ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຫ້ອງການເມືອງກອງພົນທີ 5 ຊຸກຍູ້ວຽກງານຮອບດ້ານ ຢູ່ກອງພັນໃຫຍ່ 501
ເວລາອອກຂ່າວ: 2021-08-02 08:42:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ໃນວັນທີ 27 ກໍລະກົດ 2021, ສະຫາຍ ພັນໂທ ຄຳກົດ ອີນສີນາ ກໍາມະການຄະນະປະຈໍາພັກ ຫົວ ໜ້າຫ້ອງການເມືອງ ກອງພົນທີ 5 ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ການຈັດຕັ້ງປະຕິບັດ 4 ໜ້າທີ່ 26 ແຜນງານຂອງຄະນະພັກກະຊວງ ປ້ອງກັນປະເທດ ຢູ່ກອງພັນໃຫຍ່ 501, ໂດຍມີ ສະຫາຍ ພັນໂທ ສໍາລີ ຈັນທະວົງ ຫົວໜ້າການ ເມືອງ ກອງພັນໃຫຍ່ 501, ມີຄະ ນະພັກ-ຄະນະບັນຊາ 5 ພະແນກ ການ, ພ້ອມດ້ວຍພະນັກງານທີ່ ກ່ຽວຂ້ອງໃຫ້ການຕ້ອນຮັບ. ສະຫາຍ ພັນໂທ ຄຳໄພ ປະທຸມທອງ ຫົວໜ້າພະແນກພະ ນັກງານ ໄດ້ຜ່ານບົດສະຫຼຸບການ ລົງເຄື່ອນໄຫວ ເກັບກຳສະພາບ ການຈັດຕັ້ງປະຕິບັດ ຢູ່ບັນດາກົມ ກອງຮາກຖານທີ່ຂຶ້ນກັບ ກອງ ພັນໃຫຍ່ 501, ເຊິ່ງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ ແລະ ບົດຮຽນ ທີ່ຖອດຖອນໄດ້ ເປັນຕົ້ນແມ່ນ ວຽກງານການປັບປຸງກໍ່ສ້າງກົມ ກອງ, ການສ້າງເສດຖະກິດ ແກ້ ໄຂຊິວິດການເປັນຢູ່, ການເຝີກ ແອບຮໍ່າຮຽນ, ການປົກປັກຮັກສາ ແລະ ບົວລະບັດຜັດເຊັດ ພາຫະ ນະເຕັກນິກ ແລະ ການສ້າງຂະ ບວນ ການດ້ານຕ່າງໆ. ທັງນີ້, ກໍ ເພື່ອເປັນການປັບປຸງກໍ່ສ້າງກົມ ກອງໃຫ້ມີຄວາມເຂັ້ມແຂງ ພ້ອມ ທັງຕ້ານ ແລະ ສະກັດກັ້ນ ປະກົດ ການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍ ຖອຍລົງເທື່ອລະກ້າວ. ສະຫາຍ ພັນໂທ ຄຳກົດ ອີນສີນາ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະ ນະບັນຊາ ພະນັກງານສະມາຊິກ ພັກ ໃນທົ່ວກອງພັນໃຫຍ່ 501 ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດ ໜ້າທີ່ດ້ວຍຄວາມຮັບຜິດຊອບ ສູງເຮັດໃຫ້ວຽກງານຂະບວນ ການດ້ານຕ່າງໆ ມີການພັດທະ ນາຂຶ້ນເປັນກ້າວໆ. ພ້ອມຍັງ ໄດ້ຮຽກຮ້ອງ ໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເພີ່ມ ທະວີຍົກສູງບົດບາດ ໃນການນໍາ ພາ-ຊີ້ນໍາ ການສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບຢ່າງ ເປັນປົກ ກະຕິ, ຍູ້ແຮງປຸກລະດົມຊຸກຍູ້ພະ ນັກງານສະມາຊິກພັກເຂົ້າໃນ ທຸກຂົງເຂດວຽກງານ, ທຸກຂະ ບວນການຂອງກົມກອງໃຫ້ມີ ບັນຍາກາດຟົດຟື້ນ. ຕິດພັນກັບ ການຈັດຕັ້ງປະຕິບັດຂະບວນ ການຮັກຊາດ ແລະ ພັດທະນາ, ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງ ກອງວັດທະນະທຳ-ນັກຮົບວັດ ທະນະທຳ ແລະ ຂະບວນການ ສ້າງກົມກອງ 3 ປອດ ໄປພ້ອມໆ ກັບການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ ກໍຄືການ ຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ