ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນແມ່ຍິງກົມໃຫຍ່ພະລາ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ
ເວລາອອກຂ່າວ: 2021-07-27 08:29:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ວັນທີ 23 ກໍລະກົດ 2021, ພະແນກສະຫະພັນແມ່ຍິງກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 66 ປີ, ( 20 ກໍລະກົດປີ 1955-20 ກໍລະກົດປີ 2021 ) ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ກໍາ ມະການຄະນະພັກກະຊວງປ້ອງ ກັນປະເທດ ຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະແນກການ, ຄະນະນໍາແມ່ຍິງ ພ້ອມດ້ວຍສະມາຊິກ ສະຫະພັນແມ່ຍິງ ກົມກອງອ້ອມ ຂ້າງເຂດໃຈກາງນະຄອນຫຼວງ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ນຸ່ນ ແກ້ວ ຄໍາມຸງຄຸນ ຫົວໜ້າພະແນກ ສະຫະພັນແມ່ຍິງຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ປາຖະກະຖາຫວນຄືນປະ ຫວັດມູນເຊື້ອການກໍາເນີດ, ເຕີບ ໃຫຍ່ຂະຫຍາຍຕົວ ແລະ ຜົນ ງານການເຄື່ອນໄຫວຂອງອົງ ການຈັດຕັ້ງສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດ ປ່ອຍຊາດ ແລະ ປົກປັກຮັກສາສ້າງ ສາພັດທະນາປະເທດຊາດ ກໍຄື ພາລະກິດພັດທະນາແມ່ຍິງລາວ ຕະຫຼອດໄລຍະ 66 ປີ ຜ່ານມາ, ແມ່ຍິງລາວໄດ້ຄຽງບ່າຄຽງໄຫຼ່ ກັບເພດຊາຍຕໍ່ສູ້ຢ່າງເດັດດ່ຽວ ຕ້ານພວກສັກດີນາ ແລະ ພວກລ່າ ເມືອງຂຶ້ນແບບເກົ່າ ເພື່ອໃຫ້ລູກ ຜົວຂອງຕົນຫຼຸດພົ້ນອອກຈາກ ການຖືກເກນໄປເປັນກຸລີໂດຍບໍ່ ໄດ້ຮັບຄ່າຈ້າງ ແລະ ຈາກການທຸບ ຕີທໍລະມານຢ່າງໂຫດຮ້າຍປ່າ ເຖື່ອນຂອງພວກສັດຕູ, ມາເຖິງປີ 1945 ແມ່ຍິງລາວຈໍານວນຫຼວງ ຫຼາຍໄດ້ເຂົ້າຮ່ວມຂະບວນການ ລຸກຮື້ຂຶ້ນຍຶດອໍານາດຈາກພວກ ລ່າເມືອງຂຶ້ນ ແລະ ປະກາດຄວາມ ເປັນເອກະລາດຂອງຊາດລາວຕໍ່ ໂລກຄັ້ງທໍາອິດ ໃນວັນທີ 12 ຕຸ ລາ 1945, ການຈັດຕັ້ງແມ່ຍິງ ໄດ້ຮັບການສ້າງຕັ້ງຂຶ້ນໄປພ້ອມ ກັບບັນດາອົງການຈັດຕັ້ງຮາກ ຖານຂອງການປະຕິວັດ, ໂດຍ ຈັດຕັ້ງໜ່ວຍແມ່ຍິງນັກຮົບ ເພື່ອ ເບິ່ງແຍງລ້ຽງດູ, ປ້ອງກັນຮັກ ສາກອງທະຫານກູ້ຊາດ, ພະນັກ ງານປະຕິວັດທີ່ເຄື່ອນໄຫວປິດ ລັບ, ສະໝັກເຂົ້າເປັນກອງຫຼອນ ເພື່ອເຄື່ອນໄຫວສືບຂ່າວ ແລະ ສົ່ງຂ່າວໃຫ້ກໍາລັງປະຕິວັດ, ເຂົ້າ ຮ່ວມດັກສະກັດສັດຕູ, ລໍາລຽງ ຂົນສົ່ງອາວຸດ, ສະບຽງອາຫານ, ຢາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງ ໃຊ້ທີ່ຈໍາເປັນອື່ນໆໃຫ້ກໍາລັງປະ ຕິວັດ, ໃນພາລະກິດ ແລະ ຖືແມ່ຍິງ ເປັນພາກສ່ວນໜຶ່ງໃນກໍາລັງແຮງ ທີ່ສໍາຄັນຂອງພັກ, ຈາກຂະບວນ ການຕໍ່ສູ້ປະຕິວັດຂອງແມ່ຍິງດັ່ງ ກ່າວໃນໂລກທີ່ເລັ່ງທວງໃຫ້ປະ ຕິບັດສິດເສລີພາບ, ຄວາມສະເໝີ ພາບ ລະຫວ່າງ ຍິງ-ຊາຍ ທາງ ດ້ານການເມືອງ-ເສດຖະກິດ, ວັດ ທະນະທໍາ-ສັງຄົມເທື່ອລະກ້າວ, ວັນທີ 20 ກໍລະກົດ 1955 ພັກ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກ ງານແມ່ຍິງ ຂຶ້ນຢ່າງເປັນທາງ ການ ແລະ ແຕ່ງຕັ້ງຄະນະໜ່ວຍ ແມ່ຍິງຂຶ້ນ ຈົນມາເຖິງປັດຈຸບັນອົງ ການຈັດຕັ້ງສະຫະພັນແມ່ຍິງລາວ ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງ ຂຶ້ນເທື່ອລະກ້າວ ແລະ ຈາກຜົນ ງານໄລຍະຜ່ານມາ, ພັກ-ລັດຖະ ບານ ແຫ່ງ ສປປ ລາວ ໄດ້ປະດັບ ຫຼຽນໄຊອິດສະຫຼະ ຊັ້ນ I, ຫຼຽນ ໄຊແຮງງານ ຊັ້ນ II ແລະ ທຸງມູນ ເຊື້ອໃຫ້ແກ່ຂະບວນການແມ່ຍິງລາວທົ່ວປະເທດ ຢ່າງສົມກຽດ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ