ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2021-07-19 10:17:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ໃນວັນທີ 13 ກໍລະກົດ 2021, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງ ທັບໄດ້ສະຫຼຸບ-ຖອດຖອນບົດ ຮຽນການນໍາພາກໍ່ສ້າງໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020-2021, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາແດງ ແພງວິໄລ ຮອງເລຂາຄະນະພັກອົງການກົມ ໃຫຍ່, ຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບ, ຫົວໜ້າຄະ ນະກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ມີຄະນະກວດກາມີບັນດາຄະນະພັກຮາກ ຖານ, ສະມາຊິກພັກສົມບູນ-ສໍາ ຮອງ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ຄໍາປຸ່ງ ໄຊທະລາສີ ຮອງເລຂາຄະນະ ພັກຮາກຖານ, ຮອງຫົວໜ້າການ ເມຶອງສະຖາບັນອະນາໄມກັນພະ ຍາດ ແລະ ສົ່ງເສີມສຸຂະພາບກອງ ທັບໄດ້ສະຫຼຸບຕີລາຄາຄືນເຖິງ ໝາກຜົນຂອງການຈັດຕັ້ງນໍາພາ- ປະຕິບັດວຽກງານການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ໃນໄລຍະ 1 ປີຜ່ານມາ ( 2020-2021 ) ເຊິ່ງມີທັງ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້, ຜ່ານມາບັນດາຄະນະພັກຮາກ ຖານ, ຄະນະໜ່ວຍພັກໄດ້ເຊີດຊູ ພາລະບົດບາດຄວາມຮັບຜິດ ຊອບສູງເຂົ້າໃນການນໍາພາ - ຊີ້ນໍາ ບັນດາສະມາຊິກພັກໃຫ້ເຊຶ່ອມຊຶມ ແລະ ກໍາແໜ້ນທິດທາງການນໍາ ພາຂອງພັກ, ມີຄຸນສົມບັດສິນທໍາ ປະຕິວັດ, ກໍາແໜ້ນຢ່າງເລິກເຊິ່ງ ທາດແທ້ ແລະ ອຸດົມການຂອງພັກ, ໂດຍຖືເອົາການນໍາເອົາບັນດາ ເນື້ອໃນຈິດໃຈມະຕິກອງປະຊຸມ ໃຫຍ່ຄັ້ງທີ IV, V ຂອງຄະນະພັກ ກະຊວງປ້ອງກັນປະເທດມາຈັດຕັ້ງເຊຶ່ອມຊຶມ, ໂດຍການຍຶດໝັ້ນ 3 ທິດນໍາ 5 ຫຼັກການຂອງພັກ ວາງອອກມາຈັດຕັ້ງປະຕິບັດ-ຜັນ ຂະຫຍາຍເຂົ້າໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຕົວຈິງ, ການກວດກາຕີລາຄາແບ່ງປະ ເພດສະມາຊິກພັກ ແລະ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ສົກປີ 2020 - 2021 ສາມາດຢັ້ງ ຢືນ ແລະ ນໍາສະເໜີຄະນະພັກຂັ້ນ ເທິງພິຈາລະນາຮັບຮອງເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ : ໜ່ວຍພັກ I ໄດ້ 9,71% ສະເໜີສະໄໝທີ 4, ໜ່ວຍພັກ II ໄດ້ 9,83 % ສະເໜີສະໄໝທີ 4, ໜ່ວຍພັກ III ໄດ້ 9,87 % ສະເໜີສະໄໝທີ 4, ໜ່ວຍພັກ IV ໄດ້ 9,67 % ສະເໜີສະໄໝທີ 2 ແລະ ໜ່ວຍພັກ V ໄດ້ 9,72% ສະເໜີຮັບຮອງເປັນສະໄໝທີ 1. ສະຫາຍ ພົນຈັດຕະວາ ຄໍາແດງ ແພງວິໄລ ໄດ້ກ່າວສະເເດງຄວາມ ຍ້ອງຍໍຊົມເຊີຍຜົນງານດ້ານ ຕ່າງໆ ທີ່ບັນດາຄະນະພັກຮາກ ຖານ, ຄະນະໜ່ວຍພັກ, ສະມາ ຊິກພັກສ້າງມາໄດ້ໃນໄລຍະ ຜ່ານມາ, ພ້ອມທັງເນັ້ນໜັກໃຫ້ ຍົກສູງສະຕິດ້ານການເມືອງ- ນໍາພາແນວຄິດ, ມີຄວາມສາມັກ ຄີເປັນເອກະພາບສູງ, ປະຕິບັດຫຼັກ ການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງບຸກ ຄົນຮັບຜິດຊອບເປັນອັນລະອຽດ, ມີການປະສານສົມທົບກົມກຽວ ກັນ, ສະຫຼຸບຖອດຖອນບົດຮຽນ ໄປນໍາ, ຮັກສາມູນເຊຶ້ອຄວາມສາ ມັກຄີ, ຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ, ແກ້ໄຂບັນຫາຄົງ ຄ້າງພາຍໃນພັກໃຫ້ປອດໃສ ຂາວ ສະອາດ, ມີຄວາມສອດຄ່ອງ, ຍົກ ສູງສະຕິຄວາມຮັບຜິດຊອບໃນໜ້າທີ່ການເມຶອງຂອງຕົນ, ເອົາ ໃຈໃສ່ວຽກງານກໍ່ສ້າງພັກ-ພະ ນັກງານໃຫ້ມີຄຸນນະພາບເພຶ່ອສືບ ທອດປ່ຽນແທນ, ຍົກສູງຄວາມ ເປັນເຈົ້າການປະຕິບັດແຜນການ ໜ້າທີ່ວຽກງານວິຊາສະເພາະໃຈ ກາງທີ່ກົມກອງຕົນຮັບຜິດຊອບ ໃຫ້ທ່ວງທັນສະພາບການຄວາມ ຮຽກຮ້ອງຕ້ອງການ, ຫັນເອົາ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະ ເທດວາງອອກມາຈັດຕັ້ງປະຕິ ບັດ ແລະ ຜັນຂະຫຍາຍເຂົ້າສູ່ການດໍາ ລົງຊີວິດຕົວຈິງຢູ່ກົມກອງໃຫ້ເກີດ ດອກອອກຜົນດີຂຶ້ນກວ່າເກົ່າ. ໂດຍ: ອ້ອຍພັນ ແພງບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ