ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນເຝີກກອງພົນທີ 5 ສຳເລັດການຫັດແອບຍິງລູກປືນແທ້
ເວລາອອກຂ່າວ: 2021-07-21 08:36:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 371 | ຄວາມນິຍົມ:



ໃນວັນທີ 20 ກໍລະກົດ 2021 ນີ້, ສູນເຝິກກອງພົນທີ 5 ໄດ້ຈັດ ຕັ້ງຫັດແອບຍິງລູກປືນແທ້ໃຫ້ແກ່ ນັກຮຽນນາຍສິບຮຸ່ນທີ 5 ຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນໂທ ບຸນສົມ ອິນ ທະລາ ຫົວໜ້າຫ້ອງເສນາທິການ ກອງພົນທີ 5, ມີຄະນະພັກ-ຄະ ນະບັນຊາ, ອົງການ 5 ຫ້ອງ, ພະ ນັກງານຄູ-ອາຈານ ຕະຫຼອດຮອດ ນັກຮຽນຮຸ່ນທີ 5 ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳພັດ ແສນ ຜາສົມພູ ຫົວໜ້າພະແນກເສນາ ທິການສູນເຝິກກອງພົນທີ 5 ໄດ້ ຜ່ານແຜນການໃນການອົບຮົມ-ຫັດແອບພາກສະໜາມ ເຊິ່ງຍົກ ໃຫ້ເຫັນຂໍ້ສະດວກຂໍ້ຫຍຸ້ງຍາກ ເຫັນວ່າພະນັກງານຄູ-ອາຈານ ນັກຮຽນໄດ້ພ້ອມກັນສຸມສະຕິປັນ ຍາເຂົ້າໃນການເຝິກແອບຮໍ່າຮຽນ ດ້ວຍຄວາມຫ້າວຫັນ ເອົາໃຈໃສ່ເຝິກແອບທາງດ້ານສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະ ຫານຮາບ, ປືນໃຫຍ່ແບກຫາບ, ດັບສູນເປົ້າໝາຍໄດ້ດີ ແລະ ມີ ຄວາມຮັບປະກັນໃນການກໍ່ສ້າງ ນາຍທະຫານຂັ້ນນາຍສິບໃຫ້ກຳ ລັງຫຼວງ-ກຳລັງທ້ອງຖິ່ນໄດ້ທັງ ປະມານ ແລະ ຄຸນນະພາບ. ຜ່ານ ການຫັດແອບຍິງລູກປືນແທ້ສາ ມາດບັນລຸໄດ້ຕາມຈຸດປະສົງຄາດ ໝາຍທີ່ວາງໄວ້. ສະພາບພະນັກ ງານຄູ-ອາຈານນັກຮຽນມີຄວາມ ປອດໄພ 100%. ໂອກາດດັ່ງ ກ່າວ, ສະຫາຍຫົວໜ້າຫ້ອງເສ ນາທິການກອງພົນທີ 5 ກໍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະ ນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ຕະຫຼອດຮອດນັກ ຮຽນທີ່ໄດ້ເອົາໃຈໃສ່ເຝິກແອບຮໍ່າ ຮຽນດ້ວຍຄວາມຮັບຜິດຊອບສູງ ສາມາດເຮັດສຳເລັດໜ້າທີ່ ແລະ ບັນລຸໄດ້ຕາມຈຸດປະສົງຄາດໝາຍ ທີ່ວາງໄວ້ຮັບປະກັນໄດ້ຄວາມ ປອດໄພ 100%, ຈາກນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາຕ້ອງໄດ້ເອົາໃຈໃສ່ ເພີ່ມທະວີໃນການສິດສອນໃຫ້ມີ ຄວາມເຂັ້ມແຂງຂຶ້ນຕື່ນ, ຮັບປະ ກັນໄດ້ທາງຄຸນນະພາບໃຫ້ສູງ ເຮັດໃຫ້ນັກຮຽນສາມາດກຳໄດ້ ບັນດາທິດສະດີຫຼັກການ, ສິລະ ປະຍຸດ-ຍຸດທະວິທີ ເພື່ອໄປໝູນໃຊ້ ເຂົ້າໃນໜ້າທີ່ວຽກງານທີ່ໄດ້ຮັບ ການມອບໝາຍ ພ້ອມທັງຮຽກ ຮ້ອງມາຍັງນັກຮຽນພາຍຫຼັງກັບ ຄືນກົມກອງແລ້ວກໍຕ້ອງຕັ້ງໜ້າທວນຄືນບັນດາບົດຮຽນທີ່ຮຽນມາ ໃນໄລຍະ 10 ເດືອນ ເພື່ອກະ ກຽມສອບເສັງໃນທ້າຍເດືອນນີ້ ໃຫ້ໄດ້ຄະແນນດີີຕາມຄາດໝາຍ ທີ່ວາງໄວ້. ໂດຍ: ແສງອາທິດສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ