ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກສະຫະພັນແມ່ຍິງ ກມທ ປາຖະກະຖາວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 66 ປີ
ເວລາອອກຂ່າວ: 2021-07-27 08:39:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 234 | ຄວາມນິຍົມ:



ໃນວັນທີ 23 ກໍລະກົດ 2021 ນີ້, ພະແນກສະຫະພັນແມ່ ຍິງ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 66 ປີ, ໂດຍການ ເປັນປະທານ ແລະ ປາຖະກະ ຖາຂອງ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າ ຫ້ອງການສະຫະພັນແມ່ຍິງ ກະ ຊວງປ້ອງກັນປະເທດ, ມີຄະນະ ພັກ-ຄະນະບັນຊາ, ຄະນະໜ່ວຍ ສະຫະພັນແມ່ຍິງທີ່ຂຶ້ນກັບພ້ອມ ດ້ວຍສະມາຊິກສະຫະພັນແມ່ຍິງ ອ້ອມຂ້າງເຂົ້າຮ່ວມ. ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ໄດ້ເລົ່າຄືນມູນເຊື້ອ ການກຳເນີດ, ການປັບປຸງກໍ່ສ້າງ ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນ ງານການເຄື່ອນໄຫວຂອງສະຫະ ພັນແມ່ຍິງລາວຕະຫຼອດໄລຍະ 66 ປີຜ່ານມາ, ເຊິ່ງເອື້ອຍນ້ອງ ແມ່ຍິງລາວໃນເມື່ອກ່ອນໄດ້ປະ ກອບສ່ວນອຸທິດເຫື່ອແຮງ, ສະຕິ ປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ ຊາດ ຄຽງບ່າຄຽງໄຫຼ່ກັບເພດ ຊາຍ ດ້ວຍຄວາມອົງອາດກ້າຫານ ໂດຍໄດ້ຈັດຕັ້ງໜ່ວຍວັນນະລີຂຶ້ນ ຕໍ່ມາກໍມີແມ່ຍິງນັກຮົບຢູ່ຊົນນະ ບົດ, ໜ່ວຍຍຸວັນນະລີຢູ່ຕາມຕົວ ເມືອງໄດ້ເຄື່ອນໄຫວ ແລະ ເຕີບ ໃຫຍ່ຂະຫຍາຍຕົວນັບມື້ກວ້າງ ຂວາງ, ວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນ ຄວ້າແມ່ຍິງຂຶ້ນ ເພື່ອນຳພາແມ່ຍິງໃນທົ່ວປະເທດປະກອບສ່ວນ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ແມ່ຍິງລາວຈຳນວນບໍ່ໜ້ອຍຖືກສັດຕູຈັບຄຸມຂັງ, ທຸບຕີທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ, ແຕ່ແມ່ຍິງລາວເດັດຂາດບໍ່ຍອມ ຈຳນົນ, ບໍ່ຍອມໄຂຄວາມລັບ, ເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານ, ອັນໄດ້ເຮັດໃຫ້ເອື້ອຍນ້ອງແມ່ຍິງ ລາວໄດ້ຮັບການຍ້ອງຍໍສັນລະ ເສີນໃນຫຼາຍລະດັບ, ນອກນັ້ນ, ຍັງມີສະຫະພັນແມ່ຍິງຈຳນວນ ຫຼາຍໄດ້ຮັບຄັດເລືອກໃຫ້ເປັນ ແບບຢ່າງທີ່ດີເດັ່ນປະກອບສ່ວນ ເຂົ້າໃນຂົງເຂດວຽກງານຕ່າງໆ ໃນອົງການຈັດຕັ້ງພັກ-ລັດ, ພາຍ ຫຼັງປະເທດຊາດໄດ້ຮັບການ ປົດປ່ອຍແມ່ຍິງລາວໄດ້ສືບຕໍ່ ເສີມຂະຫຍາຍມູນເຊື້ອດຸໝັ່ນຂະ ຫຍັນພຽນ ຕັ້ງໜ້າປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງ. ຈາກ ນັ້ນກໍໄດ້ຈັດຕັ້ງສາຍຮູບເງົາ ຜົນງານການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງລາວໃນ ໄລຍະຜ່ານມາໃຫ້ສະມາຊິກສະ ຫະພັນແມ່ຍິງໄດ້ຮັບຊົມເພື່ອ ສຶກສາອົບຮົມໃຫ້ສະມາຊິກແມ່ ຍິງແຕ່ລະກົມກອງເຊື່ອມຊຶມ ກຳແໜ້ນຕື່ມມູນເຊື້ອຂອງສະຫະ ພັນແມ່ຍິງລາວ ແລະ ຮໍ່າຮຽນ ເອົາແບບຢ່າງມາເປັນແນວທາງ ໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກແມ່ຍິງທີ່ດີຂອງກົມກອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ