ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນນາຍສິບທະຫານແຂວງໄຊຍະບູລີ ຈັດຕັ້ງຫັດແອບປະສານສຽງແຕກຍິງລູກປືນແທ້
ເວລາອອກຂ່າວ: 2021-07-20 08:47:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ:



ໃນວັນທີ 15 ກໍລະກົດ 2021 ນີ້, ໂຮງຮຽນນາຍສິບທະຫານ ແຂວງໄຊຍະບູລີ ໄດ້ຈັດຕັ້ງຫັດ ແອບປະສານສຽງແຕກຍິງລູກ ປືນແທ້ສັງລວມບົດຮຽນໃຫ້ນັກ ຮຽນນາຍສິບ ຊຸດທີ 10 ລະບົບ 10 ເດືອນປະຈຳສົກປີ 2020-2021, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ຫົວ ໜ້າພະແນກການ, ຄະນະຮັບຜິດ ຊອບ, ພະນັກງານຄູ-ອາຈານ, ແຂກຖືກເຊີນ ແລະ ນັກຮຽນນາຍ ສິບ ເຂົ້າຮ່ວມ. ການຈັດຕັ້ງຫັດແອບຍິງເປົ້າໝາຍຕົວຈິງດ້ວຍລູກປືນແທ້ໃນ ຄັ້ງນີ້ແມ່ນເປັນການທົບທວນ ຫວນຄືນບັນດາບົດຮຽນທີ່ໄດ້ ເຝິກແອບຮ່ຳຮຽນໃນໄລຍະຜ່ານ ມາ ແລະ ເປັນການປະຕິບັດຕາມ ແຜນອົບຮົມ-ຫັດແອບສັງລວມ ບົດຮຽນປະສານສຽງແຕກຂອງ ນັກຮຽນນາຍສິບຊຸດທີ 10 ຂັ້ນ ໝວດ, ຂັ້ນໝູ່, ເຊິ່ງລວມມີ 5 ບົດ ຄື: ໝວດທະຫານຮາບຈັ້ງທ່າ, ໝວດທະຫານຮາບເຄື່ອນທັບ ປະທະກັບສັດຕູ, ໝວດທະຫານ ຮາບບຸກຕີສັດຕູ, ໝວດທະຫານ ຮາບດັກສະກັດ ແລະ ໝວດທະ ຫານຮາບຫຼອນຕີສັດຕູ, ຜ່ານ ການຫັດແອບຍິງລູກປືນແທ້ຕົວ ຈິງເຫັນໄດ້ວ່າບັນລຸໄດ້ຕາມລະ ດັບຄາດໝາຍຕົວຈິງ 100%, ເຊິ່ງຜົນສຳເລັດໃນການເຝິກແອບ ຮໍ່າຮຽນໃນຄັ້ງນີ້ແມ່ນຄູ-ອາຈານ ເປັນຜູ້ຖ່າຍທອດວິຊາຄວາມຮູ້-ຄວາມສາມາດໃຫ້ແກ່ນັກຮຽນ ແຕ່ສິ່ງສຳຄັນແມ່ນການຕັດສິນ ໃຈຂອງບັນດາສະຫາຍນັກຮຽນທີ່ເຂົ້າຮັບການອົບຮົມຫັດແອບ ແລະ ການຕັ້ງໜ້າຄົ້ນຄວ້າຮໍ່າ ຮຽນ ເພື່ອກຳແໜ້ນບັນດາບົດ ຮຽນທັງພາກທິດສະດີຫຼັກການ ແລະ ຕັ້ງໜ້າເຝິກແອບຮ່ຳຮຽນໃນ ພາກປະຕິບັດຕົວຈິງໃນການຈັດ ເປົ້າໝາຍທຳລາຍເປົ້າໝາຍ, ຈຶ່ງ ເຮັດໃຫ້ການຫັດແອບຍິງເປົ້າ ໝາຍດ້ວຍລູກປືນແທ້ໃນຄັ້ງນີ້ມີ ຄວາມແມ້ນຢຳ ແລະ ໄດ້ຮັບໝາກ ຜົນສູງ. ສະຫາຍ ພົນຈັດຕະວາ ກູດ ພົມມາ ໄດ້ໂອ້ລົມພ້ອມທັງສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄູ-ອາ ຈານ ແລະ ນັກຮຽນທີ່ໄດ້ເອົາໃຈ ໃສ່ຖ່າຍທອດບົດຮຽນ, ສ້າງເນື້ອ ໃນເອກກະສານສ້າງກໍລະນີໃຫ້ ແກ່ນັກຮຽນ, ແກ້ໄຂຖືກຕາມຫຼັກ ການສູ້ຮົບ, ສຳລັບນັກຮຽນກໍໄດ້ ເອົາໃຈໃສ່ເຮັດວຽກກະກຽມໃນ ທຸກດ້ານໃນເວລາຈັດຕັ້ງຮໍ່າຮຽນ ສູ້ຮົບພື້ນຖານກໍເຫັນວ່າ: ນັກ ຮຽນກຳແໜ້ນທິດສະດີຫ ຼັກການ ແລະ ກໍລະນີຫັດແອບສູ້ຮົບໄດ້ຢ່າງ ຄ່ອງແຄ້ວ,ອັນທີ່ສຳຄັນແມ່ນຄູ-ອາຈານຕ້ອງໄດ້ສະຫຼຸບຖອດ ຖອນບົດຮຽນຜ່ານການຈັດຕັ້ງ ອົບຮົມ-ຫັດແອບໃນຄັ້ງນີ້, ຊອກ ໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອດຖອນ ໄດ້ ເພື່ອນຳໄປປັບປຸງແກ້ໄຂໃນ ຊຸດຕໍ່ໆໄປໃຫ້ດີກ່ວາເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ