ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ສອບເສັງນັກຮຽນນາຍສິບ ຊຸດທີ VI
ເວລາອອກຂ່າວ: 2021-07-27 08:35:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 348 | ຄວາມນິຍົມ:



ໂຮງຮຽນການທະຫານ ທ້ອງຖິ່ນແຂວງອຸດົມໄຊ ໄດ້ສອບ ເສັງນັກຮຽນນາຍສິບ ຊຸດທີ VI ປະຈຳສົກຮຽນ 2020-2021 ໃນວັນທີ 19 ກໍລະກົດ 2021, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຫົງທອງ ໂຢນມະນີ ກໍາມະການຄະນະພັກ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ອຸດົມໄຊ, ມີຄະນະພັກ-ຄະນະ ບັນຊາ, ຄະນະຮັບຜິດຊອບ, ຄູອາຈານ ພ້ອມດ້ວຍນັກຮຽນ ນາຍສິບ ຊຸດທີ VI ເຂົ້າຮ່ວມ. ສະຫາຍ ພັນຕີ ພອນແກ້ວ ດາລາເພັດ ຮອງຫົວໜ້າການທະ ຫານໂຮງຮຽນ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະ ຫານແຂວງອຸດົມໄຊ ວ່າດດ້ວຍ ການແຕ່ງຕັ້ງຄະນະປະທານ, ຄະນະຮັບຜິດຊອບ ແລະ ອະນຸ ກຳມະການສອບເສັງໃຫ້ນັກ ຮຽນນາຍສິບ ແລະ ກຳລັງໄຟ ແບກຫາບ ລະບົບ 10 ເດືອນ ຊຸດທີ VI ສົກຮຽນ 2020-2021, ການສອບເສັງໃຫ້ນັກຮຽນນາຍ ສິບຊຸດນີ້ແມ່ນໄດ້ເລີ່ມສອບເສັງ ແຕ່ວັນທີ 19 ຫາ 23 ກໍລະກົດ 2021 ຈຶ່ງສຳເລັດຕາມແຜນ ການ. ວິຊາສອບເສັງລວມມີ 5 ວິຊາ: ການເມືອງ, ສິລະປະ ຍຸດແບກຫາບ, ສິລະປະຍຸດປືນ ຮາບ, ລະບຽບ ແລະ ຍຸດທະວິທີ. ໂດຍ: ສົມພູນ ທໍາມະຕານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ