ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມທະຫານຊາຍແດນມອບເຄື່ອງນຸ່ງຊຸດປ້ອງກັນພະຍາດໂຄວິດ-19 ໃຫ້ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-07-22 11:09:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ:



ວັນທີ 21 ກໍລະກົດ 2021 ນີ້, ກົມທະຫານຊາຍແດນ ກົມ ໃຫຍ່ເສນາທິການກອງທັບ ນຳ ໂດຍ ສະຫາຍ ພັນເອກ ອຸ່ນຄຳ ສີແຫວນວົງສັກ ຮອງຫົວໜ້າ ກົມທະຫານຊາຍແດນ ພ້ອມດ້ວຍ ຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ເປັນເຄື່ອງນຸ່ງຊຸດປ້ອງກັນພະ ຍາດໂຄວິດ-19 ( ຊຸດກາວ ) ຈໍານວນ 620 ຊຸດ ໄປມອບໃຫ້ ໂຮງໝໍສູນກາງ 103 ກອງທັບ ກ່າວຮັບໂດຍ ສະຫາຍ ພັນເອກ ດຣ ສຸລິພັນ ເພັດຈັນທະລາ ອຳ ນວຍການ, ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ. ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ດຣ ສຸລິພັນ ເພັດຈັນທະລາ ກໍໄດ້ກ່າວສະແດງຄວາມຂອບ ໃຈຕໍ່ສະຫາຍ ພັນເອກ ອຸ່ນຄຳ ສີ ແຫວນວົງສັກ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາເຄື່ອງມາຊ່ວຍເຫຼືອ ຕ້ານພະຍາດ ໂຄວິດ-19 ໃນຄັ້ງ ນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມ ສຳຄັນຂອງວຽກງານເສນາຮັກ ແລະ ເປັນຫ່ວງເປັນໃຍຕໍ່ສຸຂະພາບ ຂອງພະນັກງານແພດໝໍ, ນາຍ ແລະ ພົນທະຫານຕະຫຼອດຮອດພໍ່ ແມ່ປະຊາຊົນລາວບັນດາເຜົ່າທີ່ພວມປະເຊີນໜ້າກັບພະຍາດໂຄວິດ-19 ແລະ ຢືນຢັນວ່າຈະນໍາ ເອົາເຄື່ອງດັ່ງກ່າວໄປໝູນໃຊ້ເຂົ້າ ໃນໜ້າທີ່ວຽກງານຕົວຈິງໃຫ້ເກີດ ປະໂຫຍດສູງສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ