ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ເປີດກວ້າງການຮ່ວມມືກັບອາຊຽນ
ເວລາອອກຂ່າວ: 2021-06-25 15:33:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ສໍານັກຂ່າວສານຫວຽດນາມ ລາຍງານເມື່ອວັນທີ 24 ມິຖຸນາ 2021 ນີ້ວ່າ: ໄດ້ດໍາເນີນກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ+3 ລະຫວ່າງອາຊຽນ ກັບຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ. ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນຂອງຫວຽດນາມ, ໄດ້ພ້ອມກັບຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນບັນດາປະເທດອາຊຽນ, ຈີນ, ຍີ່ປຸ່ນ, ສ ເກົາຫຼີ ແລະ ຮອງເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ. ໃນທີ່ກອງປະຊຸມ, ບັນດາປະເທດອາຊຽນ+3 ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການຮັກສາ ແລະ ສ້າງຄວາມສະດວກໃນການແລກປ່ຽນການຄ້າ, ການລົງທຶນ, ເປີດກວ້າງການເຊື່ອມຕໍ່ພາກພື້ນ, ຍົກເລີກການຈຳກັດໄປມາລະຫວ່າງບັນດາປະເທດໃນພາກພື້ນເທື່ອລະກ້າວເມື່ອມີເງື່ອນໄຂ. ຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ໄດ້ເຫັນດີເປັນເອກະພາບຕໍ່ການເປີດກວ້າງການຮ່ວມມືກັບອາຊຽນ ໃນຂົງເຂດ ໃໝ່ ຄື: ການຫັນປ່ຽນດີຈີຕອນ, ນຳໃຊ້ເຕັກໂນໂລຊີປ່ຽນແປງໃໝ່ຫົວຄິດປະດິດສ້າງ, ການຄ້າເອເລັກໂຕຣ ນິກ, ການຟື້ນຟູ ແລະເຕີບໂຕສີຂຽວ ແນໃສ່ຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງ. ໃນການກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ເນັ້ນໜັກວ່າ ໂດຍເປັນປະທານຄະນະສະ ເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI), ຫວຽດນາມ ສະເໜີໃຫ້ຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ສືບຕໍ່ໜູນຊ່ວຍອາຊຽນ ຮັດແຄບຊ່ອງຫວ່າງພັດທະນາຢູ່ອະນຸພາກພື້ນຂອງອາຊຽນ, ໃນນັ້ນມີແມ່ນ້ຳຂອງ, ໃນສະພາບທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19. ທ່ານ ຫງວຽນກ໊ວກຢຸງ ເນັ້ນໜັກວ່າ: ການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບແມ່ນເງື່ອນໄຂຕັດສິນຊີ້ຂາດໃນການສ້າງຄວາມສະດວກແກ່ຄວາມມານະພະຍາຍາມຟື້ນຟູ ແລະ ພັດທະນາແບບຍືນຍົງ, ໃນນັ້ນຄວນເພີ່ມທະວີການເຈລະຈາ ແລະຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍ ແລະມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ