ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈີນ ສ້າງສະຖານີອະວາກາດຕິດຕາມສະພາບອາກາດແຫ່ງໃໝ່
ເວລາອອກຂ່າວ: 2021-06-26 11:50:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ຕາມການເປີດເຜີຍຂອງສໍານັກຂ່າວຊິນຮວາໃນວັນທີ 25 ມິຖຸນານີ້ວ່າ: ສູນວິທະຍາສາດອາວະກາດແຫ່ງຊາດຈີນກ່າວວ່າ, ຈີນໄດ້ເລີ່ມກໍ່ສ້າງສະຖານີຕິດຕາມກ່ຽວກັບສະພາບອາກາດ ແລະທັງສາມາດສຶກສາສະພາບອະວາກາດໄດ້. ໂຄງການດັ່ງກ່າວໃນພາກພື້ນດິນໄດ້ໃຊ້ພື້ນທີ່ກ້ວາງ 26,7ເຮັກຕາໃນເມືອງຊື່ຈື່ຫວັງ ເຂດປົກຄອງຕົນເອງຂອງມົງໂກລີໃນ ແລະຈະສ້າງສໍາເລັດໃນປີ 2023. ໂດຍສະຖານີແຫ່ງນີ້ຈະມີການນໍາໃຊ້ເຣດາທີ່ມີຄວາມຖີ່ສູງເພື່ອກວດຈັບສິ່ງຕ່າງໆເຊັ່ນ: ຣາດາແບບວິທະຍຸ, ເຄືອຂ່າຍແສງ ຈາກລັງສີຄອດສະມິກ ແລະສະໜາມແມ່ເຫຼັກໜ່ວຍໂລກ. ໃນຂະນະດຽວກັນສະຖານີແຫ່ງນີ້ ຍັງສາມາດກວດຈັບສະພາບຂອງຊັ້ນອາກາດຊັ້ນກາງແລະຊັ້ນສູງໃນລັງສີຄອດສະມິກ ແລະການລົບກວນຂອງສະໜາມແມ່ເຫຼັກໂລກ. ສູນແຫ່ງນີ້ຍັງຈະຊ່ວຍໃຫ້ນັກວິທະຍາສາດເຂົ້າໃຈການກໍ່ຕົວຂອງສະພາບຊັ້ນອາກາດໃນອາວະກາດຫຼາຍຂຶ້ນເຊັ່ນ: ຄວາມຮ້ອນຈາກສຸລິຍະ, ພາຍຸແມ່ເຫຼັກ ແລະອື່ນໆທີ່ສົ່ງຜົນກະທົບຕໍ່ລະບົບການບິນ, ການສື່ສານ ແລະອາວະກາດຂອງໂລກທີ່ນັບມື້ເພີ່ມທະວີຂຶ້ນ ຍ້ອນສະພາບດິນຟ້າອາກາດມີການປ່ຽນແປງ. ໂດຍ: ສາຍເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ