ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບລົດໃຫ້ແກ່ໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2021-07-27 08:31:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ໃນວັນທີ 23 ກໍລະກົດ 2021, ໂຮງຮຽນທິດສະດີການເມືອງ ກອງທັບ ໄດ້ມີພິທີມອບ-ຮັບລົດ ລະຫວ່າງກະຊວງປ້ອງກັນ ຄວາມສະຫງົບ ກັບໂຮງຮຽນ ທິດສະດີການເມືອງກອງທັບ ເຊິ່ງ ກ່າວມອບໂດຍ ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະ ຫງົບ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເໜືອ ເລຂາຄະນະພັກ ຫົວໜ້າການ ເມືອງໂຮງຮຽນທິດສະດີການ ເມືອງກອງທັບ ພ້ອມດ້ວຍຄະນະ ທັງສອງຝ່າຍ ເຂົ້າຮ່ວມ. ລົດຄັນດັ່ງກ່າວເປັນປະເພດ ລົດຕູ້ຍີ່ຫໍ້ຮຸນໄດສະຕາແລັກ ມີ 12 ບ່ອນນັ່ງ ມູນຄ່າ 340 ລ້ານ ກວ່າກີບ, ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ການມອບ ລົດໃຫ້ແກ່ໂຮງຮຽນທິດສະດີ ການເມືອງກອງທັບ ໃນຄັ້ງນີ້, ເປັນການຊ່ວຍເຫຼືອໃຫ້ກົມກອງ ທີ່ສ້າງຕັ້ງຂຶ້ນໃໝ່ທີ່ຍັງມີຄວາມຕ້ອງການທາງດ້ານພາຫະນະ ແລະ ວັດຖຸຮັບໃຊ້ເຂົ້າໃນວຽກ ງານລວມຂອງກົມກອງບໍ່ທັນ ພຽງພໍໃຫ້ມີຄວາມສະດວກຂຶ້ນ ຕື່ມອີກບາດກ້າວໜຶ່ງ. ສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເໜືອ ໄດ້ຕາງໜ້າໃຫ້ຄະ ນະພັກ-ຄະນະອໍານວຍການໂຮງ ຮຽນທິດສະດີການເມືອງກອງທັບ ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງມາຍັງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ມອບລົດໃຫ້ແກ່ໂຮງຮຽນ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະຄຸ້ມຄອງ ປົກປັກຮັກສາ ແລະ ນໍາ ໃຊ້ລົດຄັນດັ່ງກ່າວເຂົ້າໃນວຽກ ງານລວມຂອງກົມກອງໃຫ້ເກີດປະໂຫຍດສູງສຸດ. ໂດຍ: ຄໍາພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ