ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີ່ປະທານສະມາຄົມເຟີນິເຈີລາວ
ເວລາອອກຂ່າວ: 2021-07-23 09:05:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ວັນທີ 21 ກໍລະກົດ 2021 ນີ້, ຢູ່ທີ່ສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດ ນະຄອນ ຫຼວງວຽງຈັນ ໄດ້ມີພີທິມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄຳ ໄພ ສົມຊະນະ ປະທານສະມາ ຄົມເຟີນິເຈີລາວ ຜູ້ເກົ່າ ແລະ ທ່ານ ກອງມາລາ ພົມມະໄລ ປະທານສະມາຄົມເຟີນີເຈີລາວຜູ້ ໃໝ່ ຊຶ່ງເຂົ້າຮ່ວມຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະ ພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີປະທານ ແລະ ບັນດາຮອງປະທານ ພ້ອມດ້ວຍ ບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີໄດ້ມີການການຜ່ານຂໍ້ ຕົກລົງຂອງປະທານສະພາການ ຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ສະບັບເລກທີ 0653/ສຄອຊ.3 ລົງວັນທີ5 ກໍລະກົດ 2021 ວ່າດ້ວຍການຮັບຮອງ ການແຕ່ງຕັ້ງຄະນະບໍລິຫານງານ ຂອງສະມາຄົມເຟີນິເຈີລາວ ສະໄໝທີIV ໂດຍຕົກລົງຮັບ ຮອງເອົາທ່ານ ກອງມາລາ ພົມມາໄລ ອຳນວຍການໂຮງງານ ເຄແອນບີເຟີນິເຈີ ເປັນປະທານ ແລະໄດ້ຮັບຮອງເອົາຮອງປະ ທານ 6 ທ່ານປະກອບ ມີ: ທ່ານ ວັນເພັງ ສົມຊະນະ ທ່ານນາງ ຈັນໄຕ ທຳມະວົງສາ, ທ່ານ ທອງ ດຳ ສີຫາມາຍາ ທ່ານ ກອງແຊງ ລາດສະມູນ, ທ່ານບຸນຖອງ ຫຼວງ ໂຄດ ແລະ ທ່ານ ນາງ ວອນມະ ນີວົງ ສະເຕີນ. ສ່ວນຄະນະກຳມະການປະ ກອບມີ: ທ່ານ ກົງສາ ດວງມາ ທ່ານ ນາງ ພອນບູລີ ນໍລະສິດ, ທ່ານ ນາງ ເພັດສະໝອນ ເໜື່ອງ ກອງມະນີ, ທ່ານ ນາງ ສົມບູນ ພິມມະສອນ ແລະ ຄະນະກວດ ກາອີກ 3 ທ່ານປະກອບ ມີ: ທ່ານ ກົງສາ ດວງມາລາ ເປັນຫົວໜ້າ, ທ່ານ ນາງ ວອນມະນີວົງ ສະເຕີນ ເປັນຮອງ ແລະ ທ່ານ ນາງ ເພັດ ສະໝອນ ເໜື່ອງກອງມະນີ ເປັນຄະນະ. ທ່ານ ຄຳໄພ ສົມຊະນະ ໄດ້ ກ່າວເຖິງຜົນງານຜ່ານມາວ່າ: ນັບເປັນສິ່ງທີ່ພາກພູມໃຈໃນຕະຫຼອດຜ່ານມາຕົນໄດ້ອຸທິດກຳລັງທັງກາຍ ແລະ ໃຈພ້ອມທຶນຮອນປະກອບສ່ວນເຂົ້າໃນການພັດທະນາດ້ານຕ່າງໆ ຂອງ ສຟລ ຊຸດທີ 2 ແລະ ຊຸດທີ 3 ອັນໄດ້ສ້າງຊື່ ສຽງສຳຄັນແກ່ແກ່ພາຍໃນ ແລະ ພາກພື້ນໄດ້ຮູ້ຜະລິດຕະພັນໄມ້ ລາວນັບມື້ຫຼາຍຂຶ້ນ. ໂດຍໃນ ເວລາ 10 ກວ່າປີຜ່ານມາບັນດາ ຄະນະ ສຟລ ໄດ້ປະສ່ວນທຶນ ຫຼາຍຮ້ອຍຕື້ກີບ ສະເພາະສ່ວນ ຕົວໄດ້ປະກອບສ່ວນ 1 ຕື້ກວ່າ ກີບ, ໃນປີ 2013 ໄດ້ຮັບໂກຕາ ໄມ້ທ່ອນ 30% ຈາກລັດຖະບານ ແບ່ງໃຫ້, ໄດ້ຖືກເຊີນເຂົ້າເປັນສະ ມາຊິກສະມາຄົມເຟີນິເຈີອາຊຽນ ໃນປີ 2014 ແລະໃນປີ 2017 ໄດ້ຈັດກອງປະຊຸມ ຄັ້ງທີ 35 ຂອງສະມາຄົມເຟີນິເຈີອາຊຽນຢູ່ ສປປ ລາວ, ໄດ້ຖືກເຊີນເຂົ້າເປັນ ສະມາຊິກສະມາຄົມທຸລະກິດຈີນ-ອາຊຽນ ໃນປີ 2014 ນອກນັ້ນ ສຟລ ຍັງໄດ້ມີການຈັດງານວາງ ສະແດງສິນຄ້າ 3 ຄັ້ງຕໍ່ປີ ແຕ່ປີ 2015 ຮອດປັດຈຸບັນລວມເປັນ 16 ຄັ້ງແລ້ວ. ໂອກາດນີ້, ທ່ານ ກອງມາລາ ພົມມາໄລ ໄດ້ກ່າວວ່າ: ຂ້າພະ ເຈົ້າຮູ້ສຶກດີໃຈທີ່ໄດ້ຮັບຄວາມ ໄວ້ວາງໃຈມອບຫມາຍໃຫ້ຮັບ ໜ້າທີ່ອັນຊົງກຽຽດນີ້ໂດຍຈະ ນຳພາສະມາຄົມພັດທະນາໄປ ຕາມແນວທາງນະໂຍບາຍຂອງ ພັກ-ລັດ, ພັດທະນາສີມືແຮງ ງານລາວໃນຂະແຫນງເຟີນິເຈີໃຫ້ທຽບເທົ່າກັບສາກົນ ແລະ ລະດົມສະມາຊິກໃຫ້ມີຄວາມ ສາ ມັກຄີໄປຄຽງຄູ່ກັບການພັດທະ ນາສິນຄ້າໃຫ້ເປັນທີ່ສົນໃຈຂອງ ຕະຫຼາດພາຍໃນ ແລະ ສາກົນ ແລະເສີມຂະຫຍາຍຈຸດແຂງໃຫ້ ໂດດເດັ່ນຂື້ນໃນອານາຄົດ ໂດຍໃນສະພາບໂຄວິດຄືປະຈຸບັນກໍມີການຂາຍຜ່ານທາງອອນລາຍນຳອີກ. ເພື່ອມາປະກອບສ່ວນໃນ ການພັດທະນາໃຫ້ເປັນໄປຕາມ ແຜນຂອງຄະນະໃຫ້ດີຂຶ້ນທັງນີ້, ທ່ານໄດ້ຮຽກຮ້ອງໃຫ້ທຸກພາກ ສ່ວນກ່ຽວຂ້ອງຈົ່ງໄດ້ປະກອບ ສ່ວນເອື້ອອຳນວຍ ແລະ ຊຸກຍູ້ ສົ່ງເສີມໃນດ້ານຕ່າງໆ ໂດຍສະ ເພາະຜະລິດຕະພັນໄມ້, ສີມື, ການຜະລິດ ສຳຄັນທີ່ສຸດແມ່ນ ເງິນກູ້ຢືມໃນອັດຕາດອກເບ້ຍຕໍ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ