ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກການເມືອງ ກອງພັນໃຫຍ່ 642 ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2021-07-09 08:47:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1459 | ຄວາມນິຍົມ:



ໃນວັນທີ 6 ກໍລະກົດ 2021 ນີ້, ພະແນກການເມືອງ ກອງພັນ ໃຫຍ່ 642 ໄດ້ສະຫຼຸບຖອດຖອນ ບົດຮຽນວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ແຜນ ການວຽກງານຮອບດ້ານ 6 ເດືອນທ້າຍປີ 2021 ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ຄໍາໃສ ແພງຄູນ ຮອງ ເຂລາຄະນະພັກ ຫົວໜ້າການ ເມືອງ ກອງພັນໃຫຍ່ 642, ມີ ຄະນະພັກຮາກຖານພັກ ພ້ອມ ດ້ວຍພະນັກງານເຂົ້າຮ່ວມ. ສະຫາຍ ພັນໂທ ສຸວັນ ນະຄີລີ ຫົວໜ້າພະແນກການເມືອງ ໄດ້ ຜ່ານບົດສະຫຼຸບວຽກງານຮອບ ດ້ານປະຈຳ 6 ເດືອນຕົ້ນປີ 2021 ແລະ ຜ່ານທິດທາງແຜນການ ວຽກງານຮອບດ້ານ 6 ເດືອນທ້າຍ ປີ 2021, ໃນບົດສະຫຼຸບໄດ້ຍົກ ໃຫ້ເຫັນຫຼາຍວຽກງານທີ່ພົ້ນເດັ່ນ ໂດຍການປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ມະຕິນໍາພາຂອງຄະນະພັັກກອງ ພັນໃຫຍ່ 642, ເຊິ່ງໄດ້ເອົາໃຈໃສ່ຕິດຕາມຄໍາສັ່ງຂອງຄະນະສະເພາະກິດຄວບຄຸມພະຍາດ ລະບາດສາຍພັນໃໝ່ ໂຄວິດ-19 ກໍຄືຄໍາສັ່ງຂອງຄະນະສະເພາະ ກິດ ຂອງກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ ໃຫ້ຄວາມຮ່ວມມືໃນການກວດ ກາວັດແທກອຸນຫະພູມເວລາ ເຂົ້າ-ອອກຄ້າຍເປັນປົກກະຕິ, ການຮັກສາໄລຍະຫ່າງ, ໃສ່ຜ້າ ອັດປາກ-ດັງ, ລ້າງມືດ້ວຍສະບູ ຫຼື ໃສ່ເຈວລ້າງມືທຸກໆຄັ້ງ; ສັງ ລວມແລ້ວສະພາບທາງດ້ານ ການເມືອງ-ນໍາພາແນວຄິດ ໄດ້ ຖືເປັນວຽກງານໜຶ່ງທີ່ຢືນຢູ່ໃນ ແຖວໜ້າເຮັດເປັນປະຈຳດ້ວຍ ຮູບແບບຕ່າງໆ. ສາມາດຢັ້ງຢືນ ໄດ້ວ່າບັນດາພະນັກງານ-ນັກຮົບ ໃນພະແນກມີແນວຄິດອຸ່ນອຽນ ທຸ່ນທ່ຽງ ພ້ອມກັນຈັດຕັ້ງທຸກມະ ຕິຄໍາສັ່ງ, ຕາມສິດ ແລະ ໜ້າທີ່ ຂອງຕົນຕາມພາລະບົດບາດຂອງ ແຕ່ລະຂະແໜງການ, ເປັນເສ ນາທິການໃຫ້ແກ່ ຄະນະພັກກອງ ພັນໃຫຍ່ 642, ມີຄວາມເປັນເອກະພາບຕໍ່ແນວທາງການປ່ຽນ ແປງໃໝ່. ວຽກງານນະໂຍບາຍ-ປະກັນສັງຄົມ: ປະຕິບັດນະໂຍບາຍຕໍ່ບັນດາພະນັກງານຜູ້ທີ່ມີເງື່ອນໄຂສະເໜີສ້າງຄອບຄົວ ໃໝ່, ຈັດງານຊານະປະກິດສົບ, ປະກາດຜ່ານຂໍ້ຕົກລົງພະນັກ ງານພັກການຮັບເບ້ຍບໍານານ; ຈ່າຍເງິນໝ້າຍ, ເດັກກໍາພ້າ, ປະ ສູດ, ເສຍອົງຄະ, ຊົດເຊີຍບໍານານ, ເງິນອອກອຸດໜູນ ແລະ ເງິນສົ່ງ ສະການພະນັກງານ-ນັກຮົບ ລວມເປັນເງິນທັງໝົດ 398.038.547 ກີບ; ແຜ່ປັດ ໄຈຊ່ວຍເຫຼືອພະນັກງານທີ່ເຈັບ ເປັນປິ່ນປົວຜ່າຕັດ ແລະ ຊ່ວຍ ເຫຼືອກິນທານນໍາຄອບຄົວຜູ້ ເສຍຊີວິດ 10.094.000 ກີບ. ພ້ອມນັ້ນ, ຍັງໄດ້ປະຕິບັດນະ ໂຍບາຍຊ່ວຍເຫຼືອຄອບຄົວສະມາ ຊິກພັກທີ່ເສຍຊີວິດ ຜ່າຕັດ ແລະ ເກີດລູກ 2.500.000 ກີບ, ປັດຈຸບັນມີເງິນກອງທຶນພັກ 150.000.000 ກີບ; ລົງໂຄສະ ນາປຸກລະດົມມະຫາຊົນໃຫ້ມີນໍ້າ ຮັກໃຈຊາດ, ມີລະບຽບວິໄນທີ່ດີ, ມີນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ວຽກງານກໍ່ສ້າງຮາກຖານ ການເມືອງ:ລົງຊີ້ນໍາພະນັກງານກໍ່ສ້າງຮາກຖານການເມືອງຢູ່ບັນດາກົມກອງຂຶ້ນກັບກອງພັນໃຫຍ່, ສ້າງບົດບັນທຶກສັນຍາແຮກສ່ຽວ ແລະ ບົດບັນທຶກຊ່ວຍຈໍາບ້ານ ແຮກສ່ຽວ, ເຮັດປື້ມເກັບກໍາສະ ຖິຕິພົນລະເມືອງຢູ່ບັນດາບ້ານ ຂອບເຂດກົມກອງຮັບຜິດຊອບ ໄດ້ຈໍາ ນວນ 28 ຫົວ. ສະຫາຍ ພັນເອກ ຄໍາໃສ ແພງຄູນ ໄດ້ເນັ້ນໜັກໃຫ້ ບັນດາ ພະນັກງານສະມາຊິກພັກເອົາ ໃຈໃສ່ສຶກສາຄົ້ນຄວ້າເຊື່ອມຊຶມ ບັນດາເອກະສານຕ່າງໆ ນໍາເອົາ ເນື້ອໃນວຽກງານວິຊາສະເພາະ ກໍຄືໜ້າທີ່ການເມືອງຂອງກົມ ກອງມາຈັດຕັ້ງປະຕິບັດ, ມີການ ສະຫຼຸບຖອດຖອນບົດຮຽນເປັນ ປົກກະຕິ, ພ້ອມກັນນັ້ນ ກໍຕ້ອງຍົກ ສູງຄວາມຮັບຜິດຊອບໜ້າທີ່ທີ່ ໄດ້ຮັບມອບໝາຍ, ພ້ອມກັນຈັດ ຕັ້ງປະຕິບັດວຽກງານໃຫ້ລຸລ່ວງ ໄປດ້ວຍດີ, ມີໝາກຜົນອັນສໍາເລັດ ເປັນກ້າວໆ. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ