ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍສະຫະພັນແມ່ຍິງຫ້ອງເຕັກນິກທະຫານແຂວງຈຳປາສັກ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ I
ເວລາອອກຂ່າວ: 2021-07-23 08:59:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງຫ້ອງ ເຕັກນິກທະຫານແຂວງຈໍາປາ ສັກໄດ້ຈັດຂຶ້ນໃນວັນທີ 14 ກໍ ລະກົດ 2021 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພັນ ຕີ ກອງສີ ຜິວຍະວົງ ຄະນະພັກ ຮາກຖານ ຮອງຫົວໜ້າຫ້ອງເຕັກ ນິກ ທະຫານແຂວງຈໍາປາສັກ, ມີສະຫາຍ ພັນໂທ ນາງ ສີຫາ ກັນ ຍາວົງ ຄະນະບໍລິຫານງານສະ ຫະພັນແມ່ຍິງແຂວງ ຫົວໜ້າພະ ແນກສະຫະພັນແມ່ຍິງທະຫານ ແຂວງຈໍາປາສັກ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ສົມພາ ວັນ ນິລະໄຊ ຫົວໜ້າໜ່ວຍສະ ຫະພັນແມ່ຍິງຫ້ອງເຕັກນິກໄດ້ ຜ່ານບົດສະຫຼຸບການເຄື່ອນໄຫວ ວຽກງານຂອງໜ່ວຍໄລຍະ 3 ປີຜ່ານມາ (2017-2020) ເຊິ່ງ ຍົກໃຫ້ເຫັນວ່າຄະນະໜ່ວຍໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດເຮັດໃຫ້ ແຕ່ລະສະຫາຍມີແນວຄິດການ ເມືອງໜັກແໜ້ນ, ມີຄວາມສາ ມັກຄີເປັນເອກກະພາບເຄື່ອນ ໄຫວຕາມພາລະບົດບາດຂອງ ຕົນ ແລະ ເຮັດສໍາເລັດທຸກໜ້າ ທີ່ຕາມການມອບໝາຍໂດຍສະ ເພາະການປະຕິບັດຂໍ້ແຂ່ງຂັນ 3 ດີ, ຂະບວນການສິລະປະ-ວັນ ນະຄະດີ, ກີລາ ແລະ ປະດັບປະ ດາຄ້າຍຄູໃຫ້ມີຄວາມສະອາດ ສວຍງາມ, ເອົາໃຈໃສ່ສ້າງເສດ ຖະກິດຄອບຄົວດ້ວຍການລ້ຽງ ສັດ-ປູກຝັງສ້າງລາຍຮັບໃຫ້ ຄອບຄົວ ແລະ ພາຍໃນໜ່ວຍ. ນອກນີ້ ເອື້ອຍນ້ອງແມ່ຍິງຍັງ ເປັນເຈົ້າການປຸກລະດົມ ແລະ ເຄື່ອນໄຫວຢ້ຽມຢາມຄອບຄົວຜູ້ທີ່ ເຈັບເປັນ ແລະ ລົງຊຸກຍູ້ກຳລັງໃຈ ອ້າຍນ້ອງທະຫານຢູ່ຊາຍແດນ ຫຼາຍໆຄັ້ງ. ຜ່ານຂະບວນການດັ່ງ ກ່າວໃນ 3 ປີຜ່ານມາ ສະມາຊິກ ແມ່ຍິງພາຍໃນໜ່ວຍໄດ້ຮັບໃບ ຍ້ອງຍໍຂັ້ນສະຫະພັນແມ່ຍິງ ແຂວງ 20 ສະຫາຍ, ໄດ້ຮັບໃບຢັ້ງ ຢືນແມ່ຍິງ 3 ດີ ປະເພດແຂງ 90%, ກາງ 10%, ໜ່ວຍໄດ້ຮັບ ໃບຢັ້ງຢືນແມ່ຍິງ 3 ດີ 3 ໃບ. ກອງປະຊຸມໄດ້ດໍາເນີນການ ປ່ອນບັດຄັດເລືອກເອົາຄະນະ ໜ່ວຍຊຸດໃໝ່ໄດ້ຕາມລະດັບຄາດ ໝາຍ ໂດຍເລືອກເອົາ ສະຫາຍ ພັນຕີ ນາງ ສົມພາວັນ ນິລະໄຊ ເປັນເລຂາໜ່ວຍ, ສະຫາຍ ພັນຕີ ນາງ ມະນີສອນ ພົມພັນ ເປັນຮອງ ເລຂາໜ່ວຍ ທັງເປັນກໍາມະການ ໜ່ວຍສະຫະພັນແມ່ຍິງຫ້ອງເຕັກ ນິກທະຫານແຂວງຈໍາປາສັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ