ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໄລຍະ 5 ປີຜ່ານມາ
ເວລາອອກຂ່າວ: 2021-07-26 10:17:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ວັນທີ 23 ກໍລະກົດນີ້, ກະ ຊວງປ້ອງກັນປະເທດ ໄດ້ຈັດກອງ ປະຊຸມສະຫຼຸບຖອດຖອນບົດ ຮຽນການຈັດຕັ້ງປະຕິບັດວຽກ ງານຄຸ້ມຄອງໄພພິບັດໄລຍະ 5 ປີຜ່ານມາ 2016-2020 ແລະ ວາງແຜນການ 5 ປີ 2021- 2025, ໂດຍການເປັນປະທານ ຂອງ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກໍາມະການກົມ ການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ປະ ທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູນກາງ, ມີສະຫາຍພົນຕີ ຈັນທອງ ສອນຕະອາດ ກໍາ ມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຮັກສາການຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ປະທານຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການກະຊວງ, ກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນ, ຜູ້ຕາງໜ້າກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ, ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະກອງເລຂາຄະນະກໍາ ມະການຄຸ້ມຄອງໄພພິບັດຈາກ ພາກສ່ວນຕ່າງໆ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກໍາມະການຄະນະປະ ຈໍາພັກກະຊວງ, ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ຮອງ ປະທານຜູ້ປະຈໍາການຄະນະກຳ ມະການຄຸ້ມຄອງໄພພິບັດກະຊວງ ປ້ອງກັນປະເທດ ໄດ້ສະຫຼຸບຕີລາ ຄາຄືນຜ່ານການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີຜ່ານມາ, ໂດຍໄດ້ຍົກໃຫ້ເຫັນ ສະພາບໄພພິບັດ ແລະ ຜົນກະທົບ ທີີ່ເກີດຂຶ້ນຢູ່ ສປປ ລາວ, ເຖິງວ່າ ປະເທດເຮົາບໍ່ໄດ້ຕິດຈອດກັບທະ ເລ ແລະ ມີພູມສັນຖານຕັ້ງຢູ່ເຂດ ຮ້ອນແຕ່ກໍມີພາຍຸ, ນໍ້າຖ້ວມ, ດິນ ເຊາະເຈື່ອນ, ໄພແຫ້ງແລ້ງ, ໄຟໄໝ້ ປ່າ, ອາກາດເປັນພິດ, ສັດຕູພືດລະ ບາດ, ພະຍາດລະບາດ, ບັນຫາທີ່ ສົ່ງຜົນກະທົບຮຸນແຮງແມ່ນສັນ ເຂື່ອນເຊປຽນ-ເຊນໍ້ານ້ອຍຫັກ ແຕກ ໃນປີ 2018, ໄພພິບັດນໍ້າ ຖ້ວມແຂວງພາກໃຕ້ ແລະ ພາກ ກາງ ປີ 2019, ໄພພິບັດນໍ້າຖ້ວມ ພາກກາງ 2020 ແລະ ບັນຫາ ການແຜ່ລະບາດຂອງພະຍາດໂຄ ວິດ-19 ໄດ້ສົ່ງຜົນກະທົບຕໍ່ຊີວິດ, ຊັບສິນ, ເສດຖະກິດ-ສັງຄົມຢ່າງ ຫຼວງຫຼາຍ. ໃນ 5 ປີຜ່ານມາ ມີໄພ ພິບັດເກີດຂຶ້ນໃນຂອບເຂດທົ່ວປະ ເທດທັງໝົດ 235 ຄັ້ງ, ສົ່ງ ຜົນກະທົບໂດຍກົງຕໍ່ປະຊາຊົນຈໍາ ນວນ 1.860.165 ຄົນ, ເສຍຊີວິດ 121 ຄົນ, ສູນຫາຍ 45 ຄົນ, ສ້າງຄວາມເສຍຫາຍຕໍ່ຂະແໜງ ການສັງຄົມ (ການດຳລົງຊີວິດ, ການສຶກສາ, ສາທາລະນະສຸກ ແລະ ໂພສະນາການ, ວັດທະນະ ທໍາ), ການຜະລິດ (ກະສິກໍາ, ອຸດສະຫະກໍາ ແລະ ການຄ້າ, ທ່ອງ ທ່ຽວ) ແລະ ໂຄງລ່າງພື້ນຖານ (ຂົນສົ່ງ, ໄຟຟ້າ, ນໍ້າໃຊ້ ແລະ ສຸ ຂາພິບານ, ທາງນໍ້າ) ຄິດເປັນມູນ ຄ່າເສຍຫາຍທັງໝົດປະມານ 5.538.247.383.912 ກີບ. ຕໍ່ກັບບັນຫາດັ່ງກ່າວ, ໃນແຕ່ ລະປີ, ແຕ່ລະລະດູການ, ຄະນະກຳ ມະການຄຸ້ມຄອງໄພພິບັດກະຊວງ ປ້ອງກັນປະເທດ ໄດ້ກຳນົດແຜນ ການກຽມພ້ອມ-ຊ່ວຍເຫຼືອຜູ້ປະ ສົບໄພພິບັດ, ໂດຍໄດ້ມອບໝາຍ ໜ້າທີ່ໃຫ້ກອງບັນຊາການທະ ຫານ ແຕ່ລະແຂວງຮັບຜິດຊອບ ໂດຍກົງ ແລະ ໄດ້ກຳນົດໃຫ້ແຕ່ລະ ກອງພົນ, ກອງພັນໃຫຍ່ເອກະ ລາດ, ໂຮງຮຽນ, ໂຮງໝໍ ແລະ ກົມ ກອງກຳລັງຫຼວງໃນແຕ່ລະບໍລິ ເວນຮັບຜິດຊອບຊ່ວຍໜູນກຳລັງ ທ້ອງຖິ່ນ, ເພື່ອກອບກູ້ຊ່ວຍເຫຼືອ ແລະ ບັນເທົາໄພພິບັດໃຫ້ປະຊາ ຊົນ, ເຖິງວ່າຈະພົບຄວາມຫຍຸ້ງ ຍາກ ແລະ ທຸລະກັນດານ, ພະນັກ ງານ, ນັກຮົບສ່ວນຫຼາຍບໍ່ໄດ້ຜ່ານ ການອົບຮົມ-ຫັດແອບທາງດ້ານ ວຽກງານກອບກູ້ໄພພິບັດ, ພາຫະ ນະ ແລະ ອຸປະກອນກູ້ໄພບໍ່ໄດ້ປະ ກອບ, ສ່ວນຫຼາຍໝູນໃຊ້ພາຫະ ນະ ແລະ ອຸປະກອນການທະຫານ ທີ່ມີຢູ່ໃນກົມກອງ ເຊິ່ງບາງກົມ ກອງບໍ່ສາມາດເຄື່ອນໄຫວໄດ້ ເຕັມສ່ວນ, ດ້ານງົບປະມານກົມ ກອງໄດ້ໝູນໃຊ້ຮ່ວງງົບປະມານ ຂອງວຽກອື່ນ ຈຶ່ງພົບຄວາມຫຍຸ້ງ ຍາກ ແລະ ບໍ່ພຽງພໍກັບຄວາມ ຮຽກຮ້ອງຕ້ອງການຂອງວຽກ ງານຕົວຈິງ, ແຕ່ບັນດາກົມກອງກໍສາມາດເຮັດສຳເລັດໜ້າທີ່ ແລະ ກອບກູ້ຊ່ວຍເຫຼືອປະຊາຊົນໄດ້ດີ ຕະຫຼອດມາ. ພ້ອມກັນນັ້ນກໍໄດ້ ວາງທິດທາງແຜນການວຽກ ງານຄຸ້ມຄອງໄພພິບັດໃນ 5 ປີຕໍ່ ໜ້າ, ໂດຍໄດ້ຄາດຄະເນສະພາບ ການທີ່ພົວພັນເຖິງວຽກງານຄຸ້ມ ຄອງໄພພິບັດ, ກໍານົດແຜນວຽກ ງານກຽມພ້ອມຕອບໂຕ້ໄພພິບັດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິ ບັດແຕ່ປີ 2021-2025, ວຽກ ງານປັບປຸງກໍ່ສ້າງກຳລັງກຽມ ພ້ອມກອບກູ້-ຊ່ວຍເຫຼືອຜູ້ປະສົບ ໄພພິບັດ ແລະ ກຳນົດຫຼາຍບັນຫາ ສໍາຄັນທີ່ກ່ຽວຂ້ອງກັບວຽກງານ ຄຸ້ມຄອງໄພພິບັດ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາ ເຫັນຊີ້ນໍາຫຼາຍບັນຫາສໍາຄັນທີ່ ກ່ຽວຂ້ອງກັບວຽກງານຄຸ້ມຄອງ ໄພພິບັດເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນກະຊວງ ກໍຄື ບັນດາກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນ ໄດ້ນໍາໄປຈັດຕັ້ງປະຕິບັດ ຮັບປະກັນໃຫ້ແກ່ການເຄື່ອນໄຫວ ວຽກງານດັ່ງກ່າວໃນຕໍ່ໜ້າໄດ້ຮັບ ການປັບປຸງດີຂຶ້ນກວ່າເກົ່າ. ໂດຍ: ນາງ ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ