ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິລະຊົນກຳລັງປະກອບອາວຸດຫວຽດນາມທີ່ເປັນຄົນເຊື້ອຊາດເກຼັກໄດ້ເສຍຊີວິດແລ້ວ
ເວລາອອກຂ່າວ: 2021-06-26 14:10:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ເວບໄຊໜັງສືພິມກອງທັບຫວຽດນາມ ໄດ້ລົງຂ່າວວ່າ,ຄືນວັນທີ 25 ມິຖຸນາແລ້ວນີ້ວ່າ, ທ່ານ ໂກສະຕາ ສະລາຕິດີ ເຊີ່ງເປັນຄົນ ເກຼັກ, ມີຊື່ຫວຽດນາມວ່າ: ຫງວຽນ ວັນ ເລິບ ເຊີ່ງເປັນຄົນປະຫວັດສາດທີ່ໜ້າຍົກຍ້ອງ ແລະ ເປັນຄົນຢູໂຣບ ກາຍເປັນ ທະຫານລຸງໂຮ່ ແລະເປັນຄົນຕ່າງດ້າວຜູ້ທໍາອິດທີ່ເປັນວິລະຊົນກຳລັງປະກອບອາວຸດຫວຽດນາມ ໄດ້ເຖິງແກ່ມໍລະນະກຳແລ້ວ ທີ່ປະເທດ ເກຼັກ ລວມອາຍຸໄດ້94 ປີ. ທ່ານ ໂກສະຕາ ສະລາຕິດີ ຫຼື ຫງວຽນ ວັນ ເລີບ ເກີດເມື່ອປີ 1927 ໃນຄອບຄົວກໍາມະກອນຢູ່ທາງພາກເໜືອປະເທດເກຼັກ. ປີ1943, ມີອາຍຸພຽງ 16 ປີ ທ່ານຖືກຈັບແລະບັງຄັບໄປເປັນທະຫານ ເພື່ອສົ່ງໄປຮັບໃຊ້ໃຫ້ພວກຟາດສິດ ຮິດແລ.ພໍມາຮອດປະເທດ ຢູໂກສະລາວີ ທ່ານໄດ້ໂຕນໜີອອກຈາກຖັນແຖວທະຫານ ແລະ ດໍາລົງຊີວິດຢູ່ຕາມສາຍທາງລົດໄຟເຂດຊາຍແດນ ປະເທດເກຼັກ-ຢູໂກສະລາວີ.ພາຍຫຼັງສີ້ນສຸດສົງຄາມໂລກຄັ້ງທີສອງ ທ່ານບໍ່ສາມາດມາດກັບປະເທດເກຼັກໄດ້ຍ້ອນບໍ່ມີໃບຢັ້ງຢືນສັນຊາດໃດໆ, ຈາກນັ້ນທ່ານໄດ້ເຂົ້າສັງກັດໃນກອງທະຫານຝຣັ່ງເສດ ແລ້ວຖຶກສົ່ງມາອິນດູຈີນເພື່ອສູ້ຮົບຕ້ານຟາດສິດຍີ່ປຸ່ນ. ແຕ່ວ່າພໍມາຮອດ ເມືອງໄຊງ່ອນ ປີ 1946, ທ່ານໄດ້ຍິນກັບຫູ ໄດ້ເບີ່ງດູກັບຕາ ຕໍ່ກັບການກະທໍາອັນປ່າເຖື່ອນສາມານຂອງທະຫານຝະລັ່ງຜູ້ຮຸກຮານ ທີ່ມີຕໍ່ຄົນຫວຽດນາມກໍ່ຄືຄົນຊາດອື່ນໃນອິນດູຈີນຜູ້ບໍລິສຸດ.ພ້ອມທັງຮັບຮູ້ໄດ້ຂະບວນການຕໍ່ສູ້ ເພື່ອປົກປ້ອງຕົນເອງຕ້ານພວກຮຸກຮານຂອງຊາວຫວຽດນາມ ແມ່ນຖຶກຕ້ອງ ແລະ ເປັນທໍາ, ສະນັ້ັັັັັັັັັັັັັັັັັັນ ທ່ານ ໂກສະຕາ ສະລາຕິດີ ໄດ້ຕັດສິນໄດ້ໂຕນປະຖັນແຖວທະຫານຝຣັ່ງມາຢູ່ນຳແນວໂຮມຫວຽດມິນ ແລະ ໄດ້ຮັບກຽດເຂົ້າຮ່ວມໃນກຳລັງທະຫານຫວຽດມິນ, ກາຍມາເປັນ ທະຫານລຸງໂຮ່ ໃນທີ່ສຸດ. ທ່ານໄດ້ອຸທິດຊີວິດ,ຄວາມຮູ້ຄວາມສາມາດ ສະຕິປັນຍາ ແລະ ກໍາລັງວັງຊາອັນໜຸ່ມແໜ້ນຂອງຕົນສູ້ຮົບ ແລະຮັບໃຊ້ສູ້ຮົບຢ່າງພິລະອາດຫານໃນຖັນແຖວກອງທັບປະຊາຊົນຫວຽດນາມ. ທ່ານສ້າງໄດ້ຜົນງານຢ່າງຫຼວງຫຼາຍແລະໂດດເດັ່ນທີ່ສຸດ ໃນຂະບວນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ຜູ້ຮຸກຮານ. ທ່ານໄດ້ເຂົ້າເປັນສະມາຊິກພັກແຮງງານຫວຽດນາມໃນປີ1949( ພັກກອມມູນິດຫວຽດນາມໃນປັດຈຸບັນ),ສ້າງຄອບຄົວກັບຍິງສາວ ຮ່າໂນ້ຍປີ 1958, ມີລູກນຳກັນ 4 ຄົນ(ຊາຍ 1ຄົນ ຍິງ 3ຄົນ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ