ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊັນສັນຍາສົ່ງເສີມການເຂົ້າເຖິງການສຶກສາຮຽນຮ່ວມສຳລັບເດັກທີ່ມີຄວາມບົກຜ່ອງທາງສະຕິ-ປັນຍາ
ເວລາອອກຂ່າວ: 2021-07-22 11:28:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ພິທີເຊັນສັນຍາບົດບັນທຶກ ຄວາມເຂົ້າໃຈ ໂຄງການສົ່ງເສີມ ການເຂົ້າເຖິງການສຶກສາຮຽນຮ່ວມສໍາລັບເດັກທີ່ມີຄວາມບົກ ຜ່ອງທາງສະຕິ-ປັນຍາ ຢູ່ແຂວງ ຫົວພັນ ແລະ ແຂວງຈໍາປາສັກ ໄດ້ ຈັດຂຶ້ນໃນວັນທີ 16 ກໍລະກົດນີ້, ທີ່ກະຊວງສຶກສາທິການ ແລະ ກີລາ (ສສກ) ລະຫວ່າງ ກົມພົວ ພັນການຕ່າງປະເທດ ກະຊວງສຶກ ສາທິການ ແລະ ກີລາ ກັບອົງ ການເພື່ອມະນຸດສະທໍາ ແລະ ການ ມີສ່ວນຮ່ວມ ປະຈໍາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຂອງສະຫະພາບເອີຣົບ ແລະ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ (Humanity and Inclusion) ໃນງົບປະ ມານລວມທັງໝົດ 1.488.000 ໂດລາ; ຮ່ວມລົງນາມ ລະຫວ່າງ ທ່ານ ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມພົວພັນການຕ່າງປະ ເທດ ກະຊວງ ສສກ ແລະ ທ່ານ ເຣເນຣຍ ຄາຣາໄບ ຜູ້ຈັດການ ຝ່າຍການປະຕິບັດງານ ປະຈຳ ສປປ ລາວ ກ່ຽວກັບໂຄງການ ດັ່ງກ່າວຂອງອົງການ ເພື່ອມະ ນຸດສະທຳ ແລະ ການມີສ່ວນຮ່ວມ ພ້ອມດ້ວຍພະນັກງານທັງສອງ ຝ່າຍເຂົ້າຮ່ວມ. ຈຸດປະສົງຂອງໂຄງການ ເພື່ອປັບປຸງການເຂົ້າເຖິງການ ສຶກສາ ຮຽນຮ່ວມທີ່ມີຄຸນນະພາບ ສຳລັບເດັກນ້ອຍທີ່ມີຄວາມເປັນ ພິການທາງສະຕິ-ປັນຍາ ຢູ່ສອງ ແຂວງ ເຊິ່ງມີກິດຈະກຳຫຼັກແມ່ນຍົກລະດັບຂີດຄວາມສາມາດໃຫ້ກັບສອງອົງການຈັດຕັ້ງທາງສັງຄົມ: ສະມາຄົມ ເພື່ອຄົນໂອທິສຕິກ (ສພອ) ແລະ ສະມາຄົມ ຄົນພິ ການທາງສະໝອງດ້ານການ ຮຽນຮ່ວມ; ຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ຊຸມ ຊົນກ່ຽວກັບການສົ່ງເສີມການ ເຂົ້າເຖິງການສຶກສາຂອງເດັກ ນ້ອຍທີ່ມີຄວາມບົກຜ່ອງທາງ ດ້ານສະຕິ-ປັນຍາ. ສ້າງຂີດ ຄວາມສາມາດໃຫ້ແກ່ຄູ, ພະນັກ ງານຫ້ອງການສຶກສາ ແລະ ກີລາເມືອງ ກ່ຽວກັບການຮຽນ-ການສອນແບບຮຽນຮ່ວມໃນ ແຂວງຫົວພັນ ແລະ ແຂວງຈຳ ປາສັກ ເຊິ່ງຈະຈັດຕັ້ງປະຕິບັດ ຢູ່ 20 ບ້ານພາຍໃນສອງແຂວງ ຄື: ແຂວງຫົວພັນມີ 5 ບ້ານຢູ່ ເມືອງວຽງໄຊ ຄີື: ບ້ານໜັ້ນ, ບ້ານ ບັກ, ບ້ານຮາມ, ບ້ານບໍຜາໃຕ້ ແລະ ບ້ານນາງົວ ແລະ 5 ບ້ານຢູ່ ເມືອງຊຳເໜືອ ຄື: ບ້ານພັນໄຊ, ບ້ານໂພນຄຳ, ບ້ານໂພນໄຊ, ບ້ານ ປາຈານ້ອຍ ແລະ ບ້ານນາຈອງ; ຢູ່ແຂວງຈຳປາສັກ ມີ 5 ບ້ານຢູ່ ນະຄອນປາກເຊ ຄື: ບ້ານຫ້ວຍ ຍາງຄຳໃຕ້, ບ້ານກາງ, ບ້ານສະ ໜາມໄຊ, ບ້ານໂພນສະຫວັນ ແລະ ບ້ານໂນນສະຫວ່າງ ແລະ 5 ບ້ານຢູ່ເມືອງບາຈຽງຈະເລີນສຸກ ຄື: ບ້ານຫຼັກ 21, ບ້ານແກ້ງເກ່ຍ, ບ້ານໜອງນ້ຳຂາວ ແລະ ບ້ານ ສີຊຽງໃໝ່ (ຫຼັກ 16). ໃນໂຄງການດັ່ງກ່າວນີ້ ເດັກ ນ້ອຍທີ່ມີຂໍ້ຈຳກັດທາງດ້ານໜ້າ ທີ່ການ ຈຳນວນ 200 ຄົນ ຈະໄດ້ ຮັບການສະໜັບສະໜູນ, ໄລຍະ ເວລາຂອງໂຄງການດັ່ງກ່າວ ເລີ່ມປະຕິບັດໃນເດືອນ ກໍລະກົດ 2021 ຫາ 30 ກັນຍາ 2024 ເປັນເວລາ 4 ປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ