ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

6 ເດືອນຕົ້ນປີ 2021 ເມືອງໂຂງມີມູນຄ່າການລົງທຶນ 361 ຕື້ກວ່າກີບ
ເວລາອອກຂ່າວ: 2021-07-23 09:03:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ຕາມການລາຍງານຂອງ ທ່ານ ຈັນທະນົງສິນ ຈັນທະພິມ ກຳ ມະການພັກເມືອງ ຫົວໜ້າຫ້ອງ ການແຜນການ ແລະ ການລົງທຶນ ເມືອງໂຂງ ແຂວງຈຳປາສັກ ໃນ ກອງປະຊຸມຄົບຄະນະບໍລິຫານ ງານພັກເມືອງ ຄັ້ງ ທີ 6 ສະໄໝທີ VIII ເມື່ອບໍ່ດົນນີ້ ວ່າ: ໃນ 6 ເດືອນຕົ້ນປີ 2021 ເມືອງໂຂງ ມີການລົງທຶນທັງໝົດ 29 ໂຄງ ການ, ລວມມູນຄ່າການລົງທຶນ ທັງໝົດ 361 ຕື້ກວ່າກີບ. ໃນນັ້ນ, ໂຄງການລົງທຶນຂອງລັດ 20 ໂຄງການ, ໂຄງການຊ່ວຍເຫຼືອ ເພື່ອການພັດທະນາ 4 ໂຄງການ, ໂຄງການລົງທຶນປະກອບສ່ວນ ຂອງສັງຄົມ 4 ໂຄງການ ແລະ ໂຄງ ການລົງທຶນຂອງເອກະຊົນມີ 1 ໂຄງການ. ສ່ວນການຈັດເກັບ ລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ ປະຕິບັດໄດ້ເກືອບ4 ຕື້ກີບ, ທຽບໃສ່ແຜນປີເທົ່າກັບ 51,3% ແລະ ດ້ານລາຍຈ່າຍປະ ຕິບັດໄດ້ 6,8 ຕື້ກີບ, ທຽບໃສ່ແຜນ ປີເທົ່າກັບ 46%. ທ່ານຫົວໜ້າຫ້ອງການແຜນ ການ ແລະ ການລົງທຶນເມືອງໂຂງ ຍັງໃຫ້ຮູ້ອີກວ່າ: ບັນດາໂຄງການ ລົງທຶນຂະໜາດໃຫຍ່ຢູ່ພາຍໃນ ເມືອງດຳເນີນບໍ່ໄດ້ຕາມແຜນທີ່ ວາງໄວ້, ບັນດາຫົວໜ່ວຍທຸລະ ກິດດ້ານບໍລິການໄດ້ຢຸດຕິການ ເຄື່ອນໄຫວຊົ່ວຄາວ ເນື່ອງຈາກ ໄດ້ຮັບຜົນກະທົບຈາກການລະ ບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ບັນດາຕົວເລກທີ່ໄດ້ກຳ ນົດໄວ້ ມີບາງດ້ານບໍ່ບັນລຸຕາມ ຄາດໝາຍຄາດຄະເນໝົດ ປີ 2021 ຈະເກັບລາຍຮັບເຂົ້າງົບ ປະມານ ໄດ້ 90% ຂອງແຜນ ປີ, ຈະສູນເສຍລາຍຮັບຈາກການ ປະຕິບັດນະໂຍບາຍຍົກເວັ້ນອາກອນລາຍໄດ້ເງິນເດືອນ ແລະ ອາກອນຈຸນລະວິສາຫະກິດ ຈຳ ນວນ 600 ລ້ານກວ່າກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ