ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງສິລະປະກອນກອງທັບສະແດງຜ່ານລາຍການເພື່ອກຽມເຂົ້າຮ່ວມງານແຂ່ງຂັນກີລາການທະຫານ ທີ່ຣັດເຊຍ
ເວລາອອກຂ່າວ: 2021-07-20 08:49:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2021 ນີ້, ກອງສີລະປະກອນກອງທັບ ໄດ້ຈັດຕັ້ງສະແດງຜ່ານລາຍການ ເພື່ອກະກຽມເຂົ້າຮ່ວມງານແຂ່ງ ຂັນກີລາການທະຫານສາກົນ 2021 ( Army Games ) ທີ່ຈະ ໄດ້ຈັດຂຶ້ນຢູ່ປະເທດຣັດເຊຍໃນ ມໍ່ໆນີ້ ໂດຍການເຂົ້າຮ່ວມຮັບຊົມ ຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະ ຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ຫົວໜ້າຄະນະຊີ້ນໍາ ລວມ ຄະນະນັກກີລາກອງທັບ ທີ່ຈະເຂົ້າຮ່ວມການແຂ່ງຂັນ, ມີບັນດາສະຫາຍຄະນະພັກກົມ ໃຫຍ່, ຫ້ອງວ່າການ, ອົງການ, ກອງ, ຄະນະຮັບຜິດຊອບ ແລະ ພະ ນັກງານ-ນັກ ສະແດງເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາພາ ດວງ ພະຈັນ ຫົວໜ້າການທະຫານ ກອງສິລະປະກອນກອງທັບ ໄດ້ ໃຫ້ຮູ້ວ່າ: ການກະກຽມ ແລະ ການເຝິກຊ້ອມຕະຫຼອດໄລຍະ 2 ເດືອນຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງກົມໃຫຍ່ ການເມືອງກອງທັບ, ກົມໂຄສະ ນາອົບຮົບ, ຄະນະອານຸກໍາມະ ການ ຮັບຜິດ ຊອບ ແລະ ຄະນະພັກ-ຄະນະບັນຊາ, ຄະນະວິຊາການ, ນັກສະແດງກອງສິລະປະກອນ ກອງທັບ ກໍໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາຄົ້ນຄ້ວາປະດິດສ້າງ ລາຍການສະແດງດ້ວຍຄວາມ ຮັບຜິດຊອບສູງ. ເຖິງວ່າເວລາ ການເຝິກຊ້ອມໜ້ອຍ, ສະພາບ ແວດລ້ອມພາຍນອກບີບບັງຄັບ ( ໂດຍສະເພາະແມ່ນການລະ ບາດ ຂອງພະຍາດໂຄວິດ-19 ) ເຮັດໃຫ້ການເຝິກຊ້ອມພົບ ຄວາມ ຫຍຸ້ງຍາກແຕ່ນັກວິຊາການພວກ ເຮົາພ້ອມກັນອົດທົນຜ່ານຜ່າ ຄວາມຫຍຸ້ງຍາກ, ຊອກວິທີທາງ ເພື່ອໃຫ້ໄດ້ເຝິກຊ້ອມ ແລະ ສາມາດ ສ້າງລາຍການສະແດງໄດ້ 16 ລາຍການ; ສ້າງບົດຟ້ອນ ໄດ້ 4 ບົດ, ເພງ ຮ້ອງ+ຂັບລໍາລວມ 11 ບົດ, ດົນ ຕີພື້ນ ເມືອງ 1 ບົດ ໃນນີ້: ເພງຣັດເຊຍ 5 ບົດ. ເຊີ່ງແຕ່ລະ ບົດລ້ວນແຕ່ມີເນື້ອໃນສັນລະເສີນ ມູນເຊື້ອການນຳພາອັນປີຊາສາ ມາດສະຫຼາດສ່ອງໃສຂອງພັກປະ ຊາຊົນປະຕິວັດລາວ; ສ່ອງແສງ ໃຫ້ເຫັນການເຕີບໃຫຍ່ຂະຫຍາຍ ຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະຜ່ານມາ ແລະ ສ່ອງ ແສງໃຫ້ເຫັນເອກະລັກວັດທະ ນະທຳອັນດີງາມຂອງຊາດລາວ ເຮົາ. ສັນລະເສີນຄວາມສາມັກຄີມິດຕະພາບລະຫວ່າງສອງຊາດ, ສອງກອງທັບລາວ-ຣັດເຊຍ. ພາຍຫຼັງສຳເລັດການສະແດງ ຜ່ານຄະນະຊີ້ນຳ, ຄະພັກ-ຄະນະ ບັນຊາ ແລະ ຄະນະຮັບຜິດຊອບແຕ່ ລະພາກສ່ວນໄດ້ພ້ອມກັນປະ ກອບຄຳຄິດຄຳເຫັນຢ່າງກົງໄປ ກົງມາເພື່ອພ້ອມກັນປັບປຸງແຕ່ ລະລາຍການສະແດງໃຫ້ຖືກຕ້ອງ ສອດຄ່ອງກັບເນື້ອໃນການສ່ອງ ແສງຂອງແຕ່ລະລາຍການໃຫ້ມີ ຄວາມອ່ອນຊ້ອຍ ແລະ ຈົບງາມ ຍິ່ງໆຂຶ້ນ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ