ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາຍົກລັດຖະມົນຕີ ລົງຢ້ຽມຢາມ, ຊີ້ນຳການແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ 4 ແຂວງພາກໃຕ້
ເວລາອອກຂ່າວ: 2021-07-30 08:41:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ:



ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຈຳປາສັກ ເພື່ອຊີ້ນຳການ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ 4 ແຂວງພາກໃຕ້ ໃນວັນທີ 29 ກໍລະກົດ ນີ້, ໂດຍມີ ຄະນະນຳແຂວງຈຳປາສັກ, ສາ ລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ. ສະເພາະການຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄ ວິດ- 19 ຢູ່ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆ ຈໍາປາສັກ ໄດ້ລາຍງານວ່າ: ແຂວງຈໍາປາສັກໄດ້ເອົາໃຈໃສ່ ໃນການປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການ ລະບາດພະຍາດໂຄວິດ -19 ທີ່ສູນກາງວາງອອກຢ່າງເຂັ້ມ ງວດ. ມາຮອດວັນທີ 29 ກໍລະ ກົດ 2021 ນີ້ ທົ່ວແຂວງມີຜູ້ຕິດ ເຊື້ອໂຄວິດ-19 ໃໝ່ ຈໍານວນ 57 ຄົນ. ເຊິ່ງແມ່ນ ແຮງງານນຳເຂົ້າ ທັງໜົດ, ຕົວເລກສະສົມທົ່ວ ແຂວງມີຜູ້ຕິດເຊື້ອ 1.618 ຄົນ, ປົວຫາຍດີແລ້ວ 755 ຄົນ, ຍັງ ສືບຕໍ່ປິ່ນປົວຢູ່ໂຮງໝໍ 3 ແຫ່ງ ຄື: ຄົນເຈັບທີ່ມີອາການໜັກແມ່ນ ປິ່ນປົວຢູ່ເມືອງໂພນທອງ, ຄົນ ເຈັບມີອາການປານກາງແມ່ນ ປິ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ, ສ່ວນຜູ້ຕິດເຊື້ອອາການເບົາບາງແມ່ນປິ່ນປົວຢູ່ໂຮງໝໍ ພາກສະໜາມວິທະຍາໄລການ ເງິນພາກໃຕ້ ປັດຈຸບັນ( 29 ກໍລະ ກົດ 2021) ມີຜູ້ຍັງສືບຕໍ່ປິນປົວ ທັງໝົດ ຈໍານວນ 863 ຄົນ. ສ່ວນແຮງງານລາວສະເລ່ຍ ເດີນທາງເຂົ້າມາປະເທດຜ່ານ ດ່ານສາກົນວັງເຕົ່າແຕ່ລະວັນ ປະ ມານ 100-200 ຄົນ, ທົ່ວແຂວງ ມີສູນກັກກັນບໍລະເວນທັງໝົດ 8 ສູນ, ມີຈໍານວນພົນທັງໝົດ 1.431 ຄົນ. ຈາກນີ້ພະນັກງານ ແພດ-ໝໍ ທົ່ວແຂວງໄດ້ສຸມໃສ່ສັກ ວັກຊິນ(ຈອນສັນ ແອນ ຈອນ ສັນ)ແກ່ປະຊາຊົນຢູ່ 9 ເມືອງ,1 ນະຄອນ ຢ່າງເປັນຂະບວນ ເຊິ່ງ ໄດ້ຮັບການແບ່ງປັນຈາກລັດຖະ ບານ ກໍຄືກະຊວງສາທາລະນະ ສຸກ ຈໍານວນ 1 ແສນ 3 ມື່ນໂດສ. ເຊິ່ງເມື່ອສັກສໍາເລັດຈະກວມ ເອົາ 30% ຂອງພົນລະເມືອງໃນ ທົ່ວແຂວງ. ພາຍຫຼັງຟັງລາຍງານແລ້ວ ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ກໍໄດ້ເປັນກຽດໂອ້ລົມ ເຊິ່ງສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຄະນະພັກ-ອົງການປົກ ຄອງ ແລະ ຄະນະສະເພາະກິດ ແຕ່ລະຂັ້ນທີ່ໄດ້ສຸມມານະຈິດ ເຫື່ອແຮງ ແລະທຶນຮອນ ເຂົ້າໃນ ການຄວບຄຸມພະຍາດໂຄວິດ-19 ຢ່າງຈິງຈັງ. ໂອກາດນີ້ກໍໄດ້ນໍາ ເອົາຄວາມເປັນຫ່ວງເປັນໄຍ ແລະ ຂັວນກຳລັງໃຈຂອງພັກ, ລັດຖະບານທີ່ມີຕໍ່ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບ ການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະ ບັນດາ ແຂວງພາກໃຕ້. ພ້ອມທັງໃຫ້ທິດ ຊີ້ນໍາຕໍ່ຄະນະພັກ-ອົງການປົກ ຄອງແຂວງ ກໍຄືຄະນະສະເພາະ ກິດແຕ່ລະຂັ້ນໃຫ້ສືບຕໍ່ເອົາໃຈ ໃສ່ໃນການຄວບຄຸມພະຍາດໂຄ ວິດ-19 ໃຫ້ແຂງແຮງກວ່າເກົ່າ. ຖືເອົາການປະຕິບັດມາດຕະການ ທີ່ສູນກາງພັກ, ລັດຖະບານ ແລະ ແຂວງວາງອອກຢ່າງເຂັ້ມງວດ ແລະ ເປັນເຈົ້າການຂອງທົ່ວປວງ ຊົນ. ສືບຕໍ່ປຸກລະດົມກຳລັງແຮງ ຂອງສັງຄົມສາມັກຄີກັນປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດພະຍາດໂຄວິດ-19 ໃຫ້ຫຼຸດ ໜ້ອຍຖອຍລົງເທື່ອລະກ້າວ. ໂອກາດມາຢ້ຽມຢາມ ແລະ ຊີ້ນໍາ, ຊຸກຍູ້ວຽກງານຄວບຄຸມ ແລະ ແກ້ໄຂການລະບາດພະ ຍາດໂຄວິດ-19 ຢູ່ແຂວງຈໍາປາ ສັກ ແລະ ບັນດາແຂວງພາກໃຕ້ ນາຍົກລັດຖະມົນຕີ ຍັງໄດ້ມອບ ເງິນໃຫ້ແຂວງຈໍາປາສັກ ຈໍາ ນວນ 450 ລ້ານກີບ, ແຂວງສາ ລະວັນ, ເຊກອງ ແລະ ແຂວງອັດ ຕະປື ແຂວງລະ 150 ລ້ານກີບ.ເພື່ອນໍາໃຊ້ເຂົ້າໃນການຄວບຄຸມ ແກ້ໄຂການລະບາດພະຍາດໂຄ ວິດ-19. ຈາກນີ້ກໍໄດ້ໄປຢ້ຽມ ຢາມໂຮງໝໍພາກສະໜາມວິທະ ຍາໄລການເງິນພາກໃຕ້ເພື່ອເປັນ ການຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈແກ່ພະນັກງານ ແພດໝໍ ແລະ ຜູ້ຕິດເຊື້ອໂຄວິດ-19 ທີ່ກຳລັງພະຍາບານຕົວຢູ່. ຕິດຕາມທ່ານນາຍົກລັດຖະ ມົນຕີ ຢ້ຽມຢາມ ແລະ ຊີ້ນໍາວຽກ ງານຄວບຄຸມ ແລະ ແກ້ໄຂການ ລະບາດພະຍາດໂຄວິດ-19 ຢູ່ ແຂວງຈໍາປາສັກ. ຄັ້ງນີ້ມີລັດຖະ ມົນຕີກະຊວງການເງິນ, ລັດຖະ ມົນຕີກະຊວງສາທາລະນະສຸກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ