ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເມືອງແກ້ວອຸດົມ ຮັບຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2021-08-02 08:40:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ໃນວັນທີ 27 ກໍລະກົດ 2021, ກອງບັນຊາການທະ ຫານເມືອງແກ້ວອຸດົມ ໄດ້ປະ ກາດຮັບຮອງເອົາ 3 ໜ່ວຍພັກ: ພະແນກການເມືອງ, ພະແນກ ເສນາທິການ ແລະ ພະແນກພະ ລາທິການ ທີ່ຂຶ້ນກັບ ເປັນໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ສະໄໝທີ II ປະຈໍາປີ 2020, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຳມະລາ ຈັນທາວົງ ກໍາມະການຄະນະປະ ຈຳພັກເມືອງ ເລຂາຄະນະພັກ ຮາກຖານ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ແກ້ວອຸດົມ, ມີຄະນະພັກ-ຄະນະ ບັນຊາ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ດາລາວັນ ສີຫາລາດ ກໍາມະການຄະນະ ພັກຮາກຖານ ຫົວໜ້າພະແນກ ການເມືອງ ໄດ້ຂຶ້ນຜ່່ານມະຕິ ຕົກລົງຂອງຄະນະປະຈຳພັກ ແຂວງ ວ່າດ້ວຍ ການຮັບຮອງເອົາ 3 ໜ່ວຍພັກທີ່ຂຶ້ນກັບຄະນະ ພັກຮາກຖານກອງບັນຊາການ ທະຫານເມືອງແກ້ວອຸດົມ: ໜ່ວຍ ພັກພະແນກການເມືອງ, ພະແນກ ເສນາທິການ ແລະ ໜ່ວຍພັກ ພະແນກພະລາທິການ ເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ສະໄໝທີ II ປະຈໍາປີ 2020. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ