ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກທອ ປາຖະກະຖາ ວັນຄ້າຍ ວັນເກີດ ປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາຮ່ວມມື ລາວ-ຫວຽດນາມ
ເວລາອອກຂ່າວ: 2021-07-29 08:46:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ໃນວັນທີ 21 ກໍລະກົດ 2021 ນີ້, ກອງບັນຊາການທະຫານອາ ກາດ(ກທອ) ໄດ້ຈັດຕັ້ງປະຖະ ກະຖາວັນຄ້າຍ ວັນເກີດປະທານ ສຸພານຸວົງ ຄົບຮອບ 112 ປີ ແລະ ວັນເຊັນສົນທິສັນຍາຮ່ວມມື ລາວ-ຫວຽດນາມ ຄົບຮອບ 44 ປີໂດຍການເປັນປະທານ ແລະ ປາ ຖະກະຖາຂອງ ສະຫາຍ ພັນໂທ ສິງພອນ ແກ້ວຈຳປາ ຮອງຫົວ ໜ້າຫ້ອງການເມືອງ ກອງບັນຊາ ການທະຫານອາກາດ, ມີພະນັກ ງານ-ນັກຮົບທົ່ວອົງການ ກທອ ເຂົ້າຮ່ວມຮັບຟັງ. ສະຫາຍ ພັນໂທ ສິງພອນແກ້ວ ຈໍາປາ ໄດ້ໄດ້ຍົກໃຫ້ເຫັນປະ ຫວັດມູນເຊື້ອຊີວິດການເຄື່ອນ ໄຫວປະຕິວັດຂອງປະທານ ສຸ ພານຸວົງ ໃນການນໍາພາປະຊາ ຊົນລາວຕໍ່ສູ້ກູ້ຊາດໃນແຕ່ລະໄລ ຍະທີ່ສ່ອງແສງເຖິງຜົນງານອັນ ຍິ່ງໃຫຍ່ ແລະ ຄຸນສົມບັດສິນທໍາ ປະຕິວັດອັນຜ່ອງໃສ, ຄວາມມາ ນະອົດທົນ, ເດັດດ່ຽວ, ເຂັ້ມແຂງ, ມີເຫດມີຜົນ, ມີຄວາມກ້າຫານ ແລະ ຄວາມເສຍສະຫຼະ ຍາມໃດ ເພິ່ນກໍຍົກສູງຜົນປະໂຫຍດຂອງ ຊາດ ຂອງປະຊາຊົນຫຼາຍກວ່າ ຜົນປະໂຫຍດສ່ວນຕົວ ແລະ ຄອບ ຄົວ, ຕໍ່ສູ້ຢ່າງກ້າແກ່ນພິລະອາດ ຫານບໍ່ຍອມຈຳນົນ ມີນໍ້າໃຈຮັກ ຊາດອັນດູດດື່ມ, ມີນໍ້າໃຈເສຍສະ ຫຼະເພື່ອຊາດ, ເພື່ອປະຊາຊົນ ຍ້ອນນໍ້າໃຈອັນແຮງກ້າຂອງບັນ ດາຜູ້ນໍາທີ່ສະຫຼາດສ່ອງໃສປີຊາ ສາມາດ ແລະ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງບັນດາ ຜູ້ນຳໃນວີລະກຳເຫດການໂຕນ ຄຸກຢ່າງມະຫັດສະຈັນໄປສູ່ເຂດທີ່ ໝັ້ນປະຕິວັດຢ່າງປອດໄພ ແລະ ເຮັດສຳເລັດ ຈົນຍາດໄດ້ໄຊຊະ ນະອັນໃຫຍ່ຫຼວງ. ພ້ອມທັງຍົກ ໃຫ້ເຫັນການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫຽດນາມ ປະ ຊາຊົນສອງຊາດມີມູນເຊື້ອສາ ມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາເປັນພັນໆປີ ໃນການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດ ພິເສດແມ່ນໄລຍະດຳເນີນການຕໍ່ ສູ້ປະຕິວັດເປັນເວລາເຄິ່ງສະຕະ ວັດພາຍໃຕ້ການນຳພາຂອງພັກ ກອມມູນິດອິນດູຈີນ ຕໍ່ມາພັກປະ ຊາຊົນປະຕິວັດລາວ ແລະ ພັກ ກອມມູນິດຫວຽດນາມ ມີການ ຮ່ວມມືພິເສດຮອບດ້ານຂອງ ສອງຊາດ ລາວ-ຫວຽດນາມ ໂດຍແມ່ນປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ ຈາກນັ້ນມາ ການນຳແຕ່ລະຮຸ່ນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ່າງກໍ ເອົາໃຈໃສ່ປັບປຸງເສີມຂະຫຍາຍ ໃຫ້ກາຍເປັນສາຍພົວພັນສາມັກ ຄີອັນຜຸດຜ່ອງ ທີ່ຫາຍາກໃນການ ພົວພັນສາກົນ. ການປາຖະກະຖາໃນຄັ້ງນີ້, ແນໃສ່ເພື່ອເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້ຢ່າງເລິກເຊິ່ງເຖິງ ທາດແທ້ມູນເຊື້ອ, ຄຸນສົມບັດ, ສີນທໍາປະຕິວັດ, ຄຸນງາມຄວາມ ດີຂອງປະທານ ສຸພານຸວົງ ເພື່ອ ເປັນ ບົດຮຽນນໍາມາເຝິກຝົນຫຼໍ່ ຫຼອມຕົນເອງນໍາໃຊ້ເຂົ້າໃນຊີວິດ ປະຈໍາວັນ ແລະ ໜ້າທີ່ວຽກງານ ຕົວຈິງຂອງກົມກອງຢ່າງມີຫົວ ຄິດປະດິດສ້າງຢ່າງກວ້າງຂວາງ ແລະ ຮັບຮູ້ເຖິງສາຍພົວພັນລະ ຫວ່າງ ລາວ-ຫວຽດນາມ ໃນການ ພົວພັນຮ່ວມມືດ້ານການພັດທະ ນາຊັບພະຍາກອນມະນຸດ, ການ ຮ່ວມມືເສດຖະກິດ ແລະ ດ້ານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃຫ້ນັບມືແໜ້ນແຟ້ນ ກວ້າງຂວາງ ແລະ ເຕີບໃຫຍ່ເຂັ້ມ ແຂງສູງຂຶ້ນ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ