ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 306 ກອງພົນທີ 5 ປິດຊຸດອົບຮົມໄລຍະສັ້ນ
ເວລາອອກຂ່າວ: 2021-07-30 08:45:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ໃນວັນທີ 23 ກໍລະກົດ 2021, ກອງຮ້ອຍ 306 ທີ່ຂຶ້ນ ກອງພົນທີ 5 ໄດ້ປິດຊຸດອົບຮົມ ໄລຍະສັ້ນ, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ບຸນເຊີຍ ສີປະເສີດ ຮອງຫົວໜ້າຫ້ອງ ການເສນາທິການ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ ຕະຫຼອດຮອດພະນັກ ງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ບົວຈັນ ສຸດສະດາ ຫົວໜ້າການທະຫານ ກອງຮ້ອຍ 306 ໄດ້ຜ່ານບົດສະ ຫຼຸບການອົບຮົມ-ຫັດແອບ ໂດຍ ປະຕິບັດຕາມທິດທາງແຜນການ ປັບປຸງກໍາລັງປະກອບອາວຸດ ໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງ, ມີລະບຽບແບບແຜນ ແລະ ທັນສະ ໄໝ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງ. ອີງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ ເວົ້າລວມ, ເວົ້າສະເພາະ ກໍຄື ການປັບປຸງຄຸນນະພາບຂອງ ພະນັກງານວິຊາສະເພາະໃຫ້ມີ ຄຸນນະພາບສູງ, ມີຜູ້ເຂົ້າຮ່ວມ ອົບຮົມ 24 ສະຫາຍ, ລວມມີ 3 ພາກ: ພາກການທະຫານ, ທິດ ສະດີຫຼັກການ ແລະ ຫັດແອບຍິງ ລູກປືນແທ້. ຜ່ານການອົບຮົມສະ ເລ່ຍຜົນໄດ້ຮັບ 93,48% ໃນນັ້ນ, ຂັ້ນເກັ່ງ ມີ 23 ສະຫາຍ 95,83% ແລະ ກາງ ມີ 1 ສະຫາຍ 4,16%. ໂດຍ: ທອງປານ ສິດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ