ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບນາມມະຍົດ ແລະ ຫຼຽນນາມມະຍົດວິລະຊົນແຫ່ງຊາດ ໃຫ້ກອງພັນໃຫຍ່ 641
ເວລາອອກຂ່າວ: 2021-07-29 08:34:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ:



ພິທີມອບນາມມະຍົດ ແລະ ຫຼຽນນາມມະຍົດວິລະຊົນແຫ່ງ ຊາດ ໃຫ້ບັນດາກົມກອງທີ່ຂຶ້ນ ກັບກອງພັນໃຫຍ່ 641 ໄດ້ຈັດ ຂຶ້ນໃນວັນທີ 28 ກໍລະກົດ 2021 ນີ້, ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະ ປະຈຳພັກກະຊວງ, ຮອງຫົວ ໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານທົ່ວກອງ ພັນໃຫຍ່ 641 ເຂົ້າຮ່ວມ. ສະຫາຍ ພັນເອກ ສອນແກ້ວ ຜາລີທອງ ຫົວໜ້າການເມືອງ ກອງພັນໃຫຍ່ 641 ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະແຫ່ງການເຕີບ ໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີ ໄຊ ກໍຄືໄລຍະປັບປຸງກໍ່ສ້າງກົມ ກອງ, ແມ່ນໄລຍະແຫ່ງການທົດ ສອບໃນສະໜາມຮົບປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນສະພາບການໃໝ່ ຖັນແຖວສະມາຊິກພັກນາຍ ແລະ ພົນທະຫານ ໄດ້ປະເຊີນໜ້າກັບ ອຸປະສັກນາໆປະການ ເຕັມໄປ ດ້ວຍການເສຍສະຫຼະເລືອດ ເນື້ອໃນບັ້ນຮົບຕ່າງໆ ຢ່າງລະ ອິດລະອ້ຽວ ຕໍ່ສູ້ບໍ່ຍອມຈຳນົນ ຄຽງບ່າຄຽງໄລ່ກັບເຫຼົ່າຮົບອື່ນໆ ເຂົ້າຮ່ວມຫຼາຍບັ້ນຮົບ-ບັ້ນຕີ ເພື່ອ ສູ້ຮົບປົດປ່ອຍຊາດ ອອກຈາກ ແອກປົກຄອງຂອງພວກລ່າ ເມືອງຂຶ້ນແບບເກົ່າ ແລະ ແບບ ໃໝ່, ໃນການປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງນັ້ນ ນາຍ ແລະ ພົນທະຫານແຕ່ລະຮຸ້ນ ໄດ້ສ້າງຜົນງານ ແລະ ໄຊຊະນະ ອັນໃຫຍ່ຫຼວງ ປະກອບສ່ວນເຂົ້າ ໃນໄຊຊະນະລວມຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າ ລວມ, ເວົ້າສະເພາະ ກໍຄື ກອງ ພັນໃຫຍ່ 641 ໃຫ້ເຕີບໃຫຍ່ເຂັ້ມ ແຂງເປັນກ້າວໆມາ. ຜ່ານການ ເຄື່ອນໄຫວເຮັດສຳເລັດໜ້າທີ່ ວຽກງານປ້ອງກັນຊາດ ນັບທັງ ມູນເຊື້ອວີລະກຳສູ້ຮົບ ແລະ ສູ້ ຮົບມີໄຊ ຂອງບັນດາກົມກອງໃນ ເມື່ອກ່ອນ ແລະ ຜົນງານການ ເຄື່ອນໄຫວໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດ ທະນາປະເທດ ໃນປັດຈຸບັນກົມ ກອງ, ນາຍ ແລະ ພົນທະຫານ ທົ່ວກອງພັນໃຫຍ່ 641 ໄດ້ຮັບ ການຍ້ອງຍໍສັນລະເສີນຈາກ ການນຳພັກ-ລັດ ແລະ ກະຊວງ ປ້ອງກັນປະເທດຫຼາຍປະເພດ ໃນນີ້, ໄດ້ຮັບນາມມະຍົດເປັນ ກອງວີລະຊົນມີ 3 ກົມກອງ ແລະ 6 ສະຫາຍ, ໄດ້ຮັບນາມ ມະຍົດເປັນນັກຮົບແຂ່ງຂັນ 12 ສະຫາຍ, ກົມກອງລວມໝູ່ ແລະ ບຸກຄົນ ໄດ້ຮັບຫຼຽນໄຊ ປະເພດຕ່າງໆ 805 ໜ່ວຍ, ຫຼຽນ ກາປະເພດຕ່າງໆ 1.083 ໜ່ວຍ, ໃບຍ້ອງຍໍ 2.140 ໃບ, ທຸງໄຊ ເຄື່ອນທີ່ 1 ຜືນ, ທຸງມູນເຊື້ອ 1 ຜືນ, ທຸງໄຊວີລະຊົນ 3 ຜືນ, ທຸງ ພິລາດອາດຫານ 1 ຜືນ ແລະ ທຸງ ປ້ອງກັນ ນ່ານຟ້າດີເດັ່ນ 3 ຜືນ. ຈາກນັ້ນ, ກໍໄດ້ມອບນາມມະຍົດ ແລະ ຫຼຽນນາມມະຍົດວີລະຊົນ ແຫ່ງຊາດ ໃຫ້ກອງພັນ 601, ກອງຮ້ອຍ 4 ກອງພັນ 601 ແລະ ກອງຮ້ອຍ 27 ກອງພັນ 456 ທີ່ຂຶ້ນກັບກອງພັນໃຫຍ່ 641 ຢ່າງສົມກຽດ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ