ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບັນດາຄອບຄົວການນຳມອບເຄື່ອງຊ່ວຍເຫຼືອໃຫ້ບັນດາແຂວງພາກໃຕ້
ເວລາອອກຂ່າວ: 2021-08-02 08:11:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ເພື່ອເປັນການຊ່ວຍເຫຼືອໃນ ການແກ້ໄຂການລະບາດຂອງ ເຊື້ອພະຍາດໂຄວິດ-19 ຢູ່ບັນ ດາແຂວງພາກກາງ ແລະ ແຂວງ ພາກໃຕ້ຄື: ແຂວງສະຫວັນນະ ເຂດ, ຈຳປາສັກ ແລະ ສາລະວັນ ນັ້ນ, ທ່ານ ປ້າ ນາລີ ສີສຸລິດ ພັນ ລະຍາຂອງ ທ່ານ ທອງລຸນ ສີ ສຸລິດ ເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກ, ປະທານ ປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາພັນລະຍາການນຳຂັ້ນສູງໄດ້ນຳເອົາເງິນສົດ ແລະ ອຸປະກອນການແພດ ຈໍານວນໜຶ່ງ ລວມມູນຄ່າທັງໝົດ 2 ຕື້ ກວ່າກີບ ແລະ ເງິນສົດ ຈໍານວນ 170 ລ້ານ ກີບ ໄປມອບໃຫ້ບັນດາແຂວງດັ່ງ ກ່າວໂດຍຜ່ານກະຊວງສາທາລະ ນະສຸກ, ເຊິ່ງພິທີມອບ-ຮັບໄດ້ຈັດ ຂຶ້ນໃນວັນທີ 31 ກໍລະກົດ 2021, ທີ່ກະຊວງສາທາລະນະສຸກໂດຍ ການກ່າວຮັບຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະນະສຸກ, ມີບັນ ດາຫົວໜ້າຄະນະສະເພາະກິດ ແຕ່ລະແຂວງ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະ ກອບມີ: ອຸປະກອນການແພດເຊັ່ນ: ຜ້າອັດປາກ-ດັງ, ຊຸດແພດປ້ອງ ກັນແບບສະເພາະ, ຊຸດແພດປ້ອງ ກັນແບບຄຸມໂຕ ແລະ ແວ່ນຢາງ ປ້ອງກັນເຊິ່ງເຄື່ອງຊ່ວຍເຫຼືອ ເຫຼົ່ານີ້ ຈະໄດ້ຖືກຈັດສົ່ງໄປແຂວງ ສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ ເພື່ອນໍາໃຊ້ເຂົ້າໃນ ວຽກງານປ້ອງກັນ ແລະ ສະກັດ ກັ້ນການແພ່ລະບາດຂອງເຊື້ອພະ ຍາດໂຄວິດ-19. ໂອກາດນີ້ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆ ຈໍາປາສັກ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນແຂວງ ກໍໄດ້ຕາງໜ້າໃຫ້ບັນ ແຂວງທີ່ໄດ້ຮັບເຄື່ອງຊ່ວຍຫຼືອໃນ ຄັ້ງນີ້ສະແດງຄວາມຂອບໃຈເປັນ ຢ່າງສູງຕໍ່ການຊ່ວຍເຫຼືອດັ່ງກ່າວ ເຊິ່ງເປັນການປະກອບສ່ວນອັນ ສຳຄັນເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະ ບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ບັນດາແຂວງທີ່ໄດ້ຮັບຜົນກະ ທົບໃນຕອນນີ້ໄດ້ເປັນຢ່າງດີ. ນອກຈາກນີ້, ສະຫະພັນແມ່ຍິງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຍັງໄດ້ຮ່ວມກັບພັນ ລະຍາການນໍາຂອງສຳນັກງານ ນາຍົກລັດຖະມົນຕີ ນຳໂດຍ ທ່ານ ນາງ ສີຈັນ ວິພາວັນ ພັນລະຍາ ຂອງທ່ານນາຍົກລັດຖະມົນຕີ ກໍ ໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ 3 ແຂວງນີ້ ເຊັ່ນດຽວ ກັນລວມມູນຄ່າ 43 ລ້ານກວ່າ ກີບຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ