ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2021-07-21 08:43:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ແລະ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ໄດ້ ຈັດຂຶ້ນໃນວັນທີ 20 ກໍລະກົດ 2021 ນີ້, ຢູ່ທີ່ສະໂມສອນຫ້ອງ ວ່າການກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງເມືອງກອງທັບ, ມີ ບັນດາສະຫາຍຄະນະນຳກະ ຊວງ, ຄະນະນຳກົມໃຫຍ່, ຫ້ອງ ວ່າການ ແລະ ບັນດາສະຫາຍທີ່ໄດ້ ຮັບໜ້າທີ່ໃໝ່ ເຂົ້າຮ່ວມ. ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ແລະ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ໃນນີ້ ນາຍົກລັດຖະ ມົນຕີອອກດຳລັດແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ເປັນ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ແຕ່ງຕັ້ງ ສະຫາຍ ພົນ ຈັດຕະວາ ພັນແສງ ບຸນພັນ ເປັນ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ. ພ້ອມນັ້ນ ກໍໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າກົມພະນັກງານ ກົມໃຫຍ່ ການເມືອງກອງທັບ, ແຕ່ງຕັ້ງຫົວ ໜ້າກົມອົບຮົມ ກົມໃຫຍ່ເສນາທິ ການກອງທັບ ແລະ ແຕ່ງຕັ້ງຫົວ ໜ້າກົມນະໂຍບາຍ ກົມໃຫຍ່ການ ເມືອງກອງທັບ ໃນນີ້, ກະຊວງ ປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສີທາ ດວງ ມາລາ ກຳມະການຄະນະພັກກະ ຊວງ ເປັນຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ສະຫາຍ ພັນເອກ ສີປະ ເສີດ ບຸນປະກອບ ເປັນຫົວໜ້າກົມ ອົບຮົມ ກົມໃຫຍ່ເສນາທິການ ກອງທັບ, ແຕ່ງຕັ້ງ ສະຫາຍ ພັນ ເອກ ວັນລະວົງ ນັນທະວົງ ເປັນ ຫົວໜ້າກົມນະໂຍບາຍກົມໃຫຍ່ ການເມືອງກອງທັບ. ໂອກາດນີ້ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ໂອ້ລົມ ຫຼາຍບັນຫາທີ່ສຳຄັນ ພ້ອມທັງ ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ ຮັບໜ້າທີ່ໃໝ່ ພ້ອມກັນສືບຕໍ່ຄົ້ນ ຄວ້າບັນດາແນວທາງນະໂຍ ບາຍ, ມະຕິ, ຂໍ້ກຳນົດກົດລະບຽບ ຂອງລັດ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນ ປະເທດວາງອອກມາເປັນບ່ອນ ອີງຕົ້ນຕໍ ຫັນເປັນແຜນງານ, ເປັນ ແຜນວຽກ, ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ, ສືບຕໍ່ນຳພາກົມກອງຂອງຕົນເອງ ດຳເນີນການສຶກສາອົບຮົບການ ເມືອງ-ນຳພາແນວຄິດໃຫ້ທົ່ວເຖິງ ທຸກເປົ້າໝາຍດ້ວຍຫຼາຍຮູບການ ແລະ ເຮັດເປັນປະຈຳ, ເພີ່ມທະວີ ຄວາມເປັນເຈົ້າການຕໍ່ໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ, ຮັດ ແໜ້ນຄວາມສາມັກຄີເປັນປຶກ ແຜນພາຍໃນໝູ່ຄະນະ ບົນພື້ນ ຖານແນວທາງນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ, ເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອຍົກ ສູງຄຸນນະພາບວຽກງານຮອບ ດ້ານຂອງຕົນ ແລະ ປະຕິບັດແນວ ທາງການຕ່າງປະເທດຮ່ວມມືກັບ ເພື່ອນມິດຍຸດທະສາດເພື່ອຍາດ ແຍ່ງເອົາທຶນຊ່ວຍເຫຼືອ ແລະ ວິຊາ ການດ້ານຕ່າງໆມາພັດທະນາກົມ ກອງ, ອົງການຂອງຕົນໃຫ້ເຕີບ ໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ