ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມພົວພັນຕ່າງປະເທດເຂົ້າອວຍພອນທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ
ເວລາອອກຂ່າວ: 2021-07-28 09:06:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ວັນທີ 27 ກໍລະກົດ 2021 ນີ້, ສະຫາຍ ພັນເອກ ໂສວັດ ສັນຕິ ສຸກ ຮອງຫົວໜ້າກົມພົວພັນຕ່າງ ປະເທດ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍ ພອນພະນັກງານ-ນັກຮົບປະຈຳ ຢູ່ຫ້ອງການທີ່ປຶກສາທູດປ້ອງ ກັນຊາດ ສປ ຈີນ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປົດປ່ອຍປະຊາຊົນ ຈີນ ຄົບຮອບ 100 ປີ (1 ສິງຫາ 1921-1 ສິງຫາ 2021) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ(4 ພຶດ ສະພາ1961-4 ພຶດສະພາ 2021), ໂດຍການຕ້ອນຮັບຂອງ ສະຫາຍພັນເອກ ຫຼີ່ປິງ ຫົວໜ້າ ຫ້ອງການທີ່ປຶກສາທູດປ້ອງກັນ ຊາດ ສປ ຈີນ ປະຈຳລາວພ້ອມ ດ້ວຍຄະນະ.ໃນໂອກາດນີ້, ສະຫາຍຮອງ ຫົວໜ້າກົມພົວພັນຕ່າງປະເທດ ໄດ້ຕາງໜ້າໃຫ້ພະນັກງານ-ນັກ ຮົບທົ່ວກົມພົວພັນຕ່າງປະເທດ ກໍຄື ກະຊວງປ້ອງກັນປະເທດ ນຳ ເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນໄປຍັງພັກ-ລັດຖະບານ ແລະ ກະຊວງປ້ອງ ກັນປະເທດ ສປ ຈີນ ແລະ ພະ ນັກງານ-ນັກຮົບຜູ້ປະຈຳການຢູ່ ຫ້ອງການທີ່ປຶກສາທູດປ້ອງກັນ ຊາດຈີນ ປະຈຳ ສປປ ລາວ ຈົ່ງ ມີສຸຂະພາບເຂັ້ມແຂງປະສົບຜົນ ສໍາເລັດໃນໜ້າທີ່ການງານ ທີ່ພັກ-ລັດ ແລະ ປະເທດຊາດມອບ ໝາຍໃຫ້. ພ້ອມກັນສືບຕໍ່ມູນເຊື້ອ ຄວາມສາມັກຄີ ລະຫວ່າງ ສອງ ຊາດ, ສອງກອງທັບ ໃຫ້ໝັ້ນຄົງ ທະນົງແກ່ນຊົ່ວກາລະນານ. ໂອກາດດຽວກັນ, ສະຫາຍທີ່ ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ ກໍໄດ້ກ່າວສະແດງ ຄວາມຂອບໃຈຕໍ່ສະຫາຍຮອງ ຫົວໜ້າກົມພົວພັນຕ່າງປະເທດ, ພະນັກງານ-ນັກຮົບທົ່ວກົມ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຊິ່ງຍາມໃດກໍເປັນ ຫ່ວງເປັນໃຍມາຢ້ຽມຢາມຖາມ ຂ່າວ ແລະ ພ້ອມກັນປຶກສາຫາລື ຖອດຖອນບົດຮຽນຮ່ວມກັນ ຖື ເປັນການເພີ່ມທະວີຮັດແໜ້ນສາຍ ພົວພັນຮ່ວມມື ລະຫວ່າງ ສອງ ຊາດ-ສອງກອງທັບ ໃຫ້ແໜ້ນ ແຟ້ນກວ່າເກົ່າ. ນອກນີ້, ສະຫາຍ ທີ່ປຶກສາທູດປ້ອງກັນຊາດຍັງໄດ້ ອວຍພອນໃຫ້ສະຫາຍຮອງຫົວ ໜ້າກົມພົວພັນຕ່າງປະເທດ ພ້ອມ ດ້ວຍພະນັກງານ-ນັກຮົບທົ່ວກົມ ຈົ່ງມີສຸຂະພາບແຂງແຮງ ພ້ອມ ກັນເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງ ມອບໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ