ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

5 ອົງການຍຸຕິທຳກອງທັບ ຈັດກອງປະຊຸມແລກປຽນບົດຮຽນເຊິ່ງກັນ ແລະ ກັນ
ເວລາອອກຂ່າວ: 2019-01-03 08:55:21 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 239838705 | ຄວາມນິຍົມ:



ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານຍຸຕິ ທຳກອງທັບ 5 ອົງການເຊັ່ນ: ກົມກວດກາກະຊວງປ້ອງກັນ ປະເທດ, ອົງການໄອຍະການ ທະຫານຂັ້ນສູງ, ສານທະຫານ ຂັ້ນສູງ, ກົມປ້ອງກັນພາຍໃນ ກອງທັບ ແລະ ກົມກົດໝາຍກະ ຊວງປ້ອງກັນປະເທດໄດ້ຈັດຂຶ້ນ ໃນວັນທີ 27 ທັນວາ 2018 ນີ້, ຢູ່ທີ່ຫ້ອງປະຊຸມກົມກວດກາ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກ ກະຊວງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ຜູ້ຊີ້ນຳວຽກ ງານອົງການຍຸຕິທຳ, ມີຫົວໜ້າ ກົມ, ຄະນະກົມ, ພ້ອມດ້ວຍພະ ນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພົນຈັດຕະວາ ຜາລົມ ລິນທອງ ກ່າວເປີດກອງປະຊຸມ ວ່າ: ເພື່ອປະຕິບັດຕາມຂໍ້ຕົກ ລົງຂອງກົມໃຫຍ່ການເມືອງກອງ ທັບ ແລະ ປະຕິບັດຕາມລະບຽບ ຂອງກອງທັບປະຊາຊົນລາວ ເມື່ອເຮັດວຽກງານໄດ້ຮອດກຳ ນົດເວລາກໍໄດ້ສະຫຼຸບຖອດຖອນ ບົດຮຽນກວດກາຄືນບັນດາແຜນ ການແຜນງານທີ່ໄດ້ຈັດຕັ້ງປະຕິ ບັດໃນໄລຍະຜ່ານມາ ຈາກນັ້ນກໍ ໄດ້ຖອດຖອນບົດຮຽນອັນທີ່ກ້າວ ໜ້າເພື່ອພ້ອມກັນຈັດຕັ້ງຜັນຂະ ຫຍາຍ ແລະ ຊອກເຫັນຈຸດອ່ອນ ຂໍ້ຄົງຄ້າງເພື່ອພ້ອມກັນສູ້ຊົນແກ້ ໄຂເຮັດໃຫ້ວຽກງານຍຸຕິທຳໃນ ກອງທັບນີ້ມີການກົມກຽວກັນ ເພາະອົງການຍຸຕິທຳກອງທັບ ເປັນອົງການນຳພາຈັດຕັ້ງປະຕິ ບັດລະບຽບກົດໝາຍໃຫ້ມີຄວາມ ສັກສິດ, ສະນັ້ນໃຫ້ພ້ອມກັນສຸມ ສະຕິປັນຍາຫົວຄິດປະດິດສ້າງ ແລະ ເປີດກວ້າງປະຊາທິປະໄຕ ເພື່ອຄົ້ນຄວ້າແລກປ່ຽນຖອດ ຖອນບົດຮຽນນຳກັນເຮັດໃຫ້ ການປະສານງານລະຫວ່າງ ພາຍໃນອົງການຍຸຕິທຳຂອງ ກອງທັບກັບອົງການຍຸຕິທຳ ຂອງກະຊວງປ້ອງກັນຄວາມສະ ຫງົບ ແລະ ອົງການຍຸຕິທຳຂອງ ລັດໃຫ້ປະສົມກົມກຽວກັນເພື່ອ ເຮັດໃຫ້ການແກ້ໄຂປາກົດການ ຫຍໍ້ທໍ້ຕ່າງໆ ສະດວກວ່ອງໄວ ແລະ ຖືເອົາການສຶກສາອົບຮົມ ເຕືອນສະຕິ, ເຄົາລົບກົດໝາຍ ໃຫ້ພະນັກງານນາຍ ແລະ ພົນ ທະຫານຢູ່ໃນກອງທັບປະຊາຊົນ ລາວແມ່ນໜ້າທີ່ສຳຄັນ, ເພື່ອຊຸກ ຍູ້ຂະບວນການສ້າງກົມກອງໃຫ້ ເປັນກອງວັດທະນະທຳ ນັກຮົບ ວັດທະນະທຳ ແລະ ສ້າງກົມ ກອງໜ່ວຍພັກເປັນກົມກອງໜ່ວຍ ພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ສ້າງກອງທັບປະຊາຊົນລາວໃຫ້ ເປັນກອງທັບປະຕິວັດມີລະບຽບ ແບບແຜນທີ່ທັນສະໄໝ. ໃນກອງປະຊຸມແຕ່ລະກົມໄດ້ ຜັດປ່ຽນກັນລາຍງານສະພາບ ການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານວິຊາສະເພາະ ຂອງຕົນໃນໄລຍະຜ່ານມາ, ພ້ອມ ທັງໄດ້ຊອກກົນໄກພົວພັນປະ ສານວຽກງານນຳກັນໃຫ້ມີ ຄວາມເປັນເອກະພາບ ແລະ ຖືກຕ້ອງສອດຄ່ອງ ແລະ ດັດ ແປງແກ້ໄຂຂອດທີ່ຍັງຄົງຄ້າງ ໃຫ້ໝົດໄປ. ໂດນ: ນ. ຈ່ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ