ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທູດລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທູດປອກຕຸຍການ
ເວລາອອກຂ່າວ: 2021-07-23 08:47:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 254 | ຄວາມນິຍົມ:



ໃນວັນທີ 16 ກໍລະກົດ 2021, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳຣາຊະອານາຈັກໄທ ທີ່ບາງກອກ (ປະເທດໄທ) ໄດ້ ຕ້ອນຮັບການເຂົ້າຍື່ນສານຕາ ຕັ້ງຂອງ ທ່ານ ໂຊອາວ ເບີນາດ ໂດ ດີ ໂອລິເວຣາ ມາກຕີນ ເວັນ ຈະເຕັນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິ ສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປອກຕຸຍການ ປະຈໍາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໂດຍ ມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ. ຫຼັງຈາກຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນ ໂດຍທ່ານເອກອັກຄະລັດຖະທູດ ປອກ ຕຸຍການ ໄດ້ສະແດງຄວາມ ຂອບໃຈ ຕໍ່ກັບການຕ້ອນຮັບອັນ ອົບອຸ່ນ ແລະ ຖືເປັນກຽດຢ່າງ ສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳຣາຊະອານາ ຈັກໄທ ເພື່ອຍື່ນຕໍ່ໄປຍັງພະນະ ທ່ານ ທອງລຸນ ສີສຸລິດ, ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ; ຢືນ ຢັນຈະສຸມທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີລະ ຫວ່າງ ສາທານະລັດ ປອກຕຸຍ ການ ແລະ ສປປ ລາວ ໃຫ້ມີການ ຂະຫຍາຍຕົວຍິ່ງໆສູງຂຶ້ນ. ທ່ານ ແສງ ສຸຂະທິວົງ, ເອກ ອັກຄະລັດຖະທູດ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໂຊອາວ ເບີນາດໂດ ດີ ໂອລິເວຣາ ມາກຕີນ ເວັນຈະເຕັນ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປອກຕຸຍການ ປະຈຳ ສປປ ລາວ; ສະແດງຄວາມ ຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ປອກຕຸຍການ ທີ່ມີບາດກ້າວຂະ ຫຍາຍຕົວ ໂດຍທັງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງສອງກະຊວງການຕ່າງປະເທດ; ສະແດງຄວາມຂອບໃຈຕໍ່ລັດຖະ ບານປອກຕຸຍການ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການສຶກສາ ແກ່ຝ່າຍລາວໃນໄລຍະທີ່ຜ່ານມາ. ນອກຈາກການຮ່ວມມືສອງຝ່າຍ ແລ້ວ, ທັງສອງຝ່າຍຍັງໄດ້ໃຫ້ການ ສະໜັບໜູນເຊິ່ງກັນ ແລະ ກັນທັງ ໃນເວທີພາກພື້ນ ແລະ ສາກົນ. ເຊິ່ງທັງສອງທ່ານໄດ້ເຫັນດີ ຈະເຮັດວຽກຮ່ວມກັນຢ່າງໃກ້ສິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄືສອງ ສຳນັກງານຕາງໜ້າຫ້ອງການ ທູດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວ ຈິງມາສູ່ທັງສອງປະເທດໃຫ້ເພີ່ມ ສູງຂຶ້ນເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ