ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈະກໍ່ສ້າງເສັ້ນທາງຍຸດທະສາດແຕ່ບ້ານນາມ່ວງເມືອງທົ່ງມີໄຊຫາບ້ານຜາແກ້ວ ເມືອງປາກລາຍ
ເວລາອອກຂ່າວ: 2021-07-22 11:11:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ:



ໃນວັນທີ 19 ກໍລະກົດ 2021 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ເຊັນສັນຍາ ໂຄງການກໍ່ສ້າງເສັ້ນທາງຍຸດທະ ສາດ ແຕ່ບ້ານນາມ່ວງເມືອງທົ່ງ ມີໄຊຫາບ້ານຜາແກ້ວ ເມືອງປາກ ລາຍ ແຂວງໄຊຍະບູລີ, ລະຫວ່າງ ກອງບັນຊາການທະຫານແຂວງ ໄຊຍະບູລີ (ເຈົ້າຂອງໂຄງການ) ກັບບໍລິສັດທະວີໄຊກໍ່ສ້າງຈຳ ກັດຜູ້ດຽວ(ຜູ້ຮັບເໝົາກໍ່ສ້າງ)ໂດຍການເຂົ້າຮ່ວມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ໄຊຍະບູລີ ປະທານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຂວງ, ມີສະຫາຍ ພົນ ຈັດຕະວາ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ ຫົວໜ້າຄະນະຊີ້ນຳໂຄງການ ກໍ່ສ້າງ, ສະຫາຍ ດາລາພັນ ຂັນ ນາລາ ຮອງປະທານບໍລິສັດທະວີ ໄຊກໍ່ສ້າງຈຳກັດ, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ກໍາມະ ການຄະນະປະຈຳພັກແຂວງ ຫົວ ໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳເຟື່ອນ ບຸນ ມີ ຫົວໜ້າຫ້ອງການກອງບັນຊາ ການທະຫານແຂວງໄຊຍະບູລີ ໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ສະບັບເລກທີ 2898/ ກປທ, ລົງວັນທີ 12 ກໍລະກົດ 2021 ວ່າດ້ວຍການກໍ່ສ້າງເສັ້ນ ທາງຍຸດທະສາດບ້ານນາມ່ວງ ເມືອງທົ່ງມີໄຊຫາບ້ານຜາແກ້ວ ເມືອງປາກລາຍ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆໄຊຍະບູລີ ວ່າດ້ວຍການອະນຸມັດໃຫ້ກອງ ບັນຊາການທະຫານແຂວງໄຊ ຍະບູລີ ເຊັນສັນຍາກໍສ້າງເສັ້ນ ທາງຍຸດທະສາດກັບບໍລິສັດທະວີ ໄຊກໍ່ສ້າງຈຳກັດຜູ້ດຽວ. ເສັ້ນທາງ ດັ່ງກ່າວມີຄວາມຍາວ 37 ກິໂລ ແມັດ, ໜ້າທາງກວ້າງ 6 ແມັດ, ເປັນເສັ້ນທາງທະລຸປູແຮ່ ເຊິ່ງມີກຳ ນົດການກໍ່ສ້າງ 36 ເດືອນ ມີມູນ ຄ່າການກໍ່ສ້າງທັງໝົດ 113 ຕື້ ກ່ວາກີບ ໂດຍຈະເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 30 ກໍລະກົດ2021 ແລະ ໃຫ້ສໍາເລັດໃນວັນທີ 30 ກໍລະກົດ 2024. ໃນພິທີ, ທັງສອງຝ່າຍໄດ້ລົງ ນາມເຊັນບົດບັນທຶກສັນຍາຮັບ ເໝົາກໍ່ສ້າງຮ່ວມກັນລະຫວ່າງ ເຈົ້າຂອງໂຄງການກັບບໍລິສັດຜູ້ ຮັບເໜົາ, ພ້ອມທັງຮັບຟັງການ ມີຄໍາເຫັນຊີ້ນໍາຂອງທ່ານເຈົ້າ ແຂວງໄຊຍະບູລີ ເຊິ່ງສະຫາຍ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການກໍ່ສ້າງຢ່າງຕັ້ງ ໜ້າ, ຖືເອົາໃບສັນຍາທີ່ລົງນາມ ໃນຄັ້ງນີ້ເປັນມາດຖານໃນການ ຮ່ວມງານຂອງທັງສອງຝ່າຍ ແລະ ເຮັດວຽກຢ່າງມີແບບແຜນ ມີ ການພົວພັນປະສານສົມທົບເຊິ່ງ ກັນ ແລະ ກັນ ເພື່ອຮັບປະກັນເຮັດ ໃຫ້ໂຄງການດັ່ງກ່າວ ມີຄຸນນະ ພາບ ແລະ ສໍາເລັດຕາມແຜນການ. ໂດຍ: ສົມຈີນ ສິນຕະວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ