ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກທອ ສະຫຼຸບວຽກງານເຄື່ອນໄຫວຮອບດ້ານ
ເວລາອອກຂ່າວ: 2021-07-27 08:23:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ວັນທີ 23 ກໍລະກົດ 2021 , ກອງບັນຊາການທະຫານອາກາດ (ກທອ) ໄດ້ສະຫຼຸບການເຄື່ອນ ໄຫວວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດ ທາງແຜນການ ປະຈໍາ 6 ເດືອນ ທ້າຍປີ 2021, ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ຄໍາເຫຼັກ ແສງພະຈັນ ຫົວ ໜ້າການທະຫານ ກທອ, ມີຄະນະ ພັກ-ຄະນະບັນຊາ 6 ຫ້ອງ, ກອງພັນໃຫຍ່ 702-703 ແລະ ພະ ແນກການ ພ້ອມດ້ວຍພະນັກງານ ຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ຫຸ່ມແພງ ປັນ ຍາສະຫວັດ ຮອງຫົວໜ້າຫ້ອງ ການ ກທອ ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານຮອບ ດ້ານປະຈໍາ 6 ເດືອນຕົ້ນປີ ເຊິ່ງ ໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ ແລະ ຈຸດດີ, ຂໍ້ຄົງຄ້າງ, ບາງບົດຮຽນ ທີ່ຖອດຖອນໄດ້, ຄະນະພັກ-ຄະ ນະບັນຊາ ກທອ ໄດ້ຍົກສູງພາ ລະບົດບາດການນໍາພາ-ຊີ້ນຳ ສຶກສາອົບຮົມວຽກງານການ ເມືອງ-ນຳພາແນວຄິດໃຫ້ພະ ນັກງານ-ນັກຮົບ ເປັນວຽກບູລິມະ ສິດອັນສໍາຄັນອັນດັບທໍາອິດໃນ ການເຄື່ອນໄຫວປະຕິບັດໜ້າວຽກ ງານການເມືອງ ແລະ ໄດ້ຈັດຕັ້ງ ນໍາພາ-ຊີ້ນໍາການປະຕິບັດວຽກ ງານຕົວຈິງຢ່າງເປັນລະບົບ, ຕໍ່ເນື່ອງສອດຫ້ອຍເຂົ້າກັບທຸກ ການເຄື່ອນໄຫວ ແລະ ຕິດພັນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ກະຊວງປ້ອງກັນປະເທດເພື່ອເປັນ ບ່ອນອີງໃຫ້ແກ່ການຈັດຕັ້ງຜັນ ຂະຫຍາຍຂອງພະນັກງານຂັ້ນ ບັນຊາແຕ່ລະໄລຍະລົງເຄື່ອນ ໄຫວກໍ່ສ້າງຮາກຖານການເມືອງ ເກັບກໍາສະພາບການຫຍໍ້ທໍ້ຮາກ ຖານປະຊາຊົນຢູ່ໃນຂອບເຂດ ຮັບຜິດຊອບໃຫ້ມີຄວາມສະຫງົບ, ເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ-ລັດທັງເປັນການໂຄ ສະນາສຶກສາອົບຮົມດ້ານການ ເມືອງ-ນຳພາແນວຄິດໃຫ້ພະ ນັກງານໃຫ້ທົ່ວເຖິງ ແລະ ຕໍ່ເນື່ອງ, ຈັດຕັ້ງມອບໃບກຽດຕິຄຸນ ແລະ ຫຼຽນກຽດຕິຄຸນໃຫ້ແກ່ພະນັກ ງານ ກທອ 6 ສະຫາຍ, ມອບຫຼຽນ ກາມິດຕະພາບໃຫ້ແກ່ຊ່ຽວຊານ ຣັດເຊຍ ທີ່ສໍາເລັດການເຝິກອົບ ຮົມການບິນ Mi-17 ຈໍານວນ 01 ໜ່ວຍ, ຈັດຕັ້ງປະຕິບັດວຽກ ງານກຽມພ້ອມສູ້ຮົບ ແລະ ກອບ ກູ້ໄພພິບັດເປັນລະບົບປະຈໍາການ 3 ຂັ້ນ, ປະຈໍາການບັນຊາ, ສິດ ປະຈໍາການ, ຊ່ວຍສິດປະຈໍາການ ຕະຫຼອດ 24 ຊົ່ວໂມງແລ້ວລາຍ ງານໃຫ້ຂັ້ນເທິງເປັນປົກກະຕິ, ພ້ອມນັ້ນ, ໄດ້ເອົາໃຈໃສ່ວິຊາສະ ເພາະວຽກງານອົບຮົມການບິນ ທີ່ເປັນວຽກງານໃຈກາງທີ່ສໍາ ຄັນຂອງ ກທອ ທີ່ໄດ້ປະຕິບັດ ຕາມການຈັດຕັ້ງຂັ້ນເທິງມອບ ໝາຍ ແລະ ຮັບປະກັນຄວາມປອດ ໄພໃຫ້ແກ່ຂັ້ນເທິງເປັນຕົ້ນວຽກ ງານການບິນ ແລະ ບິນຮັບໃຊ້, ອົບຮົມການບິນ, ຄວາມປອດໄພ ການບິນ, ວຽກງານໂດດຈ້ອງ ແລະ ວຽກງານຮັບປະກັນປະ ກອບເຕັກນິກ, ຮັບປະກັນເຕັກ ນິກໃຫ້ແກ່ການບິນ, ວຽກງານ ສ້ອມແປງ ແລະ ບົວລະບັດຮັກສາ ເຕັກນິກ, ຄຸ້ມຄອງເຕັກນິກ, ຄຸ້ມຄອງອາວຸດ-ລູກກະສູນທາງ ອາກາດ ແລະ ກໍ່ສ້າງກໍາລັງທາງ ດ້ານວຽກງານວິຊາສະເພາະ ເຕັກນິກ. ໃນນັ້ນ ກທອ ໄດ້ສຸມ ໃສ່ວຽກງານພະລາທິການເພື່ອ ຮັບປະກັນຊີວິດການເປັນຢູ່ທາງ ດ້ານສະບຽງ-ອາຫານ, ເຄື່ອງ ນຸ່ງຫົ່ມ,ດ້ານຊີ້ນປາ ແລະ ຜັກສະ ໜອງເຂົ້າເຮືອນຄົວລວມທັງຮັບ ປະກັນໃຫ້ພະນັກງານ-ນັກຮົບ ໄດ້ກິນເຂົ້າ 3 ຄາບເປັນປົກະຕິ, ທົ່ວ ກົມກອງມີເຮືອນຄົວທັງໝົດ 22 ຫຼັງ, ປຸກລະດົມຊຸກຍູ້ພະນັກງານ-ນັກຮົບໄປສັກວັກຊີນຕ້ານພະ ຍາດໂຄວິດ-19 ໄດ້ຈໍານວນ 2.103 ສະຫາຍ. ຊຸກຍູ້ອົງການ ຈັດຕັ້ງມະຫາຊົນສ້າງຂະບວນ ການອອກແຮງານ ແລະ ຂະບວນ ກີລາເພື່ອຮັບຕ້ອນວັນສໍາຄັນຂອງ ຊາດຂອງພັກ ຂອງກອງທັບໃຫ້ເປັນຂະບວນການຟົດຟື້ນຢ່າງ ກ້ວາງຂວາງຕໍ່ເນື່ອງ. ນອກນັ້ນ ຍັງໄດ້ພົວພັນຮ່ວມມືກັບບັນດາ ປະເທດອາຊຽນ ແລະ ສາກົນເປັນ ຕົ້ນການຮ່ວມມືດ້ານເຕັກນິກການ ທະຫານລະຫວ່າງ ກທອ ກັບ ພະ ນັກງານຊ່ຽວຊານ ຣັດເຊຍ ແລະ ສປ ຈີນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ