ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງ ທະຫານແຂວງອັດຕະປືປະເມີນຜົນການກໍ່ສ້າງກົມກອງ 3 ປອດ
ເວລາອອກຂ່າວ: 2021-07-26 10:24:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1459 | ຄວາມນິຍົມ:



ວັນທີ 16 ກໍລະກົດ ນີ້, ຫ້ອງ ການເມືອງ ກອງບັນຊາການທະ ຫານແຂວງອັດຕະປື ໄດ້ຈັດ ກອງປະຊຸມປະເມີນຜົນການກໍ່ ສ້າງກົມກອງປອດໃສ ປອດໄພ ປອດຄະດີ ປະຈຳປີ 2021 ແລະ ວາງທິດທາງແຜນການປະຈໍາປີ 2022, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄຳມະນີ ແກ້ວສາທິດ ກໍາມະການຄະນະ ປະຈຳພັກ ປະທານກວດກາ ເລຂາຄະນະພັກຮາກຖານ ຫົວ ໜ້າຫ້ອງການເມືອງ ກອງບັນຊາ ການທະຫານແຂວງອັດຕະປື. ສະຫາຍ ພັນໂທ ບຸນລຽບ ສີປະເສີດ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງ ກົມກອງ ປອດໃສ ປອດໄພ ປອດຄະດີ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ຍົກໃຫ້ເຫັນດ້ານດີ ແລະ ບົດ ຮຽນທີ່ຖອດຖອນໄດ້. ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະ ບັນຊາຫ້ອງການເມືອງ ໄດ້ຖືເອົາ ການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ ສະມາ ຊິກພັກ, ນາຍ ແລະ ພົນທະຫານ ເປັນກົກ ແລະ ເຄື່ອນໄຫວວຽກ ງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ເຮັດ ໃຫ້ພະນັກງານ-ນັກຮົບແຕ່ລະ ສະຫາຍ ມີຄວາມຮັບຮູ້ເຂົ້າໃຈ ເປັນເອກະພາບ, ມີຫຼັກໝັ້ນການ ເມືອງໜັກແໜ້ນ, ຮູ້ຈຳແນກ ມິດ-ສັດຕູຈະແຈ້ງ, ມີຄວາມສາ ມັກຄີພາຍໃນ, ມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ວຽກງານ, ເຮັດ ສຳເລັດໜ້າທີ່ການເມືອງຂອງ ຕົນ. ຜ່ານການເຄື່ອນໄຫວໃນໜຶ່ງ ປີຜ່ານມາ, ເຫັນວ່າກົມກອງມີ ເງື່ອນໄຂຄົບຖ້ວນສະເໜີຂັ້ນ ເທິງຮັບຮອງເປັນກົມກອງ 3 ປອດ. ໃນກອງປະຊຸມ ຍັງໄດ້ຜ່ານ ບົດລາຍງານປະເມີນຜົນການກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງ 3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການເມືອງ ປະຈຳປີ 2021 ເຊິ່ງຜົນໄດ້ຮັບມີຄື: ໜ່ວຍພັກທີ 1 ມີສະມາຊິກພັກທັງໝົດ 27 ສະຫາຍ, ຍິງ 7 ສະຫາຍ, ມີສະ ມາຊິກພັກແຂງ 27 ສະຫາຍ, ຍິງ 7 ສະຫາຍ ກວມເອົາ 100 %; ໜ່ວຍພັກທີ 2 ມີສະມາຊິກພັກ ທັງໝົດ 24 ສະຫາຍ, ຍິງ 9 ສະ ຫາຍ, ມີສະມາຊິກພັກແຂງ 24 ສະຫາຍ, ຍິງ 9 ສະຫາຍ ກວມ ເອົາ 100 %; ໜ່ວຍພັກທີ 3 ມີ ສະມາຊິກພັກທັງໝົດ 19 ສະ ຫາຍ, ຍິງ 1 ສະຫາຍ, ມີ ສະມາ ຊິກພັກແຂງ 19 ສະຫາຍ, ຍິງ 1 ສະຫາຍ, ກວມເອົາ 100 % . ໂດຍ: ແສງຫຼ້າ ກຸວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ