ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຄື່ອນໄຫວຢູ່ກົມກອງທ້ອງຖິ່ນໃນໄລຍະກາງເດືອນກໍລະກົດ
ເວລາອອກຂ່າວ: 2021-07-22 11:23:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ:



- ຂະແໜງຊາວໜຸ່ມໂຮງໝໍບໍ ລິເວນ 107: ໄດ້ປະກາດການ ສິ້ນສຸດເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ໃຫ້ຜູ້ ທີ່ພົ້ນອາຍຸກະສຽນ, ໂດຍອີງ ໃສ່ກົດລະບຽບຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ ກຳນົດ ໄວ້ໃນໝວດທີ 11 ມາດຕາ 8 ວ່າດ້ວຍ ການສິ້ນສຸດຂອງການ ເປັນສະມາຊິກຊາວໜຸ່ມປະຊາ ຊົນປະຕິວັດລາວ, ຫ້ອງການ ເມືອງ ກົມໃຫຍ່ພະລາທິການ ກອງທັບ ອະນຸມັດໃຫ້ສະມາຊິກ ຊາວໜຸ່ມໂຮງໝໍບໍລິເວນ 107 ພົ້ນກະສຽນຈຳນວນ 3 ສະຫາຍ. - ກອງຮ້ອຍທະຫານຊາຍ ແດນ 122: ໄດ້ເຜີຍແຜ່ກົດໝາຍ ນາຍທະຫານ, ຂໍ້ກຳນົດ ວ່າດ້ວຍ ນາຍສິບ ແລະ ພົນທະຫານໃຫ້ ພະນັກງານ-ນັກຮົບຂອງຕົນ, ການເຜີຍແຜ່ກົດໝາຍໃນຄັ້ງນີ້ປະ ກອບມີ: ກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ (ສະ ບັບປັບປຸງ ) ປະກອບມີ 5 ພາກ, 8 ໝວດ, 50 ມາດຕາ ແລະ ຂໍ້ ກຳນົດ ວ່າດ້ວຍ ນາຍສິບ ແລະ ພົນທະຫານ ( ສະບັບປັບປຸງ) ປະກອບມີ 9 ພາກ, 9 ໝວດ ແລະ 31 ມາດຕາ ທັງນີ້ ກໍເພື່ອ ເຮັດໃຫ້ພະນັກງານ-ນັກຮົບໄດ້ ຮັບຮູ້ເຊື່ອມຊຶມຕື່ມກ່ຽວກັບ ເນື້ອໃນເອກະສານນິຕິກຳ ຕ່າງໆທີ່ມີຄວາມໝາຍ ຄວາມ ສຳຄັນ ເພື່ອພ້ອມກັນນຳໄປໝູນ ໃຊ້ ແລະ ປະຕິບັດໃຫ້ຖືກຕ້ອງ ສອດຄ່ອງກັບວຽກງານດັ່ງກ່າວ. - ໜ່ວຍພັກ ສາງກົນຈັກ 1: ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ເຊິ່ງໄດ້ຍົກໃຫ້ເຫັນການຈັດ ຕັ້ງປະຕິບັດການເຄື່ອນໄຫວວຽກ ງານໃນໄລຍະຜ່ານມາ, ຄະນະ ໜ່ວຍໄດ້ເອົາໃຈໃສ່ວຽກງານສຶກ ສາອົບຮົມການເມືອງ-ແນວຄິດ ເປັນສຳຄັນຕິດພັນກັບການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ວຽກງານຂະ ບວນການຕ່າງໆທີ່ປິ່ນອ້ອມໃຫ້ມີ ໝາກຜົນສູງ, ກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຄະນະ ໜ່ວຍຊຸດໃໝ່ໄດ້ຕາມຄາດໝາຍ. - ໜ່ວຍພັກຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນ ປະເທດ: ໄດ້ຈັດພິທີເລື່ອນສະມາ ຊິກພັກສຳຮອງຂຶ້ນເປັນສະມາຊິກ ພັກສົມບູນ ຕາມຂໍ້ຕົກລົງຂອງຄະ ນະພັກຫ້ອງການເມືອງ ຫ້ອງວ່າ ການ ກະຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດເລື່ອນສະ ມາຊິກພັກສຳຮອງຂຶ້ນເປັນສຳ ບູນ ຈຳນວນ 1 ສະຫາຍ. ຈາກນັ້ນ ໄດ້ສະຫຼຸບຕີລາຄາການນຳພາ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ ພ້ອມ ທັງແຕ່ງຕັ້ງຂັ້ນຫົວໜ້າ ຮອງຫົວ ໜ້າພະແນກ, ອີກດ້ວຍ. - ກອງພັນໃຫຍ່ 645: ໄດ້ຈັດ ພິທີມອບເງິນນະໂຍບາຍໃຫ້ນາຍ ທະຫານທີ່ອອກອຸດໜູນຈຳນວນ 1 ສະຫາຍ ແລະ ຄອບຄົວພະນັກ ງານທີ່ເສຍຊີວິດຈຳນວນ 2 ສະ ຫາຍ ລວມເປັນເງິນທັງໝົດ 116.329.450 ກີບ ເປັນການປະ ຕິບັດຕາມແນວທາງແຜນນະໂຍ ບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນທະຫານ ເວົ້າລວມ ເວົ້າ ສະເພາະແມ່ນຜູ້ທີ່ໄດ້ເສຍສະຫຼະ ຊີວິດເລືອດເນື້ອ, ເຫື່ອແຮງ, ສະ ຕິປັນຍາຂອງຕົນປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ ແລະ ນຳເອົາ ເງິນຈຳນວນດັ່ງກ່າວນີ້ໄປໝູນໃຊ້ ໃຫ້ຖືກຕອ້ງຕາມເປົ້າໝາຍ, ໝູນ ໃຊ້ເຂົ້າໃນການສ້າງສາພັດທະນາ ຄອບຄົວ ເຮັດໃຫ້ຊີວິດການເປັນ ຢູ່ດີຂຶ້ນລື່ນເກົ່າ. - ກອງພົນທີ 1: ສະຫາຍ ພັນ ໂທ ມໍລະສິດ ສາຍທອງມາ ຫົວ ໜ້າອະນຸກຳມະການ, ຮອງຫົວໜ້າ ຫ້ອງການເມືອງ ພ້ອມຄະນະໄດ້ ເຄື່ອນໄຫວກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງຮ້ອຍເຄມີຈາກນັ້ນເລ ຂາໜ່ວຍພັກກອງຮ້ອຍເຄມີ ໄດ້ສະຫຼຸບລາຍງານການກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ໃນໄລຍະຜ່ານ ມາ ເຊິ່ງຄະນະໜ່ວຍພັກໄດ້ຖື ສຳຄັນວຽກງານດັ່ງກ່າວຕິດ ພັນກັບທຸກຂົງເຂດວຽກງານ, ພ້ອມກັນນັ້ນ, ກໍໄດ້ຕັ້ງໜ້າຄົ້ນ ຄວ້າເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງ ລັດ ແລະ ຂໍ້ກໍານົດກົດລະບຽບ ຂອງກອງທັບຢ່າງເຂັ້ມງວດ ສາມາດຄັດເລືອກສະມາຊິກພັກ ແຂງໄດ້ 16 ສະຫາຍ, ກາງ 1 ສະຫາຍ ໄດ້ຮັບການຢັ້ງຢືນເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ 4 ສະໄໝຕິດຕໍ່ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ