ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປັບປຸງການຈັດຕັ້ງກອງພັນ 416 ທີ່ຂຶ້ນກັບກອງພັນໃຫຍ່ 302
ເວລາອອກຂ່າວ: 2019-01-03 09:01:07 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ວັນທີ 28 ທັນວາ 2018 ຜ່ານ ມານີ້ ຢູ່ທີ່ສະໂມສອນກອງພັນ ໃຫຍ່ 302 ໄດ້ຈັດຕັ້ງພິທີປະກາດ ການຈັດຕັ້ງຍົກຍ້າຍ ແລະ ແຕ່ງ ຕັ້ງພະນັກງານຂັ້ນນຳພາ-ບັນຊາ ຢູ່ກອງພັນນ້ອຍ 416 ໂດຍການ ເປັນປະທານຂອງພັນໂທ ສາຍ ທອງ ປີຊາຈັນ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 302, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, ຕະຫຼອດຮອດ ພະນັກງານ-ນັກຮົບເຂົ້າຮ່ວມ. ຮ້ອຍໂທ ພຸດ ພອນມະນີ ຊ່ວຍ ວຽກຂະແໜງພະນັກງານ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກອງພົນ ທີ 3, ວ່າດ້ວຍຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຢູ່ກອງພັນ 416 ທີ່ຂຶ້ນກັບກອງພັນໃຫຍ່ 302 ວ່າດ້ວຍຍົກຍ້າຍ: ພັນໂທ ທອງຂັນ ຫຼ້າສັກວົງ ຫົວໜ້າການທະຫານ ກອງພັນ 416 ມາເປັນຫົວໜ້າພະ ແນກອົບຮົມຫ້ອງເສນາກອງ ພົນທີ 3. ພັນໂທ ຄຳໄຊ ຈັນທະກອນ ຮອງການເມືອງ ກອງພັນ 416 ຂຶ້ນເປັນຫົວໜ້າການທະຫານ ກອງພັນ 416, ພັນຕີ ບຸນຍັງ ພະ ເນສອນ ຫົວໜ້າການເມືອງກອງ ຮ້ອຍຂຶ້ນເປັນຮອງຫົວໜ້າການ ເມືອງ ກອງພັນ 416. ໂດຍ: ໄນຖາ ມະດາທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ