ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 11
ເວລາອອກຂ່າວ: 2021-07-23 08:49:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ:



ວັນທີ 21 ກໍລະກົດ 2021, ທ່ານ ສະເຫຼີມໄຊ ກົມມະສິດ ລັດ ຖະມົນຕີກະຊວງການຕ່າງປະ ເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດແມ່ນຳ້ ຂອງ-ແມ່ນ້ຳຄົງຄາ ຄັ້ງທີ 11 (ໃນ ຮູບແບບກອງປະຊຸມທາງໄກ) ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ພະນະທ່ານ ປຣາກ ໂຊຄົນ (Prak SOKHONN ), ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູ ເຈຍ ແລະ ທ່ານ ດຣ.ສຸບຣາ ມານຢຳ ໃຈຊັງເກີ ລັດຖະມົນຕີ ກະຊວງການຕ່າງປະເທດອິນ ເດຍ ແລະ ມີບັນດາລັດຖະມົນຕີ ຕ່າງປະເທດຈາກປະເທດສະ ມາຊິກແມ່ນໍ້າຂອງຄື: ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ. ກອງປະຊຸມໄດ້ທົບທວນຄືນ ໝາກຜົນຂອງການຮ່ວມມືໃນ ໄລຍະຜ່ານມາ ເຊິ່ງເຫັນວ່າ ການ ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ປະ ຊາຄົມໂລກເວົ້າລວມ, ເວົ້າສະ ເພາະກໍຄືຢູ່ໃນບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ອິນເດຍ ແຕ່ຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າຄົງຄາ ກໍຍັງໄດ້ຮັບ ການສືບຕໍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ ເປັນຕົ້ນແມ່ນການຈັດຕັ້ງ ປະຕິບັດແຜນປະຕິບັດງານປີ 2019-2022 ຂອບການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ພາຍ ໃຕ້ 7 ຂົງເຂດຂອງການຮ່ວມມື ຄື: ວັດທະນະທໍາ ແລະ ການທ່ອງ ທ່ຽວ, ການສຶກສາ, ສາທາລະນະສຸກ ແລະ ຢາພື້ນເມືອງ, ກະສິ ກໍາ ແລະ ຂະແໜງການກ່ຽວ ຂ້ອງ, ການຄົມມະນາຄົມ ແລະ ຂົນສົ່ງ, ການຄຸ້ມຄອງຊັບພະຍາ ກອນແຫຼ່ງນໍ້າ ແລະ ຂົງເຂດວິທະ ຍາສາດ ແລະ ເຕັກໂນໂລຊີ. ລ້ວນ ແຕ່ມີການຂະຫຍາຍຕົວຢ່າງຕໍ່ ເນື່ອງເຊິ່ງແມ່ນອິນເດຍ ໃຫ້ການ ສະໜັບສະໜູນທາງດ້ານການ ເງິນ ໃນນັ້ນ, ໄດ້ມີໂຄງການທີ່ຖືກ ອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ລວມທັງໝົດ 7 ໂຄງ ການໃນຂົງເຂດກະສິກໍາ, ສຶກສາ ແລະ ສາທາລະນະສຸກ (ກໍາລັງຈັດ ຕັ້ງປະຕິບັດຈໍານວນ 3 ໂຄງການ ແລະ ຍັງລໍຖ້າຈັດຕັ້ງປະຕິບັດ ອີກ 4 ໂຄງການ) ລວມມູນຄ່າ 350,000 ໂດລາ ເຫັນວ່າບັນ ດາໂຄງການດັ່ງກ່າວໄດ້ປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຢູ່ໃນພາກພື້ນ ແມ່ນໍ້າຂອງກໍຄື ສປປ ລາວ ຢ່າງ ກວ້າງຂວາງ. ພ້ອມດຽວກັນນັ້ນ, ກອງປະ ຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນ ຕໍ່ໜ້າ ໂດຍສະເພາະການຮ່ວມກັນ ຟື້ນຟູເສດຖະກິດຢູ່ໃນພາກພື້ນ ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ພາຍ ຫຼັງການແຜ່ລະບາດຂອງພະ ຍາດໂຄວິດ-19 ໂດຍໄດ້ເນັ້ນໃສ່ ຂະແໜງການທ່ອງທ່ຽວເປັນບູ ລິມະສິດ, ສະໜັບສະໜູນໃຫ້ມີ ການທ່ອງທ່ຽວແບບຄົບວົງຈອນ ແລະ ສືບຕໍ່ຜັນຂະຫຍາຍການ ຮ່ວມມືໃຫ້ຂົງເຂດອື່ນໆໃຫ້ເກີດດອກອອກຜົນ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຮອງເອົາ ຖະແຫລງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາເພື່ອເປັນທິດທາງ ຮ່ວມມືໃນຕໍ່ໜ້າ. ໃນຕອນທ້າຍກໍໄດ້ມີການ ມອບ-ຮັບໜ້າທີ່ ປະທານໝູນວຽນ ຮ່ວມກັບ ອິນເດຍ ຈາກ ກໍາປູເຈຍ ໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ປະ ຕິບັດໜ້າທີ່ໃນປີ 2021-2022 ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ເປັນປະຈຳທຸກໆປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ