ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມອຸດສາຫະກຳປ້ອງກັນຊາດ ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2021-07-28 09:11:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ວັນທີ 23 ກໍລະກົດ 2021 ນີ້, ກົມອຸດສາຫະກໍາປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ, ໄດ້ຈັດ ຕັ້ງກອງປະຊຸມສະຫຼຸບຕີລາຄາ ການສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈໍາປີ 2021 ແລະ ວາງທິດທາງແຜນການໃນຕໍ່ ໜ້າ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກໍາມະການຄະນະປະຈໍາພັກກະ ຊວງປ້ອງກັນປະເທດ ຫົວໜ້າກົມ ໃຫຍ່ເຕັກນິກກອງທັບ, ພ້ອມດ້ວຍ ຄະນະກວດກາກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ມີເລຂາໜ່ວຍພັກ, ຄະນະໜ່ວຍ ພັກ ພ້ອມດ້ວຍສະມາຊິກພັກເຂົ້າ ຮ່ວມ. ໃນກອງປະຊຸມ ສະຫາຍ ພັນ ໂທ ສຸລິຍົງ ບົວພາວົງ ຄະນະ ໜ່ວຍພັກ ຫົວໜ້າພະແນກແຜນ ການກົມອຸດສາຫະກໍາປ້ອງກັນ ຊາດ, ໄດ້ຍົກໃຫ້ເຫັນຜົນງານ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ ໜ້າ, ເຊິ່ງໂດຍລວມແລ້ວເຫັນ ວ່າຄະນະພັກ-ຄະນະບັນຊາ ແມ່ນ ໄດ້ເອົາໃຈໃສ່ຍົກສູງວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດ, ຕິດພັນກັບໜ້າທີ່ວຽກງານ ວິຊາສະເພາະ, ໜ້າທີ່ການເມືອງ ຂອງກົມກອງເປັນປົກກະຕິ, ພະ ນັກງານ, ສະມາຊິກພັກພາຍໃນ ໜ່ວຍພັກໄດ້ເຊື່ອມຊຶມກຳແໜ້ນ ບັນດາມະຕິຂອງກອງປະຊຸມ ໃຫຍ່ແຕ່ລະຂັ້ນຂອງພັກ, ບັນດາ ເນື້ອໃນຄໍາສັ່ງ, ຂໍ້ກຳນົດ, ກົດລະ ບຽບຂອງພັກ, ຂອງກອງທັບ ແລະ ກົດໝາຍຂອງລັດໄດ້ຢ່າງເລິກ ເຊິ່ງເຮັດໃຫ້ພະນັກງານສະມາ ຊິກພັກ ແຕ່ລະສະຫາຍມີທັດສະ ນະຫຼັກໝັ້ນ, ຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທຳ ປະຕິວັດ, ມີແນວຄິດຫຼັກໝັ້ນ, ອຸ່ນ ອຽນທຸ່ນທ່ຽງຕໍ່ພັກ, ຕໍ່ລັດ, ຕໍ່ອຸ ດົມການສັງຄົມນິຍົມຂອງພັກ ຢ່າງສຸດກົກສຸດປາຍ, ມີລະບຽບ ວິໄນ, ມີແບບແຜນວິທີເຮັດວຽກ ທັນສະໄໝ, ເຮັດວຽກເປັນໝູ່ຄະ ນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ຢຶດໝັ້ນຫຼັກການລວມສູນປະ ຊາທິປະໄຕ, ເອົາໃຈໃສ່ໃນການ ເຮັດໜ້າທີ່ຄຸ້ມຄອງມະຫາພາກ ຮັບປະກັນໄດ້ວຽກງານວິຊາສະ ເພາະຂອງທຸກພາກສ່ວນ, ພັດທະ ນາອຸດສາຫະກໍາ ປະກອບເຄື່ອງ ມືສ້ອມແປງ, ເຄື່ອງຈັກ ແລະ ເຕັກໂນໂລຢີ ໃຫ້ບັນດາໂຮງງານເພື່ອຮັບປະກັນການຜະລິດ ແລະ ສ້ອມແປງໃຫ້ທັນເວລາມີຄຸນ ນະພາບ ເພື່ອຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະ ໃໝ່, ໄດ້ຄົ້ນຄວ້າຕິດຕັ້ງປືນ Zu-23 ໃສ່ລົດຢີນ 131, ຄົ້ນຄວ້າຜະລິດຕະພັນຊິນຢາງໃສ່ປືນໃຫຍ່ໜ້າດິນ 122 D30, ຊີ້ ນໍາຕິດຕັ້ງປືນ 14,5 ມມ ໃສ່ລົດ BTR ແລະ ຄົ້ນຄວ້າດັດແປງປືນ CQ ປະກອບໃສປືນAK 56-1, ຄຸ້ມຄອງໂຮງງານ, ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງສ້າງບັນ ດາຂໍ້ກໍານົດການຄຸ້ມຄອງວັດຖຸ ທາດລະເບີດອຸດສາຫະກໍາໃຫ້ ຮັດກຸມ, ຖືກຕ້ອງໂປ່ງໃສ, ສ້າງ ໄດ້ແບບແຜນດຳລົງຊີວິດປອດ ໃສຂາວສະອາດ, ພ້ອມນີ້ ກໍໄດ້ ປັບປຸງກໍ່ສ້າງໜ່ວຍພັກໃຫ້ມີ ຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນ ຕາມ 5 ຫຼັກການ 3 ທິດ ນຳຂອງພັກ, ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ຕົ້ນຕໍ່ແມ່ນ ປັບປຸງທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນວິທີເຮັດວຽກ ຂອງສະມາຊິກພັກໃຫ້ເຂັ້ມແຂງ, ໜັກແໜ້ນ. ຈາກໝາກຜົນຂອງ ການຈັດຕັ້ງປະຕິບັດກວດກາຕີລາຄາແບ່ງປະເພດຄຸນນະພາບ ຂອງສະມາຊິກພັກສາມາດຈັດ ເປັນປະເພດແຂງ 100%. ໂອກາດນີ້ ສະຫາຍ ພົນຕີ ປະ ສິດ ທ່ຽງທໍາ ໄດ້ໂອ້ລົມຫຼາຍບັນ ຫາສຳຄັນກ່ອນອື່ນສະຫາຍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານທີ່ໜ່ວຍພັກຍາດມາໄດ້ ໃນຜ່ານມາ, ພ້ອມທັງໄດ້ເນັ້ນ ໜັກໃຫ້ຄະນະພັກ, ສະມາຊິກພັກ ຈົ່ງຍົກສູງນໍ້າໃຈຄວາມຮັບຜິດ ຊອບ ໜ້າທີການເມືອງພາຍໃນໜ່ວຍພັກໃຫ້ສູງເດັ່ນ, ເອົາໃຈໃສ່ ເຮັດວຽກງານສຶກສາອົບຮົບ ການເມືອງ-ແນວຄິດ ຕິດພັນ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານພາຍໃນກົມກອງ, ສ້າງແບບແຜນວິທີເຮັດວຽກໃຫ້ ສອດຄ່ອງກັບແບບແຜນນໍາພາ ຂອງກົມກອງ, ພະນັກງານ, ສະ ມາຊິກພັກແຕ່ລະສະຫາຍຕ້ອງ ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຕົນເອງທາງດ້ານເຕັກນິກວິຊາ ສະເພາະ, ຄຸນສົມບັດສິນທຳປະ ຕິວັດ, ມີແນວຄິດຫຼັກໜັ້ນ, ມີສະ ຕິຕໍ່ການຈັດຕັ້ງ, ປະຕິບັດກົດລະ ບຽບຂອງພັກ, ຂອງກອງທັບຢ່າງ ເຂັ້ມງວດ ແລະ ມີແບບແຜນດຳລົງ ຊີວິດປອດໃສຂາວສະອາດ, ເພື່ອ ພ້ອມກັນກໍ່ສ້າງໜ່ວຍພັກໃຫ້ເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ໃຫ້ໄດ້ຫຼາຍສະໄໝຕິດຕໍ່ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ