ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທີມເຫຼົ່າຮົບລົດຕັງ-ຍານເກາະ ກອງທັບປະຊາຊົນລາວ ກຽມຄວາມພ້ອມຮອບດ້ານເຂົ້າຮ່ວມແຂ່ງຂັນ ອາມີເກມ ທີ່ ສ ຣັດເຊຍ
ເວລາອອກຂ່າວ: 2021-07-27 08:25:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661, ທັງເປັນຫົວ ໜ້າທີມເຫຼົ່າຮົບລົດຕັງ-ຍານ ເກາະ ກອງທັບປະຊາຊົນລາວ ທີ່ ຈະເຂົ້າຮ່ວມແຂ່ງຂັນ ອາມີເກມ ທີ່ ສ ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ປັດຈຸບັນນີ້, ທີມເຫຼົ່າຮົບລົດຕັງ-ຍານເກາະພວກເຮົາ ແມ່ນໄດ້ກະ ກຽມຄວາມພ້ອມຮອບດ້ານເພື່ອ ເຂົ້າຮ່ວມແຂ່ງຂັນ ອາມີເກມ ຄັ້ງ ທີ V ທີ່ ສ ຣັດເຊຍ ໃນປີ 2021 ນີ້, ພາຍຫຼັງທີ່ໄດ້ຮັບການແຈ້ງການ ຈາກປະເທດເຈົ້າພາບກ່ຽວກັບ ການແຂ່ງຂັນ ອາມີເກມ, ທີມເຫຼົ່າ ຮົບພວກເຮົາ ໄດ້ກະກຽມຄວາມ ພ້ອມໃນດ້ານຕ່າງໆເປັນຕົ້ນແມ່ນ ໄດ້ຄັດເລືອກບຸກຄະລາກອນທີ່ຈະ ສົ່ງເຂົ້າຮ່ວມແຂ່ງຂັນໂດຍແມ່ນ ພະນັກງານ-ນັກຮົບ ຢູ່ກອງພັນ ໃຫຍ່ 661 ທັງໝົດ, ຈາກນັ້ນ, ກໍໄດ້ສ້າງແຜນການອົບຮົມ-ຫັດ ແອບ, ກະກຽມພາຫະນະ ແລະ ວັດຖຸຮັບປະກັນຕ່າງໆ ທີ່ຈະນໍາ ໃຊ້ເຂົ້າໃນການອົບຮົມ-ຫັດແອບ, ເຊິ່ງການອົບຮົມ-ຫັດແອບແມ່ນ ປັດໄຈສໍາຄັນໃນການກະກຽມ ຄວາມພ້ອມ, ໃນເບື້ອງຕົ້ນໄດ້ຈັດ ຕັ້ງອົບຮົມພາກທິດສະດີຂັ້ນພື້ນ ຖານຢູ່ພາຍໃນກົມກອງ (ກອງ ພັນໃຫຍ່ 661) ຈາກນັ້ນ, ກໍໄດ້ ເຄື່ອນກຳລັງເຂົ້າມາຫັດແອບຢູ່ ສະໜາມຕົວຈິງ ໃນຕົ້ນເດືອນກໍ ລະກົດນີ້, ໃນການຫັດແອບພາກ ສະໜາມແມ່ນໄດ້ແບ່ງເປັນ 4 ຈຸ ແຕ່ລະຈຸໄດ້ເລັ່ງໃສ່ເຝິກຊ້ອມວິ ທີການເຄື່ອນໄຫວຂອງຈຸລົດ, ຂັບຂີ່ລົດຜ່ານສິ່ງກີດຂວາງ ໃຫ້ ມີຄວາມຊໍານານ, ຫັດແອບຍິງ ເປົ້າໝາຍຕົວຈິງສົມທົບໃສ່ຈັງ ຫວະວິທີການຂຶ້ນລົດ-ລົງລົດ, ຈັງ ຫວະການຮັບລູກກະສູນ, ການປະ ສານລະຫວ່າງຜູ້ບັນຊາ, ຜູ້ຂັບ ລົດ ແລະ ຜູ້ດັບສູນເປົ້າໝາຍ ເພື່ອ ໃຫ້ມີຄວາມເປັນເອກະພາບກັນ, ຮັບປະກັນໃຫ້ເວລາແຂ່ງຂັນຕົວ ຈິງປະຢັດເວລາໄດ້ດີ, ພ້ອມກັນ ນັ້ນ, ກໍໄດ້ປະເມີນຜົນການອົບຮົມ-ຫັດແອບຕາມແຕ່ລະໄລຍະ, ມາ ຮອດປັດຈຸບັນນີ້ ເຫັນວ່ານັກກີລາ ແມ່ນມີຄວາມວ່ອງໄວ, ຄ່ອງແຄ້ວ ແລະ ເຂັ້ມແຂງ ໃນການຂັບລົດ ຜ່ານສິ່ງກີດຂວາງ ແລະ ການດັບ ສູນເປົ້າໝາຍຕົວຈິງມີຄວາມ ແມ້ນຍໍາສູງ. ສໍາລັບການອົບຮົມ-ຫັດແອບ ໃນໄລຍະຜ່ານມາ, ການຈັດຕັ້ງຂັ້ນເທິງໄດ້ອໍານວຍຄວາມສະ ດວກທາງດ້ານວັດຖຸຮັບປະກັນ, ພາຫະນະຮັບໃຊ້ຕ່າງໆ ເຮັດ ໃຫ້ການອົບຮົມ-ຫັດແອບດໍາເນີນ ໄປໄດ້ດີ ແລະ ປະຕິບັດໄດ້ຕາມ ແຜນການ, ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ທີ່ສົ່ງຜົນກະທົບໂດຍກົງເປັນຕົ້ນ ແມ່ນສະພາບສະໜາມຫັດແອບ ຂອງກອງທັບເຮົາຍັງບໍ່ໄດ້ຕາມ ມາດຖານ, ໄລຍະຍິງລູກປືນແທ້ ຍັງມີຂອດຈໍາກັດ, ຢູ່ສະໜາມ ແຂ່ງຂັນທີ່ ສ ຣັດເຊຍ ຈະຍິງປືນ ໃຫຍ່ໃນໄລຍະ 1.600-1.800 ແມັດ, ສ່ວນສະໜາມຫັດແອບ ກອງທັບເຮົາສາມາດຍິງໄດ້ພຽງ 1.100 ແມັດເທົ່ານັ້ນ, ນອກຈາກ ນັ້ນບັນດາສິ່ງກີດຂວາງໃນການຂ້າມຜ່ານ ຢູ່ ສ ຣັດເຊຍ ມີ 16 ສິ່ງກີດຂວາງ, ສ່ວນຢູ່ລາວເຮົາ ແມ່ນສາມາດຂ້າມຜ່ານສິ່ງກີດຂວາງໄດ້ຈໍານວນໜ້ອຍກວ່າ ເນື່ອງ ຈາກວ່າສະໜາມຫັດແອບມີເນື້ອທີ່ຈໍາກັດ. ສະນັ້ນ ຈຶ່ງເຮັດ ໃຫ້ ໄລຍະຍິງເປົ້າໝາຍຕົວຈິງ ລວມໄປເຖິງການຂ້າມຜ່ານສິ່ງ ກີດຂວາງ ບໍ່ໄດ້ຕາມເປົ້າໝາຍ ທີ່ສະໜາມແຂ່ງຂອງ ສ ຣັດເຊຍ ວາງໄວ້, ດ້ານວຽກງານຮັບປະ ກັນຍັງມີຫຼາຍຢ່າງບໍ່ພຽງພໍກັບ ຄວາມຮຽກຮ້ອງຕ້ອງການ ໂດຍ ສະເພາະລູກປືນທີ່ນໍາໃຊ້ເຂົ້າໃນ ການຫັດແອບມີຈໍານວນຈໍາກັດ, ວັດຖຸຮັບປະກັນຕ່າງໆ ຍັງບໍ່ທັນ ຕອບສະໜອງໄດ້ຕາມຄວາມ ຕ້ອງການຕົວຈິງ, ລວມທັງການ ລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ການອົບຮົມມີຄວາມ ຫຍຸ້ງຍາກ, ແຕ່ແນວໃດກໍຕາມ ຄະນະຮັບຜິດຊອບທຸກພາກສ່ວນ ແລະ ທີມເຫຼົ່າຮົບລົດຕັງ-ຍານ ເກາະກອງທັບປະຊາຊົນລາວ ກໍໄດ້ພ້ອມກັນສູ້ຊົນຜ່ານຜ່າ, ມີ ຄວາມອຸ່ນອຽນທຸ່ນທ່ຽງ, ຕັ້ງໜ້າ ເຝິກຊ້ອມດ້ວຍຄວາມຮັບຜິດຊອບ ສູງ ເພື່ອເຮັດໃຫ້ການເຂົ້າຮ່ວມ ແຂ່ງຂັນໃນຄັ້ງນີ້ມີຜົນສໍາເລັດສູງ ແລະ ຍາດໄດ້ລໍາດັບທີ່ດີທີ່ສຸດ. ການແຂ່ງຂັນ ອາມີເກມ ໃນປີ ນີ້, ຕາມແຈ້ງການຂອງເຈົ້າພາບ ຣັດເຊຍ ແມ່ນຈະເລີ່ມແຂ່ງຂັນໃນ ທ້າຍເດືອນສິງຫາເຖິງຕົ້ນເດືອນ ກັນຍາ, ໂດຍມີີ 21 ທີມລົດຕັງ ເຂົ້າຮ່ວມແຂ່ງຂັນ ແລະ ມີ 30 ປະ ເພດກີລາ, ສໍາລັບການແຂ່ງຂັນ ຂອງທີມເລົ່າຮົບລັດຕັງ-ຍານ ເກາະແມ່ນຈະໄດ້ແຂ່ງຂັນຂັບລົດ ຜ່ານສິ່ງກີດຂວາງ, ຍິງດັບສູນ ເປົ້າໝາຍດ້ວຍປືນຕິດລົດ 3 ຊະ ນິດ, ແຕ່ລະຊະນິດຈະຍິງ 3 ລູກ, ໃນນັ້ນ, ປືນໃຫຍ່ 125 ມມ ລູກທີ 1 ຈະຍິງໃນໄລຍະ 1.600 ແມັດ, ລູກທີ 2 ໄລຍະ 1.700 ແມັດ ແລະ ລູກທີ 3 ໄລຍະ 1.800 ແມັດ, ປືນຈັກ 12,7 ມມ ທັງ 3 ລູກຈະຍິງໃນໄລຍະ 800 ແມັດ ແລະ ປືນຈັກ 7,62 ມມ ລູກທີ 1 ຈະຍິງໃນໄລຍະ 600 ແມັດ, ລູກທີ 2 ໄລຍະ 700 ແລະ ລູກທີ 3 ໄລຍະ 800 ແມັດ ຖ້າຍິງບໍ່ຖືກ ເປົ້າໝາຍແມ່ນຈະໄດ້ກັບມາຍິງ ອີກຮອບໃໝ່. ເຫຼົ່າຮົບລົດຕັງ-ຍານເກາະກອງ ທັບປະຊາຊົນລາວແມ່ນໄດ້ສົ່ງ 1 ທີມນັກກີລາເຂົ້າຮ່ວມແຂ່ງຂັນ ຈໍານວນພົນທັງໝົດ 21 ສະຫາຍ, ແບ່ງເປັນ 4 ຈຸລົດ (ຈຸລະ 3 ສະ ຫາຍ) ເວລາແຂ່ງຂັນແມ່ນເລີ່ມ ຈາກແຂ່ງຂັນຈຸດ່ຽວ, ຫຼັງຈາກ ນັ້ນ ຈະແຂ່ງຂັນຮ່ວມທີມ (ລວມ 3 ຈຸ) ແລ້ວຈະລວບລວມເອົາຄະ ແນນທັງໝົດມາເປັນຄະແນນ ລວມໃນການການແຂ່ງຂັນ, ໃຜ ສາມາດຍາດໄດ້ຄະແນນລວມ ຫຼາຍ ແລະ ປະຍັດເວລາໄດ້ດີແມ່ນ ທີມນັ້ນຊະນະເລີດ. ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຍັງໄດ້ສັງລວມໃຫ້ ຊາບໂດຍຫຍໍ້ບົດຮຽນທີ່ຖອດ ຖອນ ໄດ້ຜ່ານການເຂົ້າຮ່ວມແຂ່ງ ຂັນ ອາມີເກມ ທີ່ ສ ຣັດເຊຍ ນັບ ຕັ້ງແຕ່ປີ 2017 ເປັນຕົ້ນມາ, ອັນ ພື້ນຖານແມ່ນທາງເຈົ້າພາບ ຣັດ ເຊຍ ໄດ້ອໍານວຍຄວາມສະດວກ ຮອບດ້ານ ພາຍຫຼັງນັກກີລາເດີນ ທາງເຖິງ ຣັດເຊຍ ບວກກັບນັກ ກີລາພວກເຮົາແມ່ນມີຄຸນທາດ ການເມືອງໜັກແໜ້ນ, ມີນໍ້າໃຈ ເດັດດ່ຽວໜຽວແໜ້ນ, ມີຄວາມກະ ຕືລືລົ້ນ, ເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງການເຂົ້າ ຮ່ວມແຂ່ງຂັນອາມີເກມ, ພ້ອມກັນ ສຸມທຸກຄວາມຮູ້ຄວາມສາມາດ, ນໍາໃຊ້ຫົວຄິດປະດິດສ້າງ, ໄຫວ ພິກພ້ອມດ້ວຍພາລະກຳລັງທີ່ ມີເຂົ້າໃນການແຂ່ງຂັນ, ອົດທົນ ຜ່ານຜ່າອຸປະສັກຫຍຸ້ງຍາກນາໆ ປະການ, ເປັນເຈົ້າການປະຕິບັດ ຂໍ້ກຳນົດ, ກົດລະບຽບ ແລະ ກະ ຕິກາໃນການແຂ່ງຂັນໄດ້ດີ, ເຖິງ ວ່າເວລາແຂ່ງຂັນມີຄວາມຈໍາກັດ ແຕ່ກໍສາມາດເຮັດສໍາເລັດໜ້າທີ່ ຂອງຕົນດ້ວຍດີຕະຫຼອດມາ ແລະ ປະສົບຜົນສໍາເລັດຢ່າງສູງໃນປີ 2020 ຄື: ສາມາດຍາດໄດ້ອັນດັບ II ຮອງແຊັມ. ຈາກປະສົບການ ເຂົ້າຮ່ວມແຂ່ງຂັນ ໃນ 4 ປີຜ່ານ ມາ, ພວກເຮົາຈະສືບຕໍ່ໝູນໃຊ້ບົດ ຮຽນທີ່ຖອດຖອນໄດ້ເຂົ້າໃນການ ແຂ່ງຂັນໃນປີນີ້ ເປັນຕົ້ນແມ່ນການ ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ນັກກີລາມີຄວາມເຊື່ອ ໝັ້ນໃນຕົນເອງ, ອົດທົນ, ສູ້ຊົນ ແລະ ກ້າຫານ, ມີຄວາມໝັ້ນໃຈໃນ ການນໍາໃຊ້ພາຫະນະອາວຸດທີ່ນໍາ ໃຊ້ເຂົ້າໃນການແຂ່ງຂັນ ເພື່ອ ເຮັດສໍາເລັດໜ້າທີ່ຂອງຕົນ, ສຸມ ໃສ່ອົບຮົມ-ຫັດແອບໃຫ້ນັກກີລາ ເມື່ອໄປເຖິງ ຣັດເຊຍ ເນື່ອງຈາກ ວ່າລົດທີ່ທີມນໍາໃຊ້ເຂົ້າໃນການ ອົບຮົມ-ຫັດແອບຢູ່ລາວ ກັບລົດ ທີ່ນໍາໃຊ້ເຂົ້າໃນການແຂ່ງຂັນ ແມ່ນແຕກຕ່າງກັນ ເພື່ອໃຫ້ມີ ຄວາມຄ່ອງແຄ້ວໃນການຂັບຂີ່ ລົດຜ່ານສິ່ງກີດຂວາງ, ການດັບ ສູນເປົ້າໝາຍ, ການປະສານສົມ ທົບລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ແລະ ຜູ້ດັບສູນເປົ້າໝາຍ, ການປັບປຸງພາຫະນະທີ່ນໍາໃຊ້ເຂົ້າໃນການແຂ່ງຂັນເປັນບັນຫາສໍາຄັນ, ເນື່ອງຈາກວ່າພາຫະນະທີ່ເຈົ້າ ພາບຣັດເຊຍໃຫ້ນໍາໃຊ້ເຂົ້າໃນ ການແຂ່ງຂັນເປັນພາຫະນະທີ່ ເກົ່າ, ມີຫຼາຍປະເທດນໍາໃຊ້ປົນ ເປກັນ, ພາຍຫຼັງຈົກສະຫຼາກໄດ້ ລົດແລ້ວ ໃຫ້ທີມນັ້ນປ່ຽນຖ່າຍ ວັດຖຸອາໄຫຼ່ ແລະ ຊ້ອມແປງລົດ ເອງ, ໃນປີຜ່ານມາທີມເຫຼົ່າຮົບ ລົດຕັງ-ຍານເກາະກອງທັບປະຊາ ຊົນລາວແມ່ນບໍ່ໄດ້ປ່ຽນລົດຈົນ ຮອດຮອບຊີງຊະນະເລີດ ໃນຄະ ນະທີ່ເກືອບ 90% ຂອງບັນດາ ທີມຈາກປະເທດອື່ນໄດ້ປ່ຽນ ລົດໃນຮອບຊີງຊະນະເລີດ, ນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການຊ້ອມແປງລົດຂອງນັກກີລາທີມເຮົາເອງ ແລະ ໃນປີນີ້, ພວກເຮົາຈະໄດ້ນໍາເອົາ ວັດຖຸອາໄຫຼ່ຈໍານວນໜຶ່ງທີ່ມີຢູ່ ລາວ ເພື່ອໄປປ່ຽນຖ່າຍໃນເວລາ ແຂ່ງຂັນຕົວຈິງໃຫ້ມີຄວາມຮັບ ປະກັນ ເພື່ອເຮັດໃຫ້ການເຂົ້າ ຮ່ວມແຂ່ງຂັນໃນປີນີ້ຍາດໄດ້ ຜົນງານທີ່ດີກວ່າປີຜ່ານມາ, ປະ ກອບສ່ວນສ້າງຊື່ສຽງໃຫ້ສາກົນ ໄດ້ຮັບຮູ້ເຖິງການເຕີບໃຫຍ່ ແລະ ຄວາມເຂັ້ມແຂງຂອງກອງທັບ ປະຊາຊົນລາວ. ໂດຍ: ນາງ ຍ້ອມເພັດ ວິໄລພັນ ຮູບໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ