ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 3 ເປີດຊຸດອົບຮົມການເມືອງໄລຍະສັ້ນ
ເວລາອອກຂ່າວ: 2021-07-22 11:21:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ:



v ໃນວັນທີ 13 ກໍລະກົດ 2021, ກອງພົນທີ 3 ໄດ້ເປີດຊຸດ ອົບຮົມການເມືອງໄລຍະສັ້ນ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ກໍາມະການຄະນະພັກ ຫົວໜ້າຫ້ອງການເມືອງ ກອງ ພົນທີ 3, ມີຄະນະພັກ-ຄະນະ ບັນຊາ ອົງການ 5 ຫ້ອງ ແລະ ນັກສຳມະນາກອນເຂົ້າຮ່ວມ. ສະຫາຍ ພັນໂທ ສົມພອນ ຄຳພູມີ ຫົວໜ້າພະແນກໂຄສະ ນາ-ອົບຮົມກອງພົນທີ 3 ໄດ້ ຜ່ານແຜນການຈັດຕັ້ງເປີດຊຸດ ອົບຮົມການເມືອງໄລຍະສັ້ນ ຊຸດທີ V ປະຈຳປີ 2021 ມີເນື້ອໃນເອກະສານ 17 ບົດ ແລະ ວິຊາເພີ່ມເຕີມຈຳນວນ ໜຶ່ງ: ວຽກງານພັກ-ວຽກງານ ການເມືອງ ໃນກອງທັບປະຊາ ຊົນລາວ, ການກຽມພ້ອມສູ້ຮົບ, ໃນເວລາສູ້ຮົບບຸກຕີ ແລະ ຈັ່ງ ທ່າ, ການອົບຮົມ-ຫັດແອບການ ທະຫານຂອງກົມກອງຮາກ ຖານ, ການປັບປຸງລະບຽບວິໄນ ຢູ່ກົມກອງຮາກຖານ, ວຽກງານ ຄຸ້ມຄອງບົວລະບັດຜັດເຊັດ ແລະ ນຳໃຊ້ອາວຸດລູກກະສູນ, ພາຫະນະເຕັກນິກການປະກອບ ຂອງກອງທັບ, ການເບິ່ງແຍງ ຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ, ວຽກງານອົບຮົມ ທິດສະດີການເມືອງໃນກອງ ທັບປະຊາຊົນລາວ, ວຽກງານ ພັກປະຊາຊົນປະຕິວັດລາວຈັດ ຕັ້ງ ແລະ ນຳພາກອງທັບ, ວຽກ ງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງ, ການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງຕ່າງໆ ຂອງກອງທັບ, ລະບອບ 2 ຫົວໜ້າຂອງກອງທັບ, ຂໍ້ກຳນົດວ່າດ້ວຍພະລະບົດບາດ, ສິດໜ້າທີ່ການເຄື່ອນໄຫວຂອງ ຄະນະວຽກງານການເມືອງກອງຮ້ອຍໃນກອງທັບປະຊາຊົນລາວ, ສິດ, ໜ້າທີ່ຂອງພະນັກງານການເມືອງຂັ້ນກອງພັນ, ກອງຮ້ອຍ, ໝວດ, ວຽກງານໂຄສະນາ, ຂ່າວ ສານ, ໜັງສືພິມ, ສິລະປະ-ວັນ ນະຄະດີ, ກິີລາ, ວຽກງານກໍ່ສ້າງ ນັກຮົບວັດທະນະທຳ, ກົມກອງ ວັດທະນະທຳ, ເຝິກອົບຮົມເຮັດ ບົດສະຫຼຸບຕ່າງໆ ຂັ້ນກອງຮ້ອຍ, ເປັນຄະນະຈັດຕັ້ງພິທີກອງປະ ຊຸມ ແລະ ເປັນປະທານໂອ້ລົມ ກອງປະຊຸມຂັ້ນກອງຮ້ອຍ.ໂດຍ ການເຝິກອົບຮົມແມ່ນຈະດຳ ເນີນເປັນເວລາ 15 ວັນຈຶ່ງຈະສຳ ເລັດຕາມແຜນການ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ