ທະຫານແຂວງໄຊສົມບູນ ສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານ
ເວລາອອກຂ່າວ: 2021-08-02 08:40:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:
ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ສະຫຼຸບຕີ
ລາຄາການນໍາພາວຽກງານ ຮອບດ້ານ 6 ເດືອນຕົ້ນປີ ແລະ
ທິດທາງແຜນການ 6 ເດືອນ ທ້າຍປີ 2021 ໃນວັນທີ 28
ກໍລະກົດ 2021, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ
ຄໍາອິ້ງ ກິ່ງແກ້ວ ກໍາມະການຄະ
ນະປະຈໍາພັກແຂວງ ເລຂາຄະນະ ພັກ ຫົວໜ້າການທະຫານ ກອງ ບັນຊາການທະຫານແຂວງໄຊ ສົມບູນ, ມີຄະນະພັກ-ຄະນະບັນ ຊາ ອົງການ 5 ຫ້ອງ, 5 ກອງບັນ ຊາການທະຫານເມືອງ, ກອງພັນ, ກອງຮ້ອຍເອກະລາດ ແລະ ພາ ນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ສຸດໃຈ
ເຈີບົວແພງ ຫົວໜ້າຫ້ອງການ ເມືອງ ໄດ້ຜ່ານບົດສະຫຼຸບຕີລາ ຄາການນໍາພາວຽກງານຮອບ ດ້ານ 6 ເດືອນຕົ້ນປີ ແລະ ທິດທາງ
ແຜນການ 6 ເດືອນທ້າຍປີ 2021 ໂດຍໄດ້ຍົກໃຫ້ເຫັນບັນດາຜົນ ງານ ແລະ ບົດຮຽນທີ່ຖອດຖອນ ໄດ້, ເຊິ່ງສາມາດສ້າງໄດ້ຜົນງານ ອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນ ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ພະ
ນັກງານນາຍ ແລະ ພົນທະຫານ
ພາຍໃນກົມກອງ ມີແນວຄິດການ ເມືອງໜັກແໜ້ນ-ເຂັ້ມແຂງ, ມີ ຄວາມສາມັກຄີເປັນເອກະພາບ, ມີຄວາມຮັບຜິດຊອບສູງ ເຮັດ ສໍາເລັດໜ້າທີ່ຕາມການມອບ ໝາຍ; ເພື່ອເປັນການຕິດຕາມ ກວດກາຊຸກຍູ້ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຕັ້ງໜ້າຜັນຂະຫຍາຍບັນດາມະ ຕິຂອງສູນກາງພັກ; ມະຕິຂອງ ອົງຄະນະພັກແຕ່ລະຂັ້ນວາງ ອອກ; ລົງສູ່ວຽກງານຕົວຈິງໃຫ້ມີຜົນສໍາເລັດເປັນກ້າວໆ, ເຮັດໃຫ້ສະພາບການຕາມບໍລິ ເວນຊາຍແດນ ກໍຄືພາຍໃນ
ແຂວງໄຊສົມບູນ ມີຄວາມສະ
ຫງົບປອດໄພໂດຍພື້ນຖານ. ໄປ
ພ້ອມໆກັບການປັບປຸງກໍ່ສ້າງ
ກໍາລັງໃຫ້ມີທັງປະລິມານ ແລະ
ຄຸນນະພາບ ຮັບປະກັນການກຽມ ພ້ອມສູ້ຮົບສູງ.
ກອງປະຊຸມ ຍັງໄດ້ຜ່ານຂໍ້ ຕົກລົງຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍ ການແຕ່ງຕັ້ງສັບ
ຊ້ອນໜ້າທີ່ ແລະ ປະກາດເລື່ອນ ຊັ້ນໃຫ້ນາຍທະຫານຈໍານວນ ໜຶ່ງ; ພ້ອມທັງຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍ ການປະດັບຫຼຽນໄຊພິລະອາດ ຫານ ຊັ້ນ III ໃຫ້ແກ່ບຸນຄົນຜູ້ທີ່
ມີຜົນງານດີເດັ່ນ ໃນການປະ
ກອບສ່ວນຢ່າງຕັ້ງໜ້າໃນພະ ລະກິດປົກປັກຮັກສາ ແລະ ພັດ
ທະນາປະເທດຊາດ ກໍຄືການ ຈັດຕັ້ງພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້.
ໂດຍ: ສົດ ນາມໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ