ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມລັດຖະບານ ປຶກສາຫາລືກຽມຮັບມືກັບໄພພິບັດທາງທຳມະຊາດ
ເວລາອອກຂ່າວ: 2021-07-28 09:13:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ກອງປະຊຸມລັດຖະບານປະ ຈຳເດືອນ ກໍລະກົດ ໄດ້ຈັດຂຶ້ນໃນ ວັນທີ 26-27 ກໍລະກົດ 2021 ນີ້, ທີ່ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ໂດຍການເປັນປະ ທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໂດຍການເຂົ້າ ຮ່ວມຂອງບັນດາທ່ານຮອງນາ ຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານ ຢ່າງຄົບຖ້ວນ. ໃນກອງປະຊຸມ, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ຮອງປະທານ, ຜູ້ປະ ຈຳການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ ລາຍງານ ສະພາບໄພພິບັດທີ່ເກີດ ຂຶ້ນໃນຊ່ວງເດືອນ ມິຖຸນາ-ກໍລະ ກົດ 2021 ເຊິ່ງ ສປປ ລາວ ໄດ້ຮັບ ຜົນກະທົບຈາກລົມພະຍຸໝຸນ ເຂດຮ້ອນ ໂຄກູມະ ແລະ ເຈີມປາ ກາ ທີ່ພັດຜ່ານເຂົ້າມາອັນໄດ້ເຮັດ ໃຫ້ເກີດມີຟ້າລົມຝົນຕົກຢູ່ໃນ ຂອບເຂດທົ່ວປະເທດເຮົາ ໂດຍ ສະເພາະເກີດມີນໍ້າຖ້ວມ ຢູ່ 4 ແຂວງ ຄື: ແຂວງໄຊຍະບູລີ, ບໍ່ ແກ້ວ, ຫຼວງພະບາງ, ຫຼວງນໍ້າທາ ເຊິ່ງສົ່ງຜົນກະທົບໂດຍກົງໃສ່ 18 ເມືອງ, 218 ບ້ານ, 3.608 ຄອບ ຄົວ, 15.012 ຄົນ, ຍິງ 7.533 ຄົນ, ເຮັດໃຫ້ມີຄົນບາດເຈັບ 4 ຄົນ, ເສຍຊີວິດ 2 ຄົນ, ເຮືອນເສຍ ຫາຍ 60 ສ່ວນຮ້ອຍຂຶ້ນໄປ 38 ຫຼັງ, ເສຍຫາຍບາງສ່ວນ 2.305 ຫຼັງ, ເນື້ອທີ່ທໍາການຜະລິດຖືກ ເສຍຫາຍ 1.197 ຮຕ, ຊົນລະປະ ທານ 71 ແຫ່ງ, ທາງ 25 ເສັ້ນ ແລະ 19 ຈຸດ. ຄາດນະເນມູນຄ່າເສຍ ຫາຍເບື້ອງຕົ້ນ 183 ຕື້ກວ່າກີບ. ສ່ວນຜົນກະທົບຈາກ ພະຍຸເຈີມ ປາກາ ທີ່ເກີດຂື້ນໃນລະຫວ່າງ ວັນທີ 18-21 ມິຖຸນາ 2021 ໄດ້ ເຮັດໃຫ້ເກີດນໍ້າຖ້ວມ ຢູ່ 2 ແຂວງ ຄື: ແຂວງຫຼວງນໍ້າທາ ແລະ ຫຼວງ ພະບາງ ເຊິ່ງແຂວງຫຼວງນໍ້າທາ ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ຢູ່ 3 ເມືອງ ຄື: ເມືອງລອງ, ຫຼວງນໍ້າ ທາ ແລະ ວຽງພູຄາ, ມີ 31 ບ້ານ, 149 ຄອບຄົວ, ເສຍຊີວິດ 1 ຄົນ (ດິນຖະຫຼົ່ມທັບ), ດິນເຊາະເຈື່ອນ ເຮືອນເສຍຫາຍເປ່ເພ 14 ຫຼັງ ເນື້ອທີ່ທໍາການຜະລິດ 150 ເຮັກຕາ, ຊົນລະປະທານ ປະມານ 70 ແຫ່ງ, ເສັ້ນທາງເລກທີ 17B ຖືກເຊາະເຈື່ອນ, ເສັ້ນທາງເລກທີ 17B ຖືກນໍ້າເຊາະເຈື່ອນ 5 ຈຸດ, ບາງຈຸດແມ່ນລົດບັນທຸກໜັກບໍ່ ສາມາດແລ່ນຜ່ານໄດ້. ສຳລັບແຂວງຫຼວງພະບາງ ແມ່ນໄດ້ຮັບຜົນກະທົບເລັກໜ້ອຍ ມີນ້ຳໄຫລສຸເຂົ້າ 3 ບ້ານ ຢູ່ໃນ ຕົວ ເມືອງນະຄອນຫຼວງພະບາງ ຄື: ບ້ານພິກໃຫຍ່, ບ້ານຊຽງລ້ວມ ແລະ ບ້ານກົກງິ້ວ. ສຳລັບການ ຊ່ວຍເຫລືອຕອບໂຕ້ສຸກເສີນນັ້ນ, ທາງອຳນາດການປົກຄອງທ້ອງ ຖິ່ນ ກໍໄດ້ໃຊ້ພາຫະນະ ແລະ ກຳ ລັງພົນຈາກກອງບັນຊາການ ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ຊາວໜຸ່ມ ຂອງແຂວງ ແລະ ເມືອງຈຳນວນໜຶ່ງ ໄປຍົກ ຍ້າຍປະຊາຊົນ, ຂົນເຄື່ອງຂອງ ທີ່ຈຳເປັນໄປໄວ້ໃນບ່ອນທີ່ປອດ ໄພ ພ້ອມທັງຊີ້ນຳໃຫ້ແຂວງນຳ ໃຊ້ເຂົ້າທີ່ກະຊວງໄດ້ຈັດສົ່ງໄປ ຕາມແຜນແບ່ງປັນໃຫ້ແຕ່ລະ ແຂວງແລ້ວ ເຊິ່ງແຂວງຫຼວງນ້ຳ ທາ 120 ໂຕນ ແລະ ຫຼວງພະ ບາງ 105 ໂຕນ ພ້ອມທັງໃຫ້ການ ຊ່ວຍເຫລືອສຸກເສີນເງິນ 350 ລ້ານກີບ, ເຄື່ອງອຸປະໂພກ-ບໍລິ ໂພກ ລວມມູນຄ່າ 170 ລ້ານກີບ. ພ້ອມກັນນີ້, ທາງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ຍັງໄດ້ແຈ້ງເຕືອນ ກ່ຽວກັບສະພາບອາກາດຈາກ ພະຍຸ ເຈິມປາກາ ແມ່ນໄດ້ມີກຳ ລັງລົມອ່ອນລົງກາຍເປັນຄວາມ ກົດດັນອາກາດຕໍ່າທີ່ມີກຳລັງ ແຮງ ແລະ ຍັງສືບຕໍ່ໃຫ້ມີຝົນຕົກ ຢູ່ໃນຂອບເຂດທົ່ວປະເທດ ເຊິ່ງ ຈະເຮັດໃຫ້ລະດັບແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ເພີ່ມສູງຂຶ້ນ ໂດຍສະເພາະບັນດາແຂວງພາກ ກາງ ແລະ ພາກໃຕ້ ຈະຕ້ອງໄດ້ ຕິດຕາມ ແລະ ເຝົ້າລະວັງລະດັບ ນ້ຳຢ່າງໃກ້ຊິດ. ດ້ວຍຄວາມເປັນຫ່ວງເປັນ ໃຍຈາກສູນກາງພັກ-ລັດຖະບານ ເພື່ອຮັບປະກັນໃຫ້ຊີວິດ ແລະ ຊັບ ສິນຂອງພໍ່ແມ່ປະຊາຊົນບັນດາ ເຜົ່າ ໄດ້ຮັບການປົກປ້ອງ ແລະ ມີຄວາມປອດໄພ ພ້ອມທັງໄດ້ຮັບ ການຊ່ວຍເຫຼືອຮີບດ່ວນທັນການ, ຄະນະກຳມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ໄດ້ຊີ້ນຳຄະ ນະກຳມະການຄຸ້ມຄອງໄພພິບັດ ແຕ່ລະຂັ້ນຕິດຕາມສະພາບດິນ ຟ້າອາກາດທີ່ລາຍງານແຕ່ລະວັນ ເປັນປົກກະຕິຈາກກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ. ພ້ອມນັ້ນ, ຍັງໄດ້ອອກ ແຈ້ງການໃຫ້ບັນດາພະແນກແຮງ ງານ ແລະ ສະຫວັດດີການສັງຄົມ ແລະ ຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ແລະ ເມືອງ ກະກຽມດ້ານກຳລັງພົນ, ເຂົ້າ ກິນ, ເຕັ້ນ, ເຮືອ ແລະ ຈຸດປອດ ໄພທີ່ຈະຍົກຍ້າຍປະຊາຊົນໄປຢູ່ຊົ່ວຄາວ ໃຫ້ຮັບປະ ກັນ ແລະ ທັນກັບສະພາບການ. ສຳລັບຂັ້ນສູນກາງ ແມ່ນໄດ້ ຮ່ວມມືກັບຄູ່ຮ່ວມພັດທະນາສາ ກົນກະກຽມຄວາມພ້ອມເປັນຕົ້ນ ແມ່ນເຂົ້າກິນຈາກ ຄັງແຮເຂົ້າອາ ຊຽນ +3 (AFTERR +3) ແລະ ອົງການອາຫານໂລກ ມີ ເຂົ້າແຮຢູ່ສາງ ຂອງກະຊວງ ຫຼັກ 17 ຈຳນວນ 1.320 ໂຕນ ຫາກ ເກີດ ຜົນກະທົບທີ່ຮ້າຍແຮງຈາກ ໄພພິບັດ ຢູ່ແຂວງໃດກໍສາມາດ ປະສານສົມທົບຮ່ວມກັນລົງໄປ ປະເມີນຜົນເສຍຫາຍ ແລະ ຈັດ ສົ່ງໃຫ້ແຂວງນັ້ນໂດຍໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ