ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງສ້ອມແປງ 704 ສະຫຼຸບວຽກງານປ້ອງກັນພາຍໃນ
ເວລາອອກຂ່າວ: 2019-01-04 09:10:55 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 349218901 | ຄວາມນິຍົມ:



ທ້າຍເດືອນທັນວາ 2018 ຜ່ານມານີ້, ກອງສ້ອມແປງ 704 ໄດ້ຈັດຕັ້ງສະຫລຸບວຽກງານປ້ອງ ກັນພາຍໃນ ແລະ ເປີດຂະບວນ ການກໍ່ສ້າງກອງ 3 ປອດ ( ປອດໃສ, ປອດໄພ, ປອດຄະດີ ) ປະຈຳປີ 2017-2018 ແລະ ວາງທິດທາງແຜນການປະຈຳປີ 2018-2019 ໂດຍການເປັນປະ ທານຂອງພັນໂທ ສຸກສະຫວັດ ດາລາສຸກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ພັນໂທ ພັນທະມາດ ບຸນທະວົງ ຫົວໜ້າພະແນກພະລາທິການ ກອງສ້ອມແປງ 704 ໄດ້ຜ່ານບົດ ສະຫລຸບ ຕີລາຄາການຈັດຕັ້ງ ເຄື່ອນໄຫວປະຕິບັດວຽກງານ ປ້ອງກັນພາຍໃນໄລຍະ 1 ປີ ຜ່ານ ມາຄະນະພັກ-ຄະນະບັນຊາເວ ລາໃດກໍຖືເອົາວຽກງານປ້ອງກັນ ພາຍໃນສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກ ພະ ນັກງານ-ນັກຮົບໃຫ້ມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມ ບັດ, ສິນທຳປະຕິວັດ, ຍຶດໝັ້ນອຸ ດົມການຂອງພັກ-ລັດ, ຍົກສູງສະ ຕິລະວັງຕົວເປັນເຈົ້າການປ້ອງ ກັນຕົນເອງ, ປ້ອງກັນກົມກອງ ແລະ ປ້ອງກັນແນວທາງນະໂຍ ບາຍຂອງພັກ, ບໍ່ເຮັດເຊື່ອມເສຍ ກຽດສັກສີຂອງກອງທັບ, ເອົາໃຈ ໃສ່ຮັກສາຄວາມລັບຂອງພັກ ແລະ ຂອງກອງທັບ ນອກນັ້ນ ໄດ້ເອົາໃຈໃສ່ຊີ້ນຳບັນດາພະແນກ ການ, ຂະແໜງການ ແລະ ແຕ່ລະ ໜ່ວຍການຈັດຕັ້ງຕະຫຼອດຜູ້ຮັບ ຜິດຊອບວຽກງານປ້ອງກັນພາຍ ໃນ ເປັນເຈົ້າການເກັບກຳຂໍ້ມູນ- ຄຸ້ມຄອງສະພາບການເມືອງ ພາຍໃນ ໃຫ້ລະອຽດເປັນປະຈຳ ແລະ ທຸກການເຄື່ອນໄຫວຂອງ ພະນັກງານ-ນັກຮົບໄຈ້ແຍກ ໃຫ້ເຫັນດ້ານດີ-ດ້ານອ່ອນ-ດ້ານ ຄົງຄ້າງ, ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ໃນກົມກອງ ແລະ ການແຊກຊຶມຂອງກຸ່ມຄົນ ບໍ່ດີເຂົ້າສູ່ພາຍໃນ, ສ້າງໃຫ້ກົມ ກອງມີຄວາມສະຫງົບປອດໄພ ແລະ ຊຸກຍູ້ຂະບວນການສ້າງກອງ ປອດໃສ, ປອດໄພ, ປອດຄະດີ ຕິດພັນກັບການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການລວມຂອງກົມ ກອງໃຫ້ມີບັນຍາກາດຟົດຟື້ນຕໍ່ ເນື່ອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ