ່ງທີ່ຂຶ້ນກັບແຂວງວຽງ ຈັນ ມີຕາໍນານມາແຕ່ດຶກດໍາບັນ ວ່າ:ສາມໝື່ນຕູບເຟືອງ ໃນສະໄໝ ກ່ອນ ໄດ້ມີການຊ່າລືຂອງຄົນແຕ່ ເໜືອຮອດໃຕ້ກ່າວ ຂານກັນມາ ວ່າ: ຜາທໍ່ໜໍ່ຄໍາໃນຄາວນັ້ນບໍ່ມີ ໃຜຮູ້ວ່າ ຜາທໍ້ໜໍ່ຄໍາຕັ້ງຢູ່ໃສ ບັງ ເອີນມີຄົນຈໍານວນຫຼວງຫຼາຍເດີນ ທາງມາແຕ່ພາກໃຕ້ ຫວັງຊອກ ຄົ້ນຫາຜາທໍ່ໜໍ່ຄໍາ ແລະ ການເດີນ ທາງໄດ້ກາໍນົດເອົາສາຍນໍ້າເປັນ ຫຼັກ ແລະ ເປັນເຂັມຊີ້ທິດບອກ ທາງ, ເຊິ່ງເລີ່ມຕົ້ນເລາະລ່ອງ ຂຶ້ນມາ ຕາມສາຍແມ່ນ້ໍາຂອງ ຕໍ່ໃສ່ສາຍນໍ້າງື່ມ-ນໍ້າລີກ ຂະບວນ ດັ່ງກ່າວເດີນທາງຮອດປາກ ນໍ້າບ່ອນໃດ ກໍມີການພັກຜ່ອນ ດູມໍສ່ຽງດູໄປພ້ອມ, ແຕ່ລະບ່ອນ ຜ່ານມາເຫັນວ່າບໍ່ທັນຈັບຕົງ ໄດ້ເຈຶ່ງສ່ຽງອີກເລີຍຈັບຕົງໄດ້ ຫົວໜ້າດູມໍຈຶ່ງກ່າວວ່າ: ຈັບຕົງ ໄດ້ແລ້ວພວກເຮົາ ເລາະ ຕາມນໍ້າ ສາຍນີ້ຂຶ້ນໄປຕ້ອງພົບຜາທໍ່ໜໍ່ ຄໍາຢ່າງແນ່ນອນ ຂະບວນສືບຕໍ່ ເຄື່ອນຍ້າຍບໍ່ພໍເທົ່າໃດກໍພົບຜາທໍ່ ໜໍ່ຄໍາແທ້ຈິງ ເມື່ອພົບແລ້ວກໍພາກັນພັກຜ່ອນຢູ່ຕີນຜາຢູ່ເປັນກຸ່ມ ເປັນກອງຫຼາຍໆກຸ່ມ ເຊິ່ງບ່ອນນັ້ນ ໄດ້ເອີ້ນວ່າ: ຫາດຫີນກ້ອນ ຍ້ອນ ຄົນມາພັກເຊົາຢູ່ເປັນຫຼາຍກຸ່ມ ຫຼາຍກອງ. ຈາກນັ້ນ, ຫົວໜ້າຂະບວນການ ໄດ້ຊີ້ນໍາວາງແຜນປຸກຕູບ ເພື່ອ ເປັນບ່ອນພັກອາໄສຢູ່ບໍລິເວນ ນັ້ນ ເປັນຈໍານວນສາມໝື່ນຕູບ ເຟືອງ ເຊິ່ງບໍລິເວນດັ່ງກ່າວມີ 3 ຜາ ຄ້າຍຄືກ້ອນເສົ້າ ໃນເວລານັ້ນ, ບໍ່ທັນຮູ້ວ່າໃສ່ຊື່ຜາແຕ່ລະໜ່ວຍ ແນວໃດບັງເອີນມີນົກອິນຊີໃຫຍ່ ໂຕໜຶ່ງບິນມາຈັບຜາໜ່ວຍທໍາອິດ ເຮັດໃຫ້ຜາເດື່ອງໄປເດື່ອງມາຄືຊິ ລົ້ມຈຶ່ງໃສ່ຊື່ຜາໜ່ວຍທໍາອິດວ່າ ຜາເດື່ອງແຕ່ດຽວນີ້ເອີ້ນວ່າ: ຜາເລືອງນົກອິນຊີບິນໄປຈັບຜາ ໜ່ວຍທີສອງໝັ້ນ ບໍ່ເໜັງບໍ່ຕີງຈຶ່ງ ເອີ້ນຊື່ຜາດັ່ງກາວວ່າ: ຜາຕຶ້ງ ເວລານົກອິນຊີຕົວນັ້ນບິນຈັບຜາ ຕື້ງ ຫາງກ່າຍຜາເລື່ອງ ຈາກນັ້ນ, ກໍບິນມາຈັບຜາໜ່ວຍທີສາມຄື ວ່າທໍ່ໆກັນກັບຜາຕື້ງ ຈຶ່ງເອີ້ນ ວ່າ: ຜາທໍ່ໜໍ່ຄາໍເພາະວ່າມີສິ່ງປະ ຫຼາດຄ້າຍຄືກັບຄາໍ ເປັນ 2 ໜໍ່ ໃຫ້ທຸກຄົນໄດ້ ເບິ່ງໄດ້ແຍງຈົນ ເຖິງທຸກມື້ນີ້. ເມື່ອໄດ້ຊື່ຜາແຕ່ລະໜ່ວຍຄົບ ຖ້ວນແລ້ວ ປວງຊົນຈາກທົ່ວສາ ລະທິດທີ່ມາປອງເອົາໜໍ່ຄາໍກໍນັບ ມື້ນັບຫຼາຍຂຶ້ນ ຕອນທໍາອິດໜໍ່ຄໍາ ແມ່ນຢູ່ລຸ່ມ ມີພໍ່ເຖົ້າຜູ້ໜຶ່ງໄປອະທິ ຖານ ສັນຍາ ວ່າຈະເປັນຜູ້ບົວລະ ບັດຜັດສີປົກປັກຮັກສາໜໍ່ຄໍາ ໃຫ້ເຫຼືອງງາມຢູ່ຕະຫຼອດເວລາ ແຕ່ລະເຊົ້າ ແລະ ແລງໄດ້ເອົາ ຫີນຊາມາຜັດຖຸໜໍ່ຄໍາ ເຮັດໃຫ້ຄໍາ ນັ້ນຂຸຫຼົ່ນອອກເທື່ອລະໜ້ອຍ. ຫົວໜ້າຂະບວນ ແນະນໍາສະ ມາຊິກທັງໝົດ ອອກແຮງຕັດໄມ້ ໄຜ່ ເພື່ອສ້າງເປັນຂັ້ນໄດລົງໄປຫາ ໜໍ່ຄໍາ ຫຼາຍມື້ຫຼາຍເດືອນຕໍ່ມາ ຂັ້ນໄດສໍາເລັດເລີຍຄໍ່າກ່ອນຫົວ ໜ້າຂະບວນເວົ້າວ່າ: ມື້ນີ້ພວກ ເຮົາພັກຜ່ອນກ່ອນ ມື້ອື່ນເຊົ້າຈຶ່ງ ພ້ອມກັນຂຶ້ນມາປັນເອົາໜໍ່ຄໍາ. ຍ້ອນຄົນເຮົາມີແນວຄິດບໍ່ຄືກັນ ມີແນວຄິດໂລບມາກໂລພາ ຢາກ ໄດ້ແຕ່ໂຕ ຟ້າບໍ່ທັນແຈ້ງ ຕ່າງຄົນ ຕ່າງຍາດຊີງກັນຂຶ້ນ ເຮັດໃຫ້ຂັ້ນ ໄດຮັບນ້ໍາໜັກບໍ່ລ້ອນໄມ້ໄຜ່ທີ່ນາໍ ມາເຮັດຂັ້ນໄດນັ້ນຫຼາຍເດືອນ ກໍໂດກ ເຄືອຫວາຍ ແລະ ເສັ້ນ ຕອກທີ່ເອົາມາມັດຂັ້ນໄດ ກໍຂຸຫຼົ່ນ ຂັ້ນໄດໄດ້ຫັກລົງເວລານັ້ນ ກໍ ເກີດມີນໍ້າຖ້ວມບໍລິເວນນັ້ນພັດ ເອົາຄົນຈໍານວນຫຼວງຫຼາຍໄຫຼ ໜີຍັງເຫຼືອແຕ່ສອງ ຄົນແມ່ໝ້າຍ ທີ່ເຂົາບໍ່ບອກໃຫ້ຮູ້ ບໍ່ໄດ້ຂຶ້ນຂັ້ນ ໄດຈຶ່ງບໍ່ຕາຍ ໄດ້ເປັນຜູ້ທາໍບຸນກຸ ສົນ, ກໍ່ທາດກວມກະດູກຈໍານວນ ໜຶ່ງໄວ້ແຄມນໍ້າຕົງ ໃນປັດຈຸບັນ ຍັງມີຮ່ອງຮອຍປະກົດການໃຫ້ ເຫັນຢູ່. ສໍາລັບເມືອງເຟືອງ ຕັ້ງຢູ່ ທາງຕາເວັນຕົກສ່ຽງເໜືອມາ ຕາມທາງເລກທີ 13 ເໜືອ ລ້ຽວ ຊ້າຍທີ່ຂົວຫີນເຫີບເຂົ້າໄປເຖິງ ຕົວເມືອງເຟືອງພຽງ 30 ກິ ໂລແມັດ, ເສັ້ນທາງໄປມາສະ ດວກສະບາຍ ຈຸດພົ້ນເດັ່ນຂອງ ເມືອງເຟືອງມີຫຼາຍສະຖານທີ່ ມີຊຸມຊົນນ້ອຍອ້ອມຮອບໄປດ້ວຍ ພູເຂົາໃຫຍ່ທີ່ມີຄວາມງົດງາມ ມີແມ່ນໍ້າລີກໄຫຼຜ່ານເປັນໜຶ່ງ ໃນ ແຫຼ່ງຜະລິດເຂົ້າທີ່ໃຫຍ່ໃນປະເທດ ເປັນເຂດທີ່ຍັງມີທໍາມະຊາດອັນ ບໍລິສຸດບໍ່ຖືກທໍາລາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ