ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດ ປະກາດຊັ້ນໃຫ້ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2021-07-28 08:53:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ວັນທີ 21 ກໍລະກົດ 2021, ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ຈັດຕັ້ງປະກາດທຽບ ຊັ້ນໃຫ້ນາຍ ແລະ ພົນທະຫານ ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ສີສະຫວາດ ວັນ ເພັງ ກໍາມະການຄະນະພັກ ອົງ ການຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນ ປະເທດ, ມີ ຄະນະພັກ-ຄະນະບັນ ຊາຫ້ອງວ່າການເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາຫຼ້າ ແສນ ເຂດ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກໍໄດ້ຜ່ານຂໍ້ຕົກ ລົງຂອງກົມໃຫຍ່ການເມືອງກອງ ທັບ ວ່າດ້ວຍການປະດັບທຽບຊັ້ນ ໃຫ້ນາຍທະຫານຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ ທັງໝົດ ມີ 5 ສະຫາຍ. ໃນນີ້, ປະດັບທຽບ ຊັ້ນຮ້ອຍໂທ 4 ສະຫາຍ ແລະ ປະ ດັບທຽບຊັ້ນຮ້ອຍຕີ 1 ສະຫາຍ. ສະຫາຍ ພັນເອກ ສີສະຫວາດ ວັນເພັງ ໄດ້ໂອ້ລົມຕໍ່ພະນັກງານ ຜູ້ທີ່ໄດ້ຮັບຊັ້ນໃໝ່ ຈົ່ງສືບຕໍ່ເຝິກ ຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ຊອກຮູ້ຮໍ່າຮຽນໃນດ້ານ ຕ່າງໆ ເພື່ອພັດທະນາຕົນເອງ ແລະ ກົມກອງ ພ້ອມກັນນັ້ນ, ກໍຕ້ອງ ເສີມຂະຫຍາຍຮັດແໜ້ນຄວາມ ສາມັກຄີພາຍໃນ ແລະ ນອກກົມ ກອງໃຫ້ດີ. ໂດຍ: ນາງ ດໍາດວນ ວົງພິລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ