ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ໊ນ
ເວລາອອກຂ່າວ: 2021-07-26 10:10:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ:



ໃນວັນທີ 22 ກໍລະກົດ 2021 ນີ້, ໜ່ວຍພັກ ບໍລິສັດລັດວິສາຫະ ກິດນ້ໍາມັນເຊື້ອໄຟວຽງຈັນກອງ ທັບ ໄດ້ເປີດກອງປະຊຸມສະຫຼຸບ ຕີລາການກໍ່ສ້າງໜ່ວຍພັກ ປອດ ໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ ສົກປີ 2020-2021 ແລະ ວາງ ທິດທາງແຜນການ ປະຈໍາສົກປີ 2021-2022 ຂຶ້ນ, ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະ ການຄະນະປະຈໍາພັກກະຊວງປ້ອງ ກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ຫົວໜ້າຄະນະຊີ້ນໍາ ກວດກາໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ພ້ອມດ້ວຍຄະນະ ກວດກາ, ມີເລຂາພັກ-ຮອງເລຂາ ພັກ, ຄະນະໜ່ວຍພັກ ແລະ ສະມາ ຊິກພັກສົມບູນພາຍໃນໜ່ວຍເຂົ້າ ຮ່ວມ. ສະຫາຍ ພັນໂທ ບຸນທົງ ກອງ ເທດມະນີ ເລຂາໜ່ວຍພັກ, ຫົວ ໜ້າອໍານວຍການບໍລິສັດລັດວິ ສາຫະກິດນ້ໍາມັນເຊື້ອໄຟວຽງຈັນ, ໄດ້ຜ່ານບົດສະຫຼຸບຕີລາການກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2020- 2021 ແລະ ວາງທິດທາງແຜນ ການ ປະຈໍາສົກປີ 2021-2022 ໃນຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນຜົນ ງານຫຼາຍດ້ານທີ່ພົ້ນເດັ່ນໃນການ ຈັດຕັ້ງປະຕິບັດເຮັດສໍາເລັດໜ້າທີ່ ການເມືອງຂອງກົມກອງ, ໂດຍ ສະເພາະຄະນະພັກ-ຄະນະບັນຊາ ແລະ ສະມາຊິກພັກທຸກສະຫາຍ ໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດເປັນກົກ, ກໍາແໜ້ນ, ເຊື່ອມຊຶມ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ກົດລະບຽບຂອງພັກ, ກົດ ໝາຍຂອງລັດ, ຂອງກອງທັບ, ປະ ຕິບັດມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດ ຕ່າງໆຂອງຂັ້ນເທິງວາງອອກ ໄດ້ເປັນຢ່າງດີ, ປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນໍາຂອງ ພັກ, ສະມາຊິກພັກທຸກສະຫາຍມີ ຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອ ໝັ້ນຕໍ່ການນໍາຂອງພັກ, ມີຄວາມ ຈົງຮັກພັກດີຕໍ່ພັກຕໍ່ປະເທດຊາດ ແລະ ປະຊາຊົນ, ເດັດດ່ຽວຕອບ ຕ້ານທຸກກົນອຸບາຍທໍາລາຍມ້າງ ເພຂອງສັດຕູ, ຕ້ານທຸກປະກົດ ການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນ ຖັນແຖວພະນັກງານສະມາຊິກ ພັກ, ຍົກສູງນ້ໍາໃຈຄວາມຮັບຜິດ ຊອບວຽກງານວິຊາສະເພາະ ກໍຄື ໜ້າທີ່ການເມືອງຂອງກົມກອງທີ່ ໄດ້ຮັບມອບໝາຍ, ຖືເອົາວຽກ ງານແຜນການ-ການຕະຫຼາດ ເປັນໃຈກາງໃນການປະຕິບັດໜ້າ ທີ່ການເມືອງ ພ້ອມທັງເປັນເສ ນາທິການທີ່ເຂັ້ມແຂງໃຫ້ຄະນະ ອໍານວຍການ, ເປັນຕົ້ນແມ່ນ: ການພົວພັນຮ່ວມມືຈັດຊື້-ຈັດຫາ ນ້ໍາມັນເຊື້ອໄຟທຸກຊະນິດ ເພື່ອ ຕອບສະໜອງໃຫ້ກອງທັບ ແລະ ຮັບໃຊ້ສັງຄົມຢ່າງເປັນປົກກະຕິ ແລະ ທັນເວລາ ດ້ວຍປະລິມານ ຢ່າງຄົບຖ້ວນ ແລະ ຄຸນນະພາບ ຕາມມາດຕະຖານສາກົນ, ປັດ ຈຸບັນນີ້ໄດ້ມອບນ້ໍາມັນເຊື້ອໄຟ ໃຫ້ກອງທັບ ງວດ 1-2 ແລະ ງວດ 3 ປີ 2020 ສໍາເລັດ 100%, ຜ່ານ ການກວດກາຕີລາຄາຈັດແບ່ງປະ ເພດຄຸນນະພາບຕາມ 5 ເນື້ອ ໃນ, ສາມາດຄັດເລືອກໄດ້ສະມາ ຊິພັກແຂງ ຈໍານວນ 29 ສະຫາຍ, ກາງ 1 ສະຫາຍ, ສະເລ່ຍ ເທົ່າ ກັບ 96,05%. ໃນວາລະກອງປະຊຸມ, ສະມາ ຊິກພັກໄດ້ພ້ອມກັນປະກອບຄໍາ ຄິດຄໍາເຫັນຢ່າງກົງໄປກົງມາໃສ່ ເນື້ອໃນບົດສະຫຼຸບ, ທິດທາງ ແຜນການນໍາພາຂອງໜ່ວຍພັກ ໃນຕໍ່ໜ້າໃຫ້ປະສົບຜົນສໍາເລັດ ໃນວຽກງານດັ່ງກ່າວ ແລະ ໄດ້ ສະ ເໜີຂັ້ນເທິງ ເພື່ອຂໍອະນຸມັດຮັບ ຮອງເປັນໜ່ວຍພັກປອດໃສເຂັ້ມ ແຂງ ໜັກແໜ້ນ ໃນສົກປີ 2021-2022 ສະໄໝຕໍ່ໄປ ອີກດ້ວຍ. ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍໄດ້ມີຄໍາເຫັນ ໂອ້ລົມຊີ້ທິດເຍືອງທາງຕໍ່ບັ້ນດໍາ ເນີນກວດກາຕີລາຄາຄຸນນະພາບ ຂອງສະມາຊິກພັກ ແລະ ການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ, ກ່ອນອື່ນໄດ້ສະ ເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານ ແລະ ຜົນສໍາເລັດທີ່ຍາດ ມາໄດ້ໃນໄລຍະຜ່ານມາ, ເຊິ່ງມັນ ສະແດງອອກທາງດ້ານຄວາມ ຮັບຜິດຊອບສູງຂອງຄະນະພັກ- ຄະນະບັນຊາທີ່ໄດ້ເອົາໃຈໃສ່ຊີ້ ນໍາ-ນໍາພາທຸກຂົງເຂດວຽກງານ ຂອງກົມກອງ ແລະ ຮັກສາໄດ້ ບົດບາດການນໍາພາຂອງພັກ ກໍຄື ແບບແຜນການນໍາພາຂອງຄະ ນະພັກທຸກຂັ້ນ, ສະນັ້ນ ຈຶ່ງຮຽກ ຮ້ອງມາຍັງຄະນະພັກ-ຄະນະບັນ ຊາ ພ້ອມດ້ວຍສະມາຊິກພັກພະ ນັກງານທຸກສະຫາຍຈົ່ງພ້ອມກັນ ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຕົນເອງໃນທຸກດ້ານ, ມີຄວາມສາ ມັກຄີພາຍໃນພັກຢ່າງແໜ້ນແຟ້ນ, ມີຄຸນສົມບັດສິນທໍາປະຕິວັດ, ດໍາ ລົງຊີວິດປອດໃສ ຂາວສະອາດ, ບົນພື້ນຖານປະຕິບັດຫຼັກການ ລວມສູນປະຊາທິປະໄຕ, ແບ່ງ ວຽກງານໃຫ້ບຸກຄົນຮັບຜິດຊອບ, ຖືເອົາການດໍາເນີນຊີວິດການ ເມືອງພາຍໃນພັກໃຫ້ເປັນປົກ ກະຕິ, ຕໍານິຕິຊົມກໍ່ສ້າງຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ເພື່ອ ພ້ອມກັນກ້າວໜ້າ, ປົກປັກຮັກ ສາເຄື່ອງຂອງວັດຖຸພາຫະນະ ສ່ວນລວມບໍ່ໃຫ້ເປ່ເພ່ເສຍຫາຍ, ຮັບປະກັນໄດ້ການຮັບການເບີກ- ຈ່າຍນ້ໍາມັນເຊື້ອໄດ້ເປັນຢ່າງດີ ແລະ ພ້ອມກັນເຮັດສໍາເລັດໜ້າ ທີ່ວຽກງານທີ່ການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ