ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊັນສັນຍາສຳປະທານ ໂຄງການປູກພືດເປັນຢາ ແລະ ສວນຢາພື້ນເມືອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2021-07-26 10:12:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ:



ພິທີເຊັນສັນຍາສຳປະທານ ໂຄງການປູກພືດເປັນຢາ ແລະ ສວນຢາພື້ນເມືອງກອງທັບປະຊາ ຊົນລາວ ລະຫວ່າງ ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະ ບໍລິສັດ ອູ່ຄຳ ທີ່ປຶກສາຈໍາ ກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດນີ້, ຢູ່ທີ່ໂຮງແຮມ ແລນ ມາກ ໂດຍການເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພົນໂທ ທອງ ລອຍ ສິລິວົງ ກຳມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີທ່ານ ນາງ ຍົມມາລາ ອູ່ຄໍາ ຜູ້ອໍານວຍການ ບໍລິສັດ ອູ່ຄຳ ທີ່ປຶກສາຈຳກັດຜູ້ ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ. ທ່ານ ນາງ ຍົມມາລາ ອູ່ຄຳ ໄດ້ໃຫ້ຮູ້ວ່າ: ສຳລັບໂຄງການປູກ ພືດເປັນຢາ ແລະ ສວນຢາພື້ນ ເມືອງ ເປັນໂຄງການບູລິມະສິດ ຂອງກອງທັບຈະນໍາໃຊ້ເນື້ອທີ່ເຂດຍຸດທະສາດ-ເຂດເປົ່າວ່າງ ຂອງກອງທັບໃນຂອບເຂດທົ່ວປະ ເທດ ໄລຍະເວລາສຳປະທານ 50 ປີ, ທາງບໍລິສັດຈະພັດທະນາໃນ ທຸກດ້ານ ເປັນຕົ້ນແມ່ນສ້າງສູນ ສຶກສາຄົ້ນຄວ້າ, ວິໄຈການແພດ ກອງທັບ ໂດຍຕິດພັນກະສິກໍາຄົບ ວົງຈອນ, ສະຖານທີ່ທ່ອງທ່ຽວທຳ ມະຊາດຕິດກັບທີ່ພັກອາໄສ ແລະ ໂຮມແຮມ, ສ້າງໂຮງງານຜະລິດ ອຸປະກອນການແພດກອງທັບ, ຜະລິດຕະພັນສີມືແຮງງານໂດຍ ເຊື່ອມຈອດກັບໂຮງງານຕັດຫຍິິບ ກອງທັບ ແລະ ອື່ນໆທີ່ປິ່ນອ້ອມ. ມູນຄ່າການລົງທຶນເລີ່ມຕົ້ນປະ ມານ 128 ລ້ານ ໂດລາສະຫະລັດ, ສໍາລັບພືດເປັນຢາທົ່ວໄປ ແລະ ສະ ໝູນໄພອື່ນໆທີ່ຈະນຳມາປູກແມ່ນ ເປັນພືດທີ່ບໍ່ໄດ້ຫວງຫ້າມຕາມ ແຈ້ງການຂອງຫ້ອງວ່າການສຳ ນັກງານນາຍຍົກລັດຖະມົນຕີ ສະບັບ ເລກທີ 173/ຫສນຍ ລົງວັນທີ 22 ກຸມພາ 2021. ທ່ານ ນາງ ຍົມມາລາ ອູ່ຄຳ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການນໍາພັກ-ລັດ ກໍຄື ກະຊວງປ້ອງກັນປະເທດ ທີ່ໃຫ້ຄວາມເຊື່ອໝັ້ນ ແລະ ໃຫ້ໂອ ກາດບໍລິສັດ ໄດ້ມີສ່ວນຮ່ວມໃນ ການພັດທະນາປະເທດຊາດ ເວົ້າ ລວມ, ເວົ້າສະເພາະ ການພັດທະ ນາໂຄງການປູກພືດເປັນຢາ ແລະ ສວນຢາພື້ນເມືອງແມ່ນເປັນໂຄງ ການໜຶ່ງທີ່ປະກອບສ່ວນເຂົ້າໃນ ການສົ່ງເສີມການປູກເພື່ອຜະລິດ ພາຍໃນ ແລະ ຜະລິດສົ່ງອອກໃນ ອະນາຄົດ. ຈາກນັ້ນ, ກໍໄດ້ລົງນາມເຊັນສັນ ຍາເຊິ່ງກັນ ແລະ ກັນ ລະຫວ່າງ ກະຊວງປ້ອງກັນປະເທດ ຕາງໜ້າ ໂດຍ ສະຫາຍ ພົນຈັດຕະວາ ດຣ ຄຳແພງ ພູມມະແກ້ວ ຫົວໜ້າກົມ ເສນາຮັກ ກົມໃຫຍ່ພະລາທິການ ກອງທັບ ແລະ ບໍລິສັດ ອູ່ຄໍາ ຈໍາ ກັດ ຜູ້ດຽວ ຕາງໜ້າໂດຍ ທ່ານນາງ ຍົມມາລາ ອູ່ຄຳ ຜູ້ອໍານວຍການ ບໍສັດ, ມີສະຫາຍ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ