ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ
ເວລາອອກຂ່າວ: 2021-07-22 11:24:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 428 | ຄວາມນິຍົມ:



ໄລຍະກາງເດືອນກໍລະກົດນີ້, ພະແນກສະຫະພັນແມ່ຍິງກອງ ບັນຊາການທະຫານແຂວງໄຊຍະ ບູລີ, ທະຫານແຂວງຫຼວງນໍ້າທາ, ຂະແໜງສະຫະພັນແມ່ຍິງກອງ ພັນໃຫຍ່ 502 ກອງພົນທີ 5, ກອງພັນໃຫຍ່ 645, ກອງພັນ ໃຫຍ່ 703 ແລະ ຂະແໜງສະ ຫະພັນແມ່ຍິງໂຮງໝໍບໍລິເວນ 107 ກອງທັບ ໄດ້ເຕົ້າໂຮມ ສະມາຊິກແມ່ຍິງຂອງຕົນເຂົ້າ ຮ່ວມຮັບຟັງການປາຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 66 ປີ, ເພື່ອສຶກສາອົບຮົມເຮັດ ໃຫ້ສະມາຊິກແມ່ຍິງແຕ່ລະກົມ ກອງເຊື່ອມຊຶມກຳແໜ້ນຕື່ມ ມູນເຊື້ອຂອງສະຫະພັນແມ່ຍິງ ລາວ ແລະ ຮໍ່າຮຽນເອົາແບບຢ່າງມາເປັນແນວທາງໃນການ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍ ເປັນສະມາຊິກແມ່ຍິງທີ່ດີຂອງ ກົມກອງ. ໂອກາດດັ່ງກ່າວ, ຄະນະພັກ- ຄະນະບັນຊາແຕ່ລະກົມກອງໄດ້ ເລົ່າຄືນມູນເຊື້ອການກຳເນີດ, ການປັບປຸງກໍ່ສ້າງເຕີບໃຫຍ່ຂະ ຫຍາຍຕົວ ແລະ ຜົນງານການ ເຄື່ອນໄຫວຂອງສະຫະພັນແມ່ ຍິງລາວຕະຫຼອດໄລຍະ 66 ປີ ຜ່ານມາ, ເຊິ່ງເອື້ອຍນ້ອງແມ່ ຍິງລາວໃນເມືອກ່ອນໄດ້ປະກອບ ສ່ວນອຸທິດເຫື່ອແຮງ, ສະຕິປັນ ຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຄຽງບ່າຄຽງໄຫຼ່ກັບເພດຊາຍ ດ້ວຍຄວາມອົງອາດກ້າຫານ ໂດຍໄດ້ຈັດຕັ້ງໜ່ວຍວັນນະລີ ຂຶ້ນຕໍ່ມາກໍມີແມ່ຍິງນັກຮົບຢູ່ຊົນ ນະບົດ, ໜ່ວຍຍຸວັນນະລີຢູ່ຕາມ ຕົວເມືອງໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ ກວ້າງຂວາງ, ວັນທີ 20 ກໍລະກົດ 1955 ພັກ ໄດ້ຈັດຕັ້ງໜ່ວຍຄົ້ນ ຄວ້າແມ່ຍິງຂຶ້ນເພື່ອນຳພາແມ່ ຍິງໃນທົ່ວປະເທດປະກອບສ່ວນ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ແມ່ຍິງລາວຈຳນວນບໍ່ໜ້ອຍຖືກສັດຕູຈັບຄຸມຂັງ, ທຸບຕີທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ, ແຕ່ ແມ່ຍິງລາວເດັດຂາດບໍ່ຍອມ ຈຳນົນ, ບໍ່ຍອມໄຂຄວາມລັບ, ເດັດດ່ຽວຕໍ່ສູ້ຢ່າງພິລະອາດ ຫານ, ອັນໄດ້ເຮັດເອື້ອຍນ້ອງ ແມ່ຍິງລາວໄດ້ຮັບການຍ້ອງຍໍ ສັນລະເສີນໃນຫຼາຍລະດັບ, ນອກ ນັ້ນ, ຍັງມີສະຫະພັນແມ່ຍິງ ຈຳນວນຫຼາຍໄດ້ຮັບຄັດເລືອກ ໃຫ້ເປັນແບບຢ່າງທີ່ດີເດັ່ນປະ ກອບສ່ວນເຂົ້າໃນຂົງເຂດວຽກ ງານຕ່າງໆໃນອົງການຈັດຕັ້ງ ພັກ-ລັດ, ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍແມ່ຍິງລາວໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອ ດຸໝັ່ນຂະຫຍັນພຽນ ຕັ້ງໜ້າປະ ກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃຫ້ຈະເລີນຮຸ່ງ ເຮືອງ. ສ່ວນຂະແໜງສະຫະພັນແມ່ຍິງກອງພັນໃຫຍ່ 703 ຍັງໄດ້ ສະຫຼຸບການເຄື່ອນໄຫວວຽກ ງານ 6 ເດືອນຕົ້ນປີ, ໂດຍໄດ້ ຍົກໃຫ້ເຫັນຜົນງານພົ້ນເດັ່ນ ຫຼາຍດ້ານ ເປັນຕົ້ນແມ່ນວຽກງານກອງທຶນມາຮອດປັດຈຸບັນ ມີສະມາຊິກກອງທຶນທັງໝົດ 640 ສະຫາຍ, ມີເງິນທ້ອນ 2.651 ລ້ານກວ່າກີບ, ໄດ້ຮັບ ດອກເບ້ຍຈາກການປ່ອຍກູ້ 177 ລ້ານກວ່າກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ