ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ທອງລຸນ ສີສຸລິດ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງ
ເວລາອອກຂ່າວ: 2021-07-27 08:33:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 123 | ຄວາມນິຍົມ:



ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງຊຽງຂວາງ ໃນວັນທີ 23-24 ກໍລະກົດ 2021, ໂດຍ ການຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍບັນດາການນຳແຂວງ ແລະ 7 ເມືອງ ທົ່ວແຂວງຊຽງ ຂວາງ ເຂົ້າຮ່ວມ. ທ່ານ ທອງລຸນ ສີສຸລິດ ໄດ້ ຮັບຟັງການລາຍງານສະພາບ ການພັດທະນາເສດຖະກິດ-ສັງ ຄົມພາຍໃນແຂວງ. ໂດຍລວມ ແຂວງຊຽງຂວາງ ຍັງຮັກສາ ໄດ້ຄວາມໜັກແໜ້ນທາງດ້ານ ການເມືອງ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ ເຮັດໃຫ້ປະຊາ ຊົນຍູທ່າງທຳມາຫາກິນ ແລະ ມີ ການພັດທະນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຫັນເອົາກຳລັງລົງກໍ່ ສ້າງຮາກຖານການເມືອງປະຈຳ ບ້ານ, ກຸ່ມບ້ານເປັນປົກກະຕິ, ສາ ມາດສ້າງບ້ານປ້ອມໝັ້ນໄດ້ 12 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ຜ່ານການຕີລາຄາປະ ເມີນຜົນການເຊື່ອມຊຶມ-ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ ແລະ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະ ນະພັກແຂວງເຮັດໃຫ້ເປົ້າໝາຍ ທີ່ເຂົ້າຮ່ວມຮັບຮູ້-ເຂົ້າໃຈຢ່າງ ເລິກເຊິ່ງ, ສະໜັບສະໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າຮ່ວມ ປະຕິບັດໜ້າທີ່ການເມືອງໄດ້ເປັນ ຢ່າງດີ ເພື່ອແນໃສ່ເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມ, ມີ ການຫັນປ່ຽນໃໝ່ ແລະ ຂະຫຍາຍ ຕົວ. ມາຮອດປັດຈຸບັນ, ການພັດ ທະນາເສດຖະກິດພາຍໃນແຂວງ ມີການຂະຫຍາຍຕົວດີສົມຄວນ, ສະເລ່ຍລາຍຮັບ ບັນລຸໄດ້ 1.622 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ລວມ ຍອດຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 16 ພັນກວ່າຕື້ກີບ, ວຽກງານການປູກຝັງ-ລ້ຽງສັດ ແຂວງໄດ້ຫັນການລ້ຽງສັດແບບ ທຳມະຊາດມາເປັນການລ້ຽງສັດ ແບບຟາມ, ເປັນກຸ່ມເຮັດໃຫ້ການ ລົງທຶນເຂົ້າໃສ່ການລ້ຽງສັດໃຫຍ່ ມີມູນຄ່າເຖິງ 537 ກວ່າຕື້ກີບ, ວຽກງານພັດທະນາຊົນະບົດ ແລະ ແກ້ໄຂຄວາມທຸກຍາກສາມາດ ລຶບລ້າງຄວາມທຸກຍາກໄດ້ 35 ບ້ານ, ລຶບລ້າງບ້ານທຸກຍາກໄດ້ 411 ບ້ານ ແລະ ລຶບລ້າງຄອບ ຄົວທຸກຍາກໄດ້ 209 ຄອບຄົວ. ມາຮອດປັດຈຸບັນ, ເຮັດໃຫ້ຍັງເຫຼືອ ຄອບຄົວທຸກຍາກ 769 ຄອບຄົວ ກວມເອົາ 1,86 % ຂອງຈໍານວນ ຄອບຄົວທັງໝົດທົ່ວແຂວງ. ປະທານປະເທດ ສປປ ລາວ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍທີ່ແຂວງຊຽງຂວາງ ຍັງຮັກສາໄດ້ມູນເຊື້ອຂອງ ການປະຕິວັດ, ດິນແດນຖານທີ່ ໝັ້ນ. ພ້ອມຍັງໄດ້ໃຫ້ທິດຊີ້ນຳ ແກ່ບັນດາການນຳຫຼັກແຫຼ່ງ ຈົ່ງໃຫ້ຄວາມສຳຄັນ ແລະ ເອົາ ໃຈໃສ່ໃນການຜັນຂະຫຍາຍ ເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຫັນລົງສູ່ຮາກຖານ ຕົວຈິງ, ຖືເອົາມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ເປັນຫຼັກ ແລະ ເປັນ ແຜນງານອັນລະອຽດໃນການພັດ ທະນາເສດຖະກິດ-ສັງຄົມ, ເພື່ອ ເຮັດໃຫ້ແຜນພັດທະນາເສດຖະ ກິດ-ສັງຄົມ ມີການຂະຫຍາຍຕົວ, ບຸກທະລຸ, ນຳໃຊ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນທີ່ມີ, ແບ່ງ ຂອດ ແລະ ຄຸ້ມຄອງການລົງທຶນ ເຂົ້າໃສ່ການພັດທະນາຢ່າງຈະ ແຈ້ງ, ຖືເອົາວາລະແຫ່ງຊາດບັນ ຫາການແກ້ໄຂເສດຖະກິດ-ການ ເງິນ ແລະ ແກ້ໄຂບັນຫາຢາເສບຕິດມາໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ກ້າຮັບຄຳຕຳນິຕິຊົມຂອງໝູ່ ຄະນະ ເພື່ອມີການປ່ຽນແປງທີ່ ດີຂຶ້ນ. ເອົາໃຈໃສ່ຕໍ່ວຽກງານການ ເມືອງ-ແນວຄິດກັບຖັນແຖວສະ ມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ຄວາມຮູ້, ຄວາມສາມາດ, ຄວາມດຸໝັ່ນ, ຊອກຮູ້ຮໍ່າຮຽນນຳເອົາຄວາມຮູ້ທີ່ ທັນສະໄໝເຂົ້າໃນໜ້າທີ່ວຽກ ງານເປັນແບບຢ່າງທີ່ດີໃຫ້ແກ່ປະ ຊາຊົນ, ເສຍສະຫຼະແກ່ປະຊາຊົນ, ເຮັດເພື່ອປະຊາຊົນຢ່າງແທ້ຈີງ, ຮັກສາຄວາມສາມັກຄີເປັນປຶກ ແຜ່ນ, ເພີ່ມທະວີເອົາໃຈໃສ່ການ ສະແຫວງຫາສີ່ງໃໝ່ໆ ເພື່ອນຳ ພາພັດທະນາປະເທດຊາດ ກໍຄື ແຂວງຊຽງຂວາງ ໃຫ້ຈະເລີນ ຂຶ້ນໄປເລື້ອຍໆ. ປະທານປະ ເທດ ແຫ່ງ ສປປ ລາວ ຍັງໄດ້ເດີນທາງ ໄປຢ້ຽມຢາມໂຄງການກຸ່ມຟາມ ງົວພັນຊີ້ນ, ພັນນົມທີ່ມີເຕັກໂນ ໂລຊີສູງ ຢູ່ບ້ານລາດແສນ ເມືອງ ຜາໄຊ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ